ໜ້າເສຍດາຍ ຊ້າງນ້ອຍ ເອັຟຊີ ມາດີມີລຸ້ນແຊັມສະໄໝທໍາອິດ ແຕ່ລາວລີກ 1 ປີ 2021 ຖືກຍົກເລີກ

407

ປີ 2021 ຊ້າງນ້ອຍ ເອັຟຊີ ທີ່ກຽມທີມມາເປັນຢ່າງດີ, ເສີມນັກເຕະໄດ້ໃຈແຟນບານ ແລະ ຟອມ 2 ນັດທໍາອິດກໍໂດດເດັ່ນ ຈົນຖືກຍົກໃຫ້ເປັນເຕັງແຊັມລີກສູງສຸດຂອງ ສປປ ລາວ ປະຈໍາປີ 2021 ແຕ່ສະຖານະການບໍ່ເປັນໃຈຈາກຜົນກະທົບຂອງການແຜ່ລະບາດພະຍາດໂຄວິດ-19 ເຮັດໃຫ້ສະຫະພັນບານເຕະແຫ່ງຊາດລາວ ຕັດສິນໃຈປະກາດຍົກເລີກການແຂ່ງຂັນ ເປບຊີ ລາວລີກ 1 ປີ 2021 ຕ້ອງໄປລຸ້ນແຊັມກັນໃໝ່ໃນປີໜ້າ.

ປີ2021 ຊ້າງນ້ອຍ ເອັຟຊີ ເປັນທີມທີ່ມີນັກເຕະໂດດເດັ່ນຫຼາຍຄົນ ຖ້າທຽບໃສ່ກັບສະໂມສອນອື່ນໆໃນເປບຊີ ລາວລີກ ນໍາໂດຍ ບຸນພະຈັນ ບຸນກອງ ກອງໜ້າຊາວລາວ ທີ່ມີມູນຄ່າສູງສຸດໃນວົງການບານເຕະລາວ ຕາມການວິເຄາະຂອງສື່ຕ່າງປະເທດ. ນອກນັ້ນ, ກໍຍັງເສີມນັກເຕະໃໝ່ສີຕີນດີເຖິງ 6 ຄົນເປັນຕົ້ນແມ່່ນ ສິດທິເດດ ແກ້ວວຽງເພັດ ດາວຍິງສູງສຸດລາວລີກ 1 ລະດູການ 2020 ຈາກມາສເຕີ 7 ເອັຟຊີ, ກີ້ດາວອນ ສຸວັນນີ ກອງໜ້າດາວເດັ່ນຈາກ ປກສ ເອັຟຊີ ແລະ SOULEYMANE COULIBALY ສັນຊາດມາລີ ຈາກມາສເຕີ 7 ເອັຟຊີ.

ທ່ານ ບ້ອນ ສູນດາລາ ( Bon Soundala ) ຮອງປະທານສະໂມສອນ ຊ້າງນ້ອຍ ເອັຟຊີ ກ່າວເຖິງເປົ້າໝາຍໃນລາວລີກ 1 ລະດູການ 2021 ວ່າ: ລະດູການທໍາອິດພວກເຮົາຍາດໄດ້ອັນດັບ 6 ຂອງຕາຕະລາງ ແລະ ປີທີ 2 ກັບປີທີ 3 ຍາດໄດ້ອັນດັບ 3 ໂດຍສະເພາະແມ່ນລະດູການ 2020 ພວກເຮົາສາມາດຍາດໄດ້ອັນດັບ 3 ໃນລີກສູງສຸດຂອງ ສປປ ລາວ ແລະ ຍາດໄດ້ແຊັມລາຍການ ຄອມມານໂດ ຄັບ ເຊິ່ງເປັນລາຍການໃຫຍ່ອັນດັບ 2 ຂອງປະເທດຮອງຈາກ ລາວລີກ 1. ແນ່ນອນວ່າເປົ້າໝາຍໃນປີ 2021 ພວກເຮົາຈະເນັ້ນຄວາມເປັນທີ 1, ເນັ້ນໄຊຊະນະທຸກນັດ ແລະ ຄຽງຄູ່ກັນນັ້ນກໍຫຼິ້ນແບບ Fair Play ທີ່ສໍາຄັນຮູ້ໄດ້ຮູ້ເສຍ ແລະ ຍອມຮັບມັນ ເພື່ອນໍາໄປປັບປຸງແກ້ໄຂໃຫ້ດີຂຶ້ນຕໍ່ໄປ.

ການແຂ່ງຂັນບານເຕະເປບຊີ ລາວລີກ 1 ປະຈໍາປີ 2021 ເລີ່ມຕົ້ນຂຶ້ນໃນວັນທີ 27 ມີນາ 2021 ແລະ ກໍເປັນໄປຕາມຄາດ ຊ້າງນ້ອຍ ເອັຟຊີ ເປີດຕົວໄດ້ຢ່າງໂດດເດັ່ນເອົາຊະນະ ເອັສຣາ ເອັຟຊີ ຄູ່ແຂ່ງສໍາຄັນໄປ 3-1 ແລະ ນັດທີ 2 ເອົາຊະນະ ວຽງຈັນ ເອັຟຊີ 2-0 ຢຶດທີມນໍາຕາຕະລາງຄະແນນລວມ.

ແຕ່ແລ້ວສິ່ງບໍ່ຄາດຄິດກໍເກີດຂຶ້ນເມື່ອການແຂ່ງສໍາເລັດພຽງ 3 ອາທິດ ການແຂ່ງຂັນລາວລີກ 1 ລະດູການ 2021 ກໍຕ້ອງເລື່ອນແບບບໍ່ມີກໍານົດເນື່ອງຈາກໄດ້ຮັບຜົນກະທົບຈາກ ໂຄວິດ-19 ແລະ ຈົນຫຼ້າສຸດໃນທ້າຍອາທິດທີ່ຜ່ານມາ ສະຫະພັນບານເຕະແຫ່ງຊາດລາວ ປະກາດຍົກເລີກການແຂ່ງຂັນໄປຢ່າງໜ້າເສຍດາຍ ລວມທັງຍັງເປັນການດັບຝັນການລຸ້ນແຊັມລີກສູງສຸດສະໄໝທໍາອິດຂອງ ຊ້າງນ້ອຍ ເອັຟຊີ ອີກດ້ວຍ.

ສໍາລັບ ຊ້າງນ້ອຍ ເອັຟຊີ ລົງທະບຽນນັກເຕະເຂົ້າຮ່ວມການແຂ່ງຂັນ ເປບຊີ ລາວລີກ 1 ລະດູການ 2021 ປະກອບມີ 22 ຄົນທີ່ດີທີ່ສຸດກໍວ່າໄດ້ ໂດຍມີລາຍຊື່ດັ່ງລຸ່ມນີ້:
– ຜູ້ຮັກສາປະຕູ: ສໍລະສັກ ທີລະວົງ, ໄຊສະຫວາດ ສຸວັນນະໂຊ ແລະ ສີອຳພອນ ແສງສະຫວ່າງ
– ກອງຫຼັງ: ອາພີໄຊ ທານະຂັນຕີ, ກ້າຫານ ເພັດສີວິໄລ, ກິດຕິສັກ ພົມວົງສາ, ສອນວິໄລ ສີຫາວົງ ແລະ NORIHIRO KAWAKAMI ສັນຊາດຍີ່ປຸ່ນ

– ກອງກາງ: ສົມລິດ ແສງວັນນີ, ຈິດປະສົງ ລັດຖະຈັກ, ທະນູທອງ ກຽດນະລົງລົບ, ລຸ້ງເລືອງ ແກ້ວພູວົງ, ມະໂນລົມ ເພັດພັກດີ, ແກ້ວວຽງເພັດ ລິດທິເດດ, ອານັນທະນາ ຈັນທະມາລີ ແລະ ABDUL KANU ສັນຊາດເຊລາລີໂອນ ( SIERRA LEONE )
– ກອງໜ້າ: ບຸນພະຈັນ ບຸນກອງ, ສົມໄຊ ແກ້ວຫານາມ, ວັນນະສອນ ດວງໄມຕີ, ກີ້ດາວອນ ສຸວັນນີ, SOULEYMANE COULIBALY ສັນຊາດມາລີ ແລະ ANGE MIKAEL FRABICE ANY ສັນຊາດ ກົດດີວົວ.
ຂ່າວ: ຄໍາສອນ; ຮູບ: ສອນໄຊ