ຄົນທີ່ຈະເດີນທາງເຂົ້າມາລາວ ຕາມຊາຍແດນຕ້ອງໄດ້ສະແກນຜ່ານແອັບ ລາວສູ້ສູ້

232

ເນື່ອງຈາກສະພາບການໃນປັດຈຸບັນ ຍັງມີຜູ້ຕິດເຊື້ອໃນຊຸມຊົນຈຳນວນໜຶ່ງ ແລະ ແຮງງານອີກຈຳນວນຫຼວງຫຼາຍ ຈຶ່ງໄດ້ຕ້ອງສືບຕໍ່ມາດຕະການຄວບຄຸມ, ແກ້ໄຂ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍສະເພາະການເດີນທາງໄປທີ່ຕ່າງໆ ທັງລະຫວ່າງເມືອງ ແລະ ແຂວງ ພ້ອມທັງຄົນຕ່າງປະເທດທີ່ຈະເດີນທາງເຂົ້າມາລາວ.


ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ, ຫົວໜ້າກອງເລຂາກ່ຽວກັບ ການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ໃນວັນທີ 19 ສິງຫາ 2021 ທີ່ກະຊວງສາທາລະນະສຸກ ໄດ້ກ່າວເຖິງເລື່ອງນີ້ວ່າ:
ຄົນທີ່ເດີນທາງເຂົ້າມາ ສປປ ລາວ ແມ່ນຕ້ອງຕິດຕັ້ງບໍລິການລາວ ສູ້ສູ້ ຜ່ານໂປຣແກຣມ LaoKYC. ເພື່ອເປັນການລົງທະບຽນໃນການເດີນທາງໄປສະຖານທີ່ຕ່າງໆ ພ້ອມກັນນີ້ ໃຫ້ບັນດາດ່ານຊາຍແດນ, ດ່ານລະຫວ່າງແຂວງຕໍ່ແຂວງ ແລະ ສະຖານທີ່ບໍລິການຕ່າງໆ ທີ່ອະນຸຍາດໃຫ້ເປີດບໍລິການ ສ້າງ ແລະ ຕິດ QR-Code ເພືື່ອໃຫ້ຜູ້ເດີນທາງເຂົ້າມາລາວ ແລະ ລູກຄ້າທີ່ໃຊ້ບໍລິການ ສະແກນເວລາເດີນທາງເຂົ້າມາ ແລະ ກ່ອນເຂົ້າໃຊ້ບໍລິການ.


ນອກຈາກນີ້ ສະເໜີ ໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ທົ່ວປະເທດ ສົມທົບກັບ ພາກສ່ວນກ່ຽວຂ້ອງ ສືບຕໍ່ຈັດຕັ້ງປະຕິບັດຕາມແຈ້ງການກ່ຽວກັບການຈຳກັດບໍລິເວນ, ພາຍຫຼັງ ແຮງງານ, ນັກສຶກສາ ແລະ ພະນັກງານ ຂອງລາວ ທີ່ເດີນທາງມາຈາກປະເທດໃກ້ຄຽງ ໄດ້ຈໍາກັດບໍລິເວນຢູ່ສູນນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ຄົບ 14 ວັນແລ້ວ ໃຫ້ອົງການປົກຄອງທ້ອງຖິ່ນ ສືບຕໍ່ແນະນຳຄະນະສະເພາະກິດຂັ້ນເມືອງ ໄປຈຳກັດບໍລິເວນ ຢູ່ສູນຂອງເມືອງ ຫຼື ບ້ານ ຕື່ມອີກ 14 ວັນ ຢ່າງເຂັ້ມງວດ, ຍົກເວັ້ນ ກໍລະນີທີ່ໄດ້ຈໍາກັດບໍລິເວນ ຄົບ 14 ວັນ ຢູ່ໂຮງແຮມ ແຫ່ງໃດໜຶ່ງຂອງທ້ອງຖິ່ນຕົນມາແລ້ວ.


ທັງນີ້ຮຽກຮ້ອງໃຫ້ພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າ, ທຸກຊັ້ນຄົນ ຕະຫຼອດຮອດຊາວຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ ກໍຄືດຳລົງຊີວິດ ຢູ່ ສປປ ລາວ ຈົ່ງຮ່ວມແຮງຮ່ວມໃຈ ປະຕິບັດມາດຕະການທີ່ຄະນະສະເພາະກິດແຕ່ລະຂັ້ນ ວາງອອກຢ່າງເຂັ້ມງວດ ດ້ວຍການເປັນຫູເປັນຕາ ຕິດຕາມ ແລະ ລາຍງານ ກໍລະນີພົບເຫັນການລັກລອບເຂົ້າເມືອງ ແລະ ການລະເມີດມາດຕະການຕ່າງໆ ຕໍ່ຄະນະສະເພາະກິດ ກໍຄືອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ເພື່ອມີວິທີການແກ້ໄຂ ຢ່າງທັນການ.