ລູກາກູ ໃສ່ເບີ 9 ຕາມຮອຍຕໍານານຜູ້ຍິ່ງໃຫຍ່ຂອງ ເຊລຊີ ພ້ອມລົງຍິງໃສ່ ອາເຊນອລ ທ້າຍອາທິດນີ້

328

ໂຣເມລູ ລູກາກູ ກອງໜ້າຮ່າງໃຫຍ່ຊາວແບນຊິກ ເປີດເສື້ອເບີ ທີ່ຈະໃສ່ລົງແຂ່ງຂັນໃຫ້ກັບ ເຊລຊີ ຢ່າງເປັນທາງການ ກໍຄືເບີ 9 ຕາມຮອຍຕໍານານນັກເຕະຂອງສະໂມສອນດັ່ງກ່າວ ກ່ອນທີ່ຈະເປີດໃຈພ້ອມເຕັມທີ່ສໍາລັບນັດທີ່ຈະພົບກັບ ອາເຊນອລ ໃນພຣີເມຍລີກ ອັງກິດ ໃນວັນທີ 22 ສິງຫາ 2021

ເປັນທາງການແລ້ວ ລູກາກູ ອາຍຸ 28 ປີຍ້າຍມາຢູ່ກັບ ເຊລຊີ ດ້ວຍຄ່າຕົວສູງເຖິງ 97,5 ລ້ານປອນ ເຊິ່ງເປັນການກັບມາຢູ່ກັບ ເຊລຊີ ເປັນຄັ້ງທີ 2 ແລະ ຄັ້ງນີ້ເລືອກໃສ່ເບີ 9 ຕາມຮອຍຕໍານານນັກເຕະຂອງສະໂມສອນຢ່າງ ຈິມມີ ຟລອຍ ຮັສເຊລແບງ ກັບ ຈານລູກ້າ ວິອັລລີ.

ລູກາກູ ເປີດເຜີຍວ່າ: “ ຂ້ອຍໄດ້ເສື້ອເບີ 9, ຂ້ອຍມີຄວາມສຸກຫຼາຍ ແລະ ຮູ້ສຶກໂຊກດີຫຼາຍທີ່ໄດ້ຢູ່ໃນສະຖານທີ່ນີ້, ແນ່ນອນຕ້ອງສູ້ເພື່ອຝັນ, ຂ້ອຍມາທີ່ນີ້ກໍເພື່ອເຮັດແບບນັ້ນ ແລະ ພ້ອມແລ້ວທີ່ຈະລົງສະໜາມຫຼິ້ນກັບເພື່ອນຮ່ວມທີມ ແນ່ນອນອາທິດນີ້ທີ່ຈະພົບກັບ ອາເຊນອລ ຖ້າໄດ້ຮັບໂອກາດ ກໍຈະເຮັດເຕັມທີ່ ”.