ປາກຽວ ໝັ້ນໃຈຊ້ອມມາດີພ້ອມທວງສາຍແອວແຊັມຈາກ ອູກາສ ທ້າຍອາທິດນີ້

745
Manny Pacquiao, left, of the Philippines, and Yordenis Ugas, of Cuba, pose for photographers during a news conference Wednesday, Aug. 18, 2021, in Las Vegas. The two are scheduled to fight in a welterweight championship bout Saturday in Las Vegas. (AP Photo/John Locher)

ແມນນີ ປາກຽວ ນັກມວຍຊາວຟິລິບປິນ ເປີດໃຈຊ້ອມມາເຕັມທີ່ສໍາລັບການຊົກໄຟທ໌ຫຼ້າສຸດ ແລະ ຫວັງທວງສາຍແອວແຊັມໂລກ ຮຸ່ນເວລເຕີເວດຂອງ ສະມາຄົມມວຍໂລກ ( WBA ) ກັບຄືນ ໃນໄຟທ໌ທີ່ຈະພົບກັບ ຢໍເດນິສ ອູກາສ ນັກມວຍຊາວກຸຍບາ ທີ່ສະໜາມທີ ໂມບາຍ ອາຣີນາ ສະຫະລັດອາເມຣິກາ ໃນວັນທີ 22 ສິງຫາ 2021 ຕາມເວລາໃນບ້ານເຮົາ.

ດັ່ງທີ່ຮູ້ ປາກຽວ ເປັນແຊັມໂລກ ຮຸ່ນເວລເຕີເວດຂອງ ສະມາຄົມມວຍໂລກ ແຕ່ບໍ່ໄດ້ຊົກມາກາຍກໍານົດ ຈິ່ງຖືກຢຶດສາຍແອວແຊັມໄປຕາມລະບຽນ ແລະ ຈົນເຖິງປັດຈຸບັນ ຈິ່ງມີກໍານົດໄຟທ໌ທີ່ຈະຂຶ້ນຊົກກັບ ອູກາສ ໃນທ້າຍອາທິດນີ້ ເຊິ່ງຈະມີສາຍແອວເສັ້ນດັ່ງກ່າວເປັນຂອງຜູ້ຊະນະໃນໄຟທ໌ນີ້, ຫຼ້າສຸດ ປາກຽວ ບອກຊ້ອມມາດີພ້ອມຍາດສາຍແອວແຊັມຄືນ.

ປາກຽວ ກ່າວໃນພິທີຖະແຫຼງຂ່າວທີ່ລັສເວກັສ ສະຫະລັດອາເມຣິກາ ໃນວັນທີ 18 ສິງຫາ 2021 ວ່າ: “ ອູກາສ ເປັນຍອດນັກມວຍ, ລາວເອົາສາຍແອວແຊັມຂອງຂ້ອຍໄປ ແລະ ພວກເຮົາຈະພົບກັບໃນເວທີອາທິດນີ້ ແນ່ນອນວ່າຂ້ອຍຊ້ອມໜັກ ເພື່ອໄຟທ໌ນີ້, ຂ້ອຍພ້ອມແລ້ວທີ່ຈະຂຶ້ນຊົກ ແລະ ຂ້ອຍຊ້ອມຄືກັບຕອນຍັງໜຸ່ມໆເລີຍ. ດັ່ງນັ້ນ ມັນຈິ່ງຕື່ນເຕັ້ນຫຼາຍ, ຂອບໃຈ ອູກາສ ທີ່ມາຊ່ວຍພິສູດໃຫ້ເຫັນວ່າ ໃຜຄືແຊັມຕົວຈິງ, ຂ້ອຍເຊື່ອວ່າການເສຍສະລະ ແລະ ທຸ້ມເທໃນການຊ້ອມທັງໝົດຈະບໍ່ເສຍໄປລ້າໆ ເຊິ່ງຂ້ອຍພ້ອມຈະພິສູດຕົວເອງອີກຄັ້ງ ”.

ຮູບຈາກ: AP