ທົບທວນຄືນໂຄງການເຂົ້າເຖິງແຫຼ່ງທຶນ ຈວນກ ເພື່ອຮັບມືກັບຜົນກະທົບ, ຟື້ນຟູຈາກໂຄວິດ-19

997

ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ) ໃນນາມຜູ້ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການ ໄດ້ຈັດກອງປະຊຸມຄະນະຊີ້ນໍາຈັດຕັ້ງປະຕິບັດໂຄງການເຂົ້າເຖິງແຫຼ່ງທຶນຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈວນກ) ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19 (MSME A2F-ESR) ຂຶ້ນໃນວັນທີ 18 ສິງຫາ 2021 ທີໂຮງແຮມເມືອງແທັງ ນະຄອນຫຼວງວຽງຈັນ.

ປະທານກອງປະຊຸມຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ), ຫົວໜ້າຄະນະຊີ້ນໍາໂຄງການ; ມີ ທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງ ອຄ ທັງເປັນຫົວໜ້າໂຄງການ MSME A2F-ESR, ທ່ານຜູ້ຕາງໜ້າຈາກທະນາຄານແຫ່ງ ສປປ ລາວ, ບັນດາກະຊວງ ແລະ ກົມກອງທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດໂຄງການ, ຜູ້ຕາງໜ້າຈາກທະນາຄານໂລກ ປະຈໍາ ສປປ ລາວ ແລະ 5 ທະນາຄານທຸລະກິດ ເຂົ້າຮ່ວມ, ບາງທ່ານແມ່ນເຂົ້າຮ່ວມຜ່ານລະບົບປະຊຸມທາງໄກ.

ກອງປະຊຸມຄັ້ງນີ້ ຈັດຂຶ້ນເປັນຄັ້ງທໍາອິດ ໂດຍຈຸດປະສົງເພື່ອທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການໄລຍະ 6 ເດືອນຕົ້ນປີ 2021 ແລະ ປຶກສາຫາລືປະເດັ່ນຕ່າງໆສໍາລັບການຈັດຕັ້ງປະຕິບັດໂຄງການໃນຕໍ່ໜ້າ.

ທ່ານ ສົມຈິດ ອິນທະມິດ ກ່າວວ່າ: ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຕໍ່ເນື່ອງ ໄດ້ສົ່ງຜົນກະທົບທາງລົບຕໍ່ກັບການດຳເນີນທຸລະກິດ ໂດຍສະເພາະ ຈວນກ, ເນື່ອງຈາກວ່າ ເປັນທຸລະກິດຂະໜາດນ້ອຍແມ່ນໄດ້ຮັບຜົນກະທົບທາງລົບຕໍ່ກັບຕ່ອງໂສ້ການສະໜອງເຊັ່ນ: ການສະໜອງແຮງງານ, ການນຳເຂົ້າວັດຖຸດິບ ແລະ ການສະໜອງຄວາມຕ້ອງການຂອງຕະຫຼາດຢູ່ໃນ ສປປ ລາວ ມີບາງທຸລະກິດຖືກປິດກິດຈະການ, ຢຸດເຊົາຊົ່ວຄາວ ແລະ ຢຸດການຈ້າງພະນັກງານ. ເຖິງຢ່າງໃດກໍຕາມ ມີບາງທຸລະກິດກໍ່ມີການຂະຫຍາຍຕົວ ແລະ ທຸລະກິດທີ່ເກີດຂຶ້ນໃໝ່ຈາກການຫັນວິກິດໃຫ້ເປັນໂອກາດ ແຕ່ກໍມີຈໍານວນໜ້ອຍ. ດ້ວຍເຫດຜົນດັ່ງກ່າວ ລັດຖະບານຈຶ່ງໄດ້ມີນະໂຍບາຍໃຫ້ການສະໜັບສະໜູນທາງດ້ານການເງິນ ແລະ ຊ່ວຍເຫຼືອທາງດ້ານວິຊາການ ຫຼື ຮູບແບບການຊ່ວຍເຫຼືອອື່ນໆໃຫ້ກັບ ຈວນກ ເພື່ອຊ່ວຍເຫຼືອຜູ້ປະກອບກິດຈະການທີ່ຖືກຜົນກະທົບ ໃຫ້ສາມາດຮັບມື ແລະ ຟື້ນຟູສູ່ສະພາບປົກກະຕິໂດຍໄວ.

ທ່ານ ບຸນເຖິງ ດວງສະຫວັນ ໄດ້ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການໃນໄລຍະ 6 ເດືອນຕົ້ນປີ ແລະ ແຜນການຈັດຕັ້ງປະຕິບັດໂຄງການ 6 ເດືອນທ້າຍປີ 2021 ເຊິ່ງທ່ານໄດ້ເນັ້ນໜັກເຖິງບັນດາວຽກງານຕົ້ນຕໍຂອງໂຄງການຄື: 1) ພາບລວມຂອງໂຄງການ, 2) ຈຸດປະສົງ ແລະ ໜ້າວຽກຫຼັກຂອງໂຄງການ, 3) ສະພາບ ແລະ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການ ແລະ 4) ສະເໜີກິດຈະກໍາປະຈໍາໄຕມາດທີ 3 ຂອງປີ.


ນອກຈາກນີ້, ກອງປະຊຸມໄດ້ມີການປຶກສາຫາລືໃນຫຼາຍປະເດັນ ແລະ ຍົກໃຫ້ເຫັນສິ່ງທ້າທາຍຂອງການຈັດຕັ້ງປະຕິບັດໂຄງການໄລຍະຜ່ານມາ ພ້ອມທັງໄດ້ມີການແລກປ່ຽນ ແລະ ຖອດຖອນບົດຮຽນຢ່າງກົງໄປກົງມາກ່ຽວກັບການແກ້ໄຂບັນຫາຕ່າງໆໃນຕໍ່ໜ້າຢ່າງຮອບດ້ານ.

 

ໃນຕອນທ້າຍຂອງກອງປະຊຸມ ທ່ານ ສົມຈິດ ອິນທະມິດ ໄດ້ກ່າວເນັ້ນໜັກໃຫ້ເຫັນເຖິງບູລິມະສິດທີ່ສຳຄັນທີ່ຈະຕ້ອງໄດ້ປະຕິບັດໃນ 6 ເດືອນທ້າຍປີ 3 ໜ້າວຽກຄື: 1) ໃຫ້ສໍາເລັດການສະໜອງທຶນໄລຍະທໍາອິດໃຫ້ແກ່ ບັນດາທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການ ເພື່ອຜັນຂະຫຍາຍການປ່ອຍກູ້ຕໍ່ໃຫ້ກັບບັນດາ ຈວນກ, 2) ດໍາເນີນການຈັດຈ້າງບັນດາຊ່ຽວຊານໃນຕໍາແໜງທີ່ສໍາຄັນ ເພື່ອຂັບເຄື່ອນກິດຈະກໍາຫຼັກຂອງທັງ 3 ໜ້າວຽກ ໃຫ້ຄົບຖ້ວນ, 3) ນໍາໃຊ້ງົບປະມານເຂົ້າໃນການຈັດຕັ້ງປະຕິບັດແຜນ 6 ເດືອນທ້າຍປີຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

ທັງນີ້, ທຶນສໍາລັບຈັດຕັ້ງປະຕິບັດໂຄງການ MSME A2F-ESR ແມ່ນໄດ້ມາຈາກເງິນກູ້ດອກເບ້ຍຜ່ອນຜັນ ຈາກທະນາຄານໂລກ 40 ລ້ານໂດລາສະຫະລັດ ເຊິ່ງມີ 3 ແຜນງານຫຼັກຄື: 1) ການປ່ອຍສິນເຊື່ອຜ່ານທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການ 34 ລ້ານໂດລາ, 2) ການສ້າງຄວາມເຂັ້ມແຂງໃຫ້ ທຫລ ໃນວຽກງານຄໍ້າປະກັນສິນເຊື່ອ ລ້ານໂດລາ ແລະ 3) ການຊ່ວຍເຫຼືອທາງດ້ານວິຊາການ ແລະ ຄຸ້ມຄອງໂຄງການ 5 ລ້ານໂດລາ. ໂຄງການດັ່ງກ່າວນີ້ແມ່ນຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂດຍ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງ ອຄ.