ກົມຄຸ້ມຄອງພະລັງງານ ພ້ອມຄະນະ ລົງຢ້ຽມຢາມ ເຂື່ອນໄຟຟ້ານໍ້າງຽບ 1

1022

ທ່ານ ບົວເທບ ມາໄລຄຳ ຫົວໜ້າກົມຄຸ້ມຄອງພະລັງງານ ພ້ອມດ້ວຍຄະນະວິຊາການ ແລະ ຄະນະວິຊາການ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ບໍລິຄຳໄຊ ໄດ້ລົງຕິດຕາມກວດກາການດຳເນີນງານການຜະລິດ ແລະ ບຳລຸງຮັກສາ, ວຽກງານຄວາມປອດໄພຂອງເຂື່ອນ, ການບໍລິຫານຈັດການອ່າງນໍ້າ ແລະ ແຜນຮັບມືສຸກເສີນຂອງໂຄງການ ເຂື່ອນໄຟຟ້ານໍ້າງຽບ1 ໃນວັນທີ 16 ສິງຫາ 2021, ໃນນັ້ນແມ່ນໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດບັນດາໜ້າວຽກຂອງໂຄງການໃນໄລຍະຜ່ານມາ.

ເຂື່ອນໄຟຟ້ານໍ້າງຽບ 1 ມີຄວາມສູງ 167 ແມັດ, ອ່າງໂຕງຮັບນໍ້າ 3.700 ກິໂລຕາແມັດ ແລະ ສາມາດກັກເກັບນໍ້າໄດ້ 2.238 ລ້ານແມັດກ້ອນ ແລະ ເຂື່ືອນນ້ອຍສ້າງຂຶ້ນເພື່ອເປັນການດັດສົມນໍ້າທີ່ປ່ອຍອອກມາຈາກເຂື່ອນໃຫຍ່ ເປັນເຂື່ອນປະເພດເບຕົງນໍ້າໜັກ (GD) ໃນເຂື່ອນດັ່ງກ່າວຍັງມີເຮືອນຈັກທີ່ສາມາດຕິດຕັ້ງກົງຫັນໄຟຟ້າ 1×18 MW= 18 MW ປະເພດກົງຫັນແມ່ນ Bulb Turbine.

ໂຄງການສາມາດຜະລິດພະລັງງານໄຟຟ້າສະເລ່ຍລວມກັນທັງໝົດໄດ້ 1.515 GWh/ປີ, ໂດຍຜ່ານລະບົບສາຍສົ່ງໄຟຟ້າ 115 kV ເຊື່ອມຈາກເຮືອນຈັກຂອງເຂື່ອນດັດສົມນໍ້າ (ເຂື່ອນນ້ອຍ) ຫາສະຖານນີໄຟຟ້າ ເມືອງ ປາກຊັນ ແຂວງ ບໍລິຄຳໄຊ ເພື່ອສະໜອງໄຟຟ້າໃຫ້ລະບົບໄຟຟ້າລາວ (EDL) ມີຄວາມຍາວ 40 ກິໂລແມັດແລະ ຜ່ານລະບົບໄຟຟ້າສາຍສົ່ງໄຟຟ້າ 230 kV ເຊື່ອມຈາກເຮືອນຈັກຂອງເຂື່ອນໄຟຟ້ານໍ້າງຽບ 1 (ເຂື່ອນໃຫ່ຍ) ຫາສະຖານີໄຟຟ້າ ນາບົງ ເພື່ອສະໜອງໄຟຟ້າເຂົ້າລະບົບການຜະລິດໄຟຟ້າຜະລິດແຫ່ງປະເທດໄທ (EGAT) ມີຄວາມຍາວ 120 ກິໂລແມັດ.

ບໍລິສັດ ໄຟຟ້ານໍ້າງຽບ 1 ຈຳກັດ ປະກອບມີ 3 ຜູ້ຖືຮຸ້ນຮ່ວມກັນພັດທະນາໂຄງການຄື: ບໍລິສັດ Kansai Electric (Japan) ຖືຮຸ້ນ 45%, EGAT International Co., LTD ປະເທດໄທ ຖືຮຸ້ນ 30% ແລະ ບໍລິສັດ ລັດວິຫາຫະກິດຖືຮຸ້ນລາວ ຕາງໜ້າລັດຖະບານລາວ (Lao Holding Sate Enterprise) ຖືຮຸ້ນ 25%.

ໂຄງການເຂື່ອນໄຟຟ້ານນໍ້າງຽບ 1 ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 27 ສິງຫາ 2013 ແລະ ໄດ້ສໍາເລັດການກໍ່ສ້າງໃນວັນທີ 11 ກໍລະກົດ 2019 ແລະ ໄດ້ກຳນົດເປັນມື້ດຳເນີນການຜະລິດພະລັງງານຢ່າງເປັນທາງການແຕ່ນັ້ນເປັນຕົ້ນມາ ແລະ ມີອາຍຸສຳປະທານ 27 ປີ ຫຼັງຈາກນັ້ນຈະຖືກສົ່ງມອບໃຫ້ລັດຖະບານເປັນເຈົ້າຂອງ.