ເລວານດອຟສະກີ ຍິງປະຕູໃສ່ ດ໊ອດມູນ ທີມເກົ່າ 24 ປະຕູ ຫຼັງພາ ບາເຢິນ ຄວ້າແຊັມຊູເປີຄັບ

356
Players of Bayern Munich celebrate after winning the German Supercup soccer match between Borussia Dortmund and Bayern Munich in Dortmund, Germany, Tuesday, Aug. 17, 2021. (AP Photo/Martin Meissner)

ໂຣເບິດ ເລວານດອຟສະກີ ກອງໜ້າຕົວເກັ່ງຂອງ ບາເຢິນ ມິວນິກ ສ້າງສະຖິຕິຍິງປະຕູໃສ່ ໂບຣຸສເຊຍ ດ໊ອດມູນ ທີມເກົ່າ 24 ປະຕູຈາກ 24 ນັດທີ່ພົບກັນ ຫຼັງຫຼ້າສຸດຍິງ 2 ປະຕູພາ ບາເຢິນ ມິວນິກ ເອົາຊະນະ ດ໊ອດມູນ 3-1 ຄວ້າແຊັມ ຊູເປີຄັບ ໄປຄອງເມື່ອວັນທີ 17 ສິງຫາ 2021.

2 ປະຕູດັ່ງກ່າວເຮັດໃຫ້ ເລວານ ເພີ່ມສະຖິຕິໃນການຍິງປະຕູໃສ່ ດ໊ອດມູນ ທີມເກົ່າໄປທັງໝົດ 24 ປະຕູຈາກການແຂ່ງຂັນທີ່ພົບກັນທັງໝົດ 24 ນັດ ຄິດສະເລ່ຍນັດລະ 1 ປະຕູ.

ສໍາລັບ ເລວານດອຟສະກີ ເລີ່ມສ້າງຊື່ສຽງກັບ ດ໊ອດມູນ ກ່ອນຍ້າຍໄປຮ່ວມກັບ ບາເຢິນ ມິວນິກ ໃນປີ 2014 ແລະ ຍັງຮັກສາຜົນງານໂດດເດັ່ນໃນການຍິງປະຕູ ໂດຍສະເພາະຍິງໃຫ້ກັບ ບາເຢິນ ມິວນິກ ໄປແລ້ວ 297 ປະຕູຈາກ 331 ນັດໃນທຸກລາຍການ. ນອກຈາກນີ້, ເລວານດອຟສະກີ ຍັງສ້າງສະຖິຕິຍິງປະຕູໃຫ້ກັບ ບາເຢິນ ມິວນິກ ໄດ້ 14 ນັດຕິດຕໍ່ກັນອີກດ້ວຍ.

ຮູບຈາກ: AP