ຢູ 23 ລາວ ເອີ້ນ 34 ນັກເຕະເຂົ້າສູນຝຶກຊ້ອມ ກຽມລຸຍຄັດບານເຕະຊີງແຊັມອາຊີ 2022

611

ທ່ານ SELVARAJ S/O VENGADALAM ຫົວໜ້າຄູຝຶກທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີເອີ້ນນັກກີລາ 34 ຄົນເຂົ້າເກັບຕົວຝຶກຊ້ອມ ເພື່ອກະກຽມເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊັມອາຊີ ຮຸ່ນອາຍຸບໍ່ເກີນ 23 ປີ ຮອບຄັດເລືອກ ( AFC U23 Asian Cup Uzbekistan 2022™️ Qualifying ).

ໂດຍທີມຊາດລາວ ຢູ່ຮ່ວມກຸ່ມ J ປະກອບມີ: ທີມຊາດໄທ, ທີມຊາດມາເລເຊຍ ແລະ ທີມຊາດມົງໂກລີ ( ເຈົ້າພາບ ) ເຊິ່ງຮອບຄັດເລືອກຈະແຂ່ງຂັນລະຫວ່າງວັນທີ 23 – 31 ຕຸລາ 2021 ເພື່ອຄັດເອົາອັນດັບ 1 ໃນຈຳນວນ 11 ກຸ່ມ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຈຳນວນ 4 ທີມ ຜ່ານເຂົ້າຮອບສຸດທ້າຍ ແລະ ອຸດສະເບກິດສະຖານ ເຈົ້າພາບ.

ຫຼ້າສຸດທີມຊາດລາວ ເອີ້ນນັກເຕະ 34 ຄົນເຂົ້າສູນຝຶກຊ້ອມຢ່າງເປັນທາງການ ໃນທ້າຍອາທິດ ທີ່ຜ່ານມາ ແລະ ຈະຄັດເອົາຕາມໂຄຕາ 20 ກວ່າຄົນສຸດທ້າຍເຂົ້າຮ່ວມແຂ່ງຂັນລາຍການດັ່ງກ່າວ ເຊິ່ງ 34 ລາຍຊື່ນັກເຕະມີດັ່ງນີ້:
+ ຜູ້ຮັກສາປະຕູ:
1. ສໍລະສັກ ທິລາວົງ ຈາກສະໂມສອນ ຊ້າງນ້ອຍ ເອັຟຊີ
2. ສີອຳພອນ ແສງສະຫວ່າງ ຈາກສະໂມສອນ ຊ້າງນ້ອຍ ເອັຟຊີ
3. ແກ້ວອຸດອນ ສຸວັນນະສັງໂສ ຈາກສະໂມສອນ ກອງທັບ ເອັຟຊີ

4. ຈັນທະວິໄຊ ທຽບອານົງ ຈາກສະໂມສອນ ເອັສຣາ ເອັຟຊີ
+ ກອງຫຼັງ:
5. ກິດຕິສັກ ພົມວົງສາ ຈາກສະໂມສອນ ຊ້າງນ້ອຍ ເອັຟຊີ
6. ອານັນຕະຊາ ສີພົງພັນ ຈາກສະໂມສອນ ເອັສຣາ ເອັຟຊີ
7. ພຸດທະວົງ ສັງວິໄລ ຈາກສະໂມສອນ ເອັສຣາ ເອັຟຊີ

8. ທິນນະກອນ ກອງຕະການ ຈາກ ສະໂມສອນ ເອັສຣາເອັຟຊີ
9. ນະລົງສິດ ຈັນທະລັງສີ ຈາກ ສະໂມສອນ ວຽງຈັນ ເອັຟຊີ
10. ໄຊຍະສິດ ສິງສະຫວ່າງ ຈາກ ສະໂມສອນ ວຽງຈັນ ເອັຟຊີ
11. ເຄວິນ ສີສະນັນ ຈາກ ແຂວງວຽງຈັນ
12. ໄຊຍະສິດ ກຸຫລາບສະຫວັນ ຈາກ ສະໂມສອນ ເມືອງຫາດ ຢູໄນເຕັດ

13. ຊີດີ ພົມສະຫວັນ ຈາກ ສະໂມສອນ ກອງທັບ ເອັຟຊີ
14. ສຸກອຳພັນ ພົມມະລີວົງ ຈາກ ສະໂມສອນ ເອັຟຊີ ຈັນທະບູລີ
+ ກອງກາງ:
15. ພັດທະນາ ພົມມະເທບ ຈາກ ສະໂມສອນ ເອັສຣາ ເອັຟຊີ
16. ພຸດທະລັກ ທອງຊະນິດ ຈາກ ສະໂມສອນ ເອັສຣາ ເອັຟຊີ

17. ອານຸສອນ ໄຊປັນຍາ ຈາກ ສະໂມສອນ ເອັສຣາ ເອັຟຊີ
18. ທະນູທອງ ກຽດນະລົງລົບ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ
19. ສົມລິດ ແສງວັນນີ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ
20. ກີ້ດາວອນ ສຸວັນນີ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ
21. ບຸນພະຈັນ ບຸນກອງ ຈາກ ສະມສອນ ຊ້າງນ້ອຍ ເອັຟຊີ

22. ອາລຸນໄນ ລຸນລາສີ ຈາກ ສະໂມສອນ ເອັຟຊີ ຈັນທະບູລີ
23. ຄອນສະຫວັນ ແກ້ວຫນູຈັນ ຈາກ ສະໂມສອນ ເອັຟຊີ ຈັນທະບູລີ
24. ໂລ ວີພັດ ຈາກ ສະໂມສອນ ເອັຟຊີ ຈັນທະບູລີ
25. ກຽງທະວີສັກ ໄຊຊະນະປັນຍາ ຈາກ ສະໂມສອນ ເອັຟຊີ ຈັນທະບູລີ
26. ກ້ວຍເຈັງ ຫນູພັກດີ ຈາກ ສະໂມສອນ ກອງທັບ ເອັຟຊີ

27. ຈັນທະວິໄຊ ຂຸນທຸມພອນ ຈາກ ແຂວງສະຫວັນນະເຂດ
28. ສິນນະກອນ ກູມະນີຄຳ ຈາກ ແຂວງຫຼວງພະບາງ
29. ບຸນມີ ປິ່ນແກ້ວ ຈາກ ແຂວງຈຳປາສັກ
+ ກອງຫນ້າ
30. ວິສິດ ບຸນປະເສີດ ຈາກ ແຂວງສາລະວັນ

31. ເອກກະໄມ ລາດຊະຈັກ ຈາກ ແຂວງສະຫວັນນະເຂດ
32. ທິບພະຈັນ ຄຳໃບອ່ອນ ຈາກ ແຂວງຈຳປາສັກ
33. ໂຈນີ ແຫວນປະເສີດ ຈາກ ສະໂມສອນ ເອສະຣາ ເອັຟຊີ
34. ຕີ ສີຫາລາດ ຈາກ ສະໂມສອນ ກອງທັບ ເອັຟຊີ
ຮູບຈາກ: ສຕລ