ວັນນີ້ຕິດເຊື້ອຫຼາຍເຖິງ 381ຄົນ ໃນການຕິດເຊື້ອໃນຊຸມຊົນ48ຄົນ

818

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 18 ສິງຫາ 2021 ວ່າ:ວັນທີ 17 ສິງຫາ 2021ໄດ້ກວດວິເຄາະທັງໝົດ 2.769 ຄົນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 381 ຄົນ.

ໃນນີ້ຕິດເຊື້ອໃນຊຸມຊົນ 48 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື: ນະຄອນຫຼວງ 1 ຄົນ, ບໍ່ແກ້ວ (ເມືອງຕົ້ນເຜິ້ງ) 1 ຄົນ,  ຄຳມ່ວນ 2 ຄົນ (ເປັນຜູ້ສຳຜັດໃກ້ຊິດຢູ່ສູນຈຳກັດບໍລິເວນ), ສະຫວັນນະເຂດ 44 ຄົນ


ສ່ວນ ກໍລະນີນໍາເຂົ້າ ມີ 333 ຄົນ ຈາກ ນະຄອນຫຼວງ 32 ຄົນ, ບໍລິຄຳໄຊ 1 ຄົນ, ຄຳມ່ວນ 146 ຄົນ, ສາລະວັນ 1 ຄົນ, ສະຫວັນນະເຂດ 108 ຄົນ ແລະ ຈຳປາສັກ 45 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 11.029 ຄົນ, ຄົນເຈັບເສຍຊີວິດສະສົມ 9 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 4.194 ຄົນ. ສັງເກດເຫັນວ່າ ການຕິດເຊື້ອສ່ວນໃຫຍ່ ແມ່ນເກີດຂຶ້ນໃນຢູ່ໃນສູນຈຳກັດບໍລິເວນ.

ດັ່ງທີ່ບັນດາທ່ານຮູ້ແລ້ວວ່າ ການຕິດເຊື້ອໃນບ້ານເຮົາ ສ່ວນໃຫຍ່ ແມ່ນມາຈາກກໍລະນີນຳເຂົ້າ, ຄາດຄະເນວ່າ ຕົວເລກຈະຍັງສືບຕໍ່ເພິ່ມຂຶ້ນ ແລະ ບໍ່ທັນມີທ່າອ່ຽງທີ່ຈະຫຼຸດລົງເທື່ອ ເນື່ອງຈາກປັດຈຸບັນ ຍັງມີແຮງງານລາວຈຳນວນຫຼວງຫຼາຍ ເດີນທາງກັບຈາກປະເທດເພື່ອນບ້ານທີ່ກຳລັງມີການລະບາດ ແລະ ນຳເອົາສາຍພັນເດວຕ້າເຂົ້າມາ ໃນ ສປປ ລາວ.