ສ.ເກົາຫຼີ ເກີນດຸນການຄ້າຢ່າງຕໍ່ເນື່ອງ

309

ສຳນັກຂ່າວ KCS ຂອງສາທາລະນະລັດເກົາຫຼີ ລາຍງານໃນວັນທີ 17 ສິງຫາ 2021 ວ່າ: ໃນເດືອນກໍລະກົດຜ່ານມາ ສາທາລະນະລັດເກົາຫຼີ ມີຍອດເກີນດຸນການຄ້າ 1,77 ຕື້ໂດລາສະຫະລັດ ເຊິ່ງເປັນການເກີນດຸນການຄ້າກັບຕ່າງປະເທດ 15 ເດືອນຕິດຕໍ່ກັນແລ້ວ ນັບແຕ່ເດືອນພຶດສະພາ 2020 ເປັນຕົ້ນມາ ເນື່ອງຈາກການສົ່ງອອກຟື້ນຕົວຢ່າງເຂັ້ມແຂງ.

ລາຍງານລະບຸວ່າ: ຍອດສົ່ງອອກຂອງສາທາລະນະລັດເກົາຫຼີ ໃນເດືອນກໍລະກົດ 2021 ເພີ່ມຂຶ້ນ 29,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຈຸລະດັບ 55,43 ຕື້ໂດລາ, ຂະນະທີ່ຍອດນຳເຂົ້າເພີ່ມຂຶ້ນ 38,1% ມູນຄ່າປະມານ 53,66 ຕື້ໂດລາ.

ທັງນີ້, ຍອດສົ່ງອອກຂອງສາທາລະນະລັດເກົາຫຼີຈຸ 50 ຕື້ໂດລາ ເປັນເດືອນທີ 5 ຕິດຕໍ່ກັນແລ້ວ ທ່າມກາງຄວາມຕ້ອງການຂອງໂລກຟື້ນຕົວຢ່າງຕໍ່ເນື່ອງ.

ສ່ວນຍອດສົ່ງອອກເຊມີຄອນດັກເຕີ ໃນເດືອນກໍລະກົດເພີ່ມຂຶ້ນ 38,2% ຢູທີ່ 1,12 ຕື້ໂດລາ, ໃນຂະນະທີ່ຍອດສົ່ງອອກລົດກໍເພີ່ມຂຶ້ນ 10,5% ຢູທີ່ 3,89 ຕື້ໂດລາ ເພີ່ມຂຶ້ນເປັນເດືອນທີ 7 ຕິດຕໍ່ກັນ, ສ່ວນການສົ່ງອອກຊິ້ນສ່ວນລົດກໍເພີ່ມຂຶ້ນ. ໃນຂະນະທີ່ຍອດສົ່ງອອກໄປ ສປ ຈີນ ເຊິ່ງເປັນຄູ່ຄ້າລາຍໃຫຍ່ທີ່ສຸດຂອງ ສ.ເກົາຫຼີ ເພີ່ມຂຶ້ນ 15,8%, ໃນຂະນະທີ່ຍອດສົ່ງອອກໄປອາເມຣິກາ, ສະຫະພາບເອີຣົບ ແລະ ຍີ່ປຸ່ນກໍເພີ່ມຂຶ້ນ.