ບໍ່ແກ້ວຕັດສິນໃຈ ແຈ້ງປິດການເຂົ້າ-ອອກ ເຂດເສດຖະກິດສາມຫຼ່ຽມຄຳ

393

ພາຍຫລັງກວດພົບຜູ້ຕິດເຊື້ອໃນຊຸມຊົນເຂດເສດຖະກິດພິເສດ ເມືອງຕົ້ນເຜິ້ງ, ຫຼ້າສຸດແຂວງບໍ່ແກ້ວຕັດສິນໃຈອອກແຈ້ງການໃຫ້ປິດການເຂົ້າ-ອອກໃນເຂດດັ່ງກ່າວ ໄປຈົນໝົດເດືອນນີ້ ເພື່ອກວດກາຄັດກອງຜູ້ຕິດເຊື້ອ ແລະບໍ່ໃຫ້ເຊື້ອພະຍາດແຜ່ລາມໄປສູ່ເຂດອື່ນ.

ແຂວງບໍ່ແກ້ວໄດ້ອອກແຈ້ງການສະບັບເລກທີ 118/ສພກ,ບກ ລົງວັນທີ 16 ສິງຫາ 2021 ເຖິງເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, – ແນວລາວສ້າງຊາດ, ສອງກອງບັນຊາການປກຊ-ປກສ, ບັນດາເຈົ້າເມືອງ 5 ເມືອງ, ນັກທຸລະກິດ, ຜູ້ປະກອບການ ແລະ ປະຊາຊົນບັນດາເຜົ່າ ທົ່ວແຂວງບໍ່ແກ້ວສືບຕໍ່ປີດການເດີນທາງເຂົ້າ-ອອກ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເນື່ອງຈາກວ່າສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ພາຍໃນ ສປປ ລາວ ໂດຍສະເພາະການພົບກໍລະນີຜູ້ຕິດເຊື້ອໃຫມ່ຢູ່ແຂວງບໍ່ແກ້ວ (ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ).


ໂດຍມີລາຍລະອຽດດັ່ງນີ້:
1. ສືບຕໍ່ປີດການເດີນທາງເຂົ້າ-ອອກ ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຂອງບຸກຄົນທົ່ວໄປ ເລີ້ມແຕ່ເວລາ 00:00 ໂມງ ຂອງວັນທີ 16 ສິງຫາ ຫາ ເວລາ 24:00 ໂມງ ຂອງວັນທີ 30 ສິງຫາ 2021 ເປັນຕົ້ນໄປ, ສໍາລັບແຮງງານລາວ, ແຮງງານຕ່າງປະເທດ ທີ່ມີຈຸດປະສົງເດີນທາງກັບຄືນບ້ານນັ້ນ ແມ່ນມອບໃຫ້ ຄະນະຮັບຜິດຊອບແຕ່ລະຂັ້ນ ສົມທົບກັນສືບຕໍ່ແກ້ໄຂ, ເກັບກໍາຂໍ້ມູນສະຖິຕິ ແລະ ຈັດສົ່ງ ຕາມລະບຽບການ, ພ້ອມດຽວກັນນັ້ນ ກໍໃຫ້ມີການຈັດສົ່ງພາກສ່ວນທີ່ເປັນພະນັກງານເສີບ ຕາມສະຖານບັນເທີງຮ້ານກິນດື່ມ, ພະນັກງານບໍລິການນວດ ແລະ ບຸກຄົນບໍ່ມີວຽກເຮັດງານທໍາ ທີ່ອາໄສຢູ່ເຂດເຊື່ອມຕໍ່ (ເມືອງຕົ້ນເຜິ້ງ-ເຂດເສດຖະກິດພິເສດສາມຫຼ່ຽມຄໍາ) ກັບຄືນບ້ານ ແລະ ສໍາລັບແຮງງານລາວ, ແຮງງານຕ່າງປະເທດ ທີ່ມີຈຸດປະສົງເຂົ້າໄປໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາແມ່ນຍັງບໍ່ອານຸຍາດໃຫ້ເຂົ້າໄປເທື່ອ.


2. ມອບໃຫ້ເຈົ້າຫນ້າທີ່ແພດຫມໍ ສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ປະຕິບັດມາດຕະການໂຕ້ຕອບ, ສືບຄົ້ນຫາຜູ້ຕິດເຊື້ອ ເອົາທາມລາຍຜູ້ສໍາຜັດໃກ້ສິດກັບທຸກກໍລະນີ ໃຫ້ພົບໄວ ແຍກຕົວໄວ້ແລະ ໃຫ້ໄດ້ປິ່ນປົວຫາຍດີໄວ ເພື່ອຢຸດຕິການລະບາດໃນເຂດເສະຖະກິດພິເສດໃຫ້ໄດ້ໄວ.


3. ໃຫ້ດ່ານຈຸດກວດກາ ແລະ ບ້ານທີ່ຢູ່ໃກ້ຄຽງເຂດຊາຍແດນຕິດກັບເຂດທີ່ມີຄວາມສ່ຽງພ້ອມກັນ
ສືບຕໍ່ເອົາໃຈໃສ່ຕິດຕາມ, ກວດກາການລັກລອບເຂົ້າ-ອອກບໍ່ຖືກຕ້ອງ ພ້ອມປະຕິບັດມາດຕະການ ຕໍ່ຜູ້ລະ ເມີດຢ່າງເຂັ້ມງວດ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ ຢ່າງເຂັ້ມງວດ.