ໃນວັນທີ 13 ສິງຫາ 2021 ທີ່ສູນກັກກັນໂຮງຮຽນປະຖົມ ບ້ານນາກຸດຈານ ເມືອງອາດສະພອນ ແຂວງສະຫວັນນະເຂດ ທາງທິມງານຄະນະສະເພາະກິດ ປ້ອງກັນ, ຄວບຄຸມ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ19 ເມືອງອາດສະພອນພ້ອມດ້ວຍທີມແພດໝໍພາກສະໜາມໄດ້ລົງປະຕິບັດກວດກາວັດແທກອຸຫະພູມຮ່າງກາຍ, ສອບຖາມປະຫວັດ ເພື່ອກັ່ນກອງຫາເຊື້ອພະຍາດໂຄວິດ 19.
ໃນນີ້ແມ່ນສະເພາະບັນດາແຮງງານທີ່ກັບມາຈາກສະຖານທີ່ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ19 ເຊິ່ງໄດ້ຜ່ານສູນກັກກັນຂອງຂັ້ນແຂວງມາແລ້ວ ແລະ ມາສືບຕໍ່ເຂົ້າສູນກັກກັນຕົວຕໍ່ຢູ່ສູນຂອງເມືອງຄົບກຳນົດ 14ວັນຕາມກຳນົດ.
ໂດຍການເຂົ້າຮ່ວມຕິດຕາມຂອງທ່ານ ນາງ ບຸນທະລັງສີ ຄຳມະນີວົງ ເຈົ້າເມືອງອາດສະພອນ, ທ່ານນາງແກ່ນຕາອິນທະວົງ ປະທານແນວລາວສ້າງຊາດເມືອງ, ທ່ານບຸນປອນ ໃສຈັນດີ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີບັນດາທ່ານຄະນະສະເພາະກິດ, ຄະນະຮັບຜິດຊອບສູນກັກກັນຕົວ, ຄະນະການປົກຄອງບ້ານກ່ຽວຂ້ອງ ແລະຍາດຕິພີ່ນ້ອງຂອງພວກກ່ຽວເຂົ້າຮ່ວມ.
ໃນອກາດດັ່ງກ່າວນັ້ນບັນດາທ່ານໃນຄະນະສະເພາະກິດຕ້ານການແຜ່ລະບາດຂອງພະຍາດໂຄວິດ 19ຂັ້ນເມືອງກໍ່ຍັງໄດ້ໃຫ້ຄຳແນະນຳຕໍ່ຄະນະບ້ານໃຫ້ເອົາໃຈໃສ່ປະຕິບັດຕໍ່ຄຳສັ່ງຂອງຄະນະສະເພາະກິດວາງອອກໃນແຕ່ລະໄລຍະ ຢ່າງເຂັ້ມງວດ, ຕິດຕາມລູກບ້ານຂອງຕົນບໍ່ໃຫ້ເດີນທາງໄປໃນສະຖານທີ່ໆມີຄວາມສ່ຽງຕໍ່ການຕິດເຊື້ອໂດຍບໍ່ມີເຫດການຈຳເປັນ, ສວມໃສ່ອຸປະກອນປ້ອງກັນທຸກຄັ້ງໃນເວລາອອກນອກເຮືອນ ຫຼືລົມກັບໝູ່ຄູ່
ບັນດາແຮງງານທີ່ຈະກັບເມືອບ້ານແມ່ນຕ້ອງໄດ້ກັກຕົວຕື່ມຢູ່ເຮືອນອີກຢ່າງໜ້ອຍ 7 ວັນ ຈຶ່ງໃຫ້ອອກພົບປະກັບໝູ່ຄູ່, ເພື່ອຮັບປະກັນບໍ່ໃຫ້ມີການຕິດເຊື້ອໂຄວິດ19 ແລະ ສຳລັບແຮງງານທີ່ກັບບ້ານໃນຄັ້ງນີ້ແມ່ນມີອຸຫະພູມ, ສະພາບຮ່າງກາຍແຂງແຮງປົກກະຕິດີ ແລະຍັງໄດ້ຮັບການສີດວັກຊີນກັນພະຍາດໂຄວິດ19 ຊະນິດ ຈອນສັນແອນຈອນສັນທັງໝົດມີຈຳນວນ 20 ຄົນ ແລະ ພາຍໃນສູນກັກກັນໂຮງຮຽນປະຖົມນາກຸດຈານໄດ້ອອກຈາກສູນທັງໝົດ ເຊິ່ງປັດຈຸບັນແມ່ນຍັງມີແຮງງານທີ່ບໍ່ທັນຄົບຕາມກຳນົດກັກຕົວໃນທີ່ດັ່ງກ່າວແມ່ນ 27 ຄົນ .