ເຕືອນລະວັງ ຝົນຕົກໜັກທາງພາກເໜືອ ຫາ ພາກກາງແຕ່ນີ້ສິງຫາ

751

ອຸຕຸແຈ້ງເຕືອນພາຍໃນທິດນີ້ ບັນດາແຂວງທາງພາກກາງ ແລະພາກເໜືອໃຫ້ເຝົ້າລະວັງຝົນຕົກໜັກ ເລີ່ມແຕ່ໄລຍະວັນທີ 16 ຫາ 22 ສິງຫານີ້.


ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 16 ຫາ 22 ສິງຫາ 2021 ວ່າ: ໃນໄລຍະວັນທີ 16 ຫາ 18 ສິງຫານີ້ ຄວາມກົດດັນອາກາດຕໍ່າຈະປົກຄຸມຢູ່ທຸກແຂວງຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກຳລັງແຮງພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ.


ຕາມການຄາດຄະເນແມ່ນຈະມີຝົນຕົກໜັກຢູ່ບາງທ້ອງຖິ່ນ ໃນບັນດາແຂວງພາກເໜືອດ້ານຕາເວັນຕົກລົງ ຫາ ພາກກາງຕອນເທິງ, ສ່ວນພາກໃຕ້ຈະມີຝົນຕົກຫຼຸດລົງ. ຈາກນັ້ນໃນໄລຍະວັນທີ 19 ຫາ 22 ສິງຫາ 2021 ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງເພີ່ມຂຶ້ນພັດປົກຄຸມ, ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກຢູ່ບາງທ້ອງຖິ່ນໃນແຕ່ລະພາກ.


ນອກນັ້ນ, ໄດ້ມີຄຳເຕືອນເພື່ອເຝົ້າລະວັງສະພາບອາກາດຮ້າຍແຮງ ໃນໄລຍະວັນທີ 16 ຫາ 22 ສິງຫາ 2021 ເນື່ອງຈາກລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກຳລັງແຮງເພີ່ມຂຶ້ນພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນຕົກລົງ ຫາ ພາກກາງ.
ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຕິດຕໍ່ກັນຫຼາຍວັນທີ່ຈະເຮັດໃຫ້ມີ ນ້ຳຖ້ວມ, ດິນເຈື່ອນ ແລະ ນ້ຳຖ້ວມອັ່ງທີ່ອາດຈະເກີດຂຶ້ນໄດ້.