ສ້າງສັນບົດ​ເພງ​​ສະ​ເຫຼີມສະຫຼອງ​ວັນ​ລັດຖະທຳ​ມະນູນ​ແຫ່ງ​ຊາດຄົບຮອບ 30 ປີ

499

ເພື່ອເປັນການຊົມເຊີຍວັນ ລັດຖະທຳມະນູນແຫ່ງຊາດ ຄົບຮອບ 30  ປີ (ວັນທີ 15 ສິງຫາ 1991-15 ສິງຫາ 2021) ສະໂມສອນບານເຕະສິລະປິນລາວ ຮ່ວມກັບສະມາຄົມສຽງແຄນລາວມີ​ຄວາມ​ພາກພູມ​ໃຈ​ ສ້າງບົດເພງ ເພື່ອຂໍ່ານັບຮັບຕ້ອນ ວັນດັ່ງກ່າວ ຈຳນວນ 3 ບົດເພງດ້ວຍກັນ ຄືເພງ:

ເຊິ່ງບົດ​ເພງທີຫນຶ່ງແມ່ນ: ‘’ໃຕ້ຟ້າລາວໃໝ່’’ ທີ່ເປັນບົດເພງ​ປະພັນໂດຍ ທ່ານບົວເງິນ ຊາພູວົງ, ສິລະປິນແຫ່ງຊາດ, ປະທານສະມາຄົມສິລະປິນລາວ ​ແລະຂັບຮ້ອງໂດຍ: ບຸນມະນີ ພົມມະສານ, ເພງໃຕ້ຟ້າລາວໃໝ່ນີ້ ທ່ານ ບົວເງິນ ຊາພູວົງ ເພິ່ນໄດ້ເອົາໃຈໃສ່ຊີ້ນໍາທຳນອງເພງຢ່າງໃກ້ຊິດ ເພື່ອໃຫ້ບົດເພງດັ່ງກ່າວມີຊີວິດຊີວາເຕັມໄປດ້ວຍອາລົມທີ່ສື່ສານໃຫ້ເຫັນເຖິງເນື້້ອໃນຄວາມໝາຍຄວາມສຳຄັນຄວາມເປັນມາຂອງລັດຖະທຳມະນູນ​ແຫ່ງ​ຊາດ. ​

ແລະ ບັດເພງທີສອງແມ່ນ​: ‘’ສັນລະ​ເສີນລັດຖະທຳ​ມະນູນ’’ ທີ່ປະພັນ​​ໂດຍ: ທ່ານ​ ຄໍາ​ສະ​ແຫວງ ຫວາດ​ສະໜາ​ສົ່ງ, ນັກ​ປະພັນ​ເພງ​ຮຸ້ນສືບ​ທອດທັ້ງ​ເປັນ​ຄະນະ​ບໍລິຫານ​ງານ​ສະມາຄົມ​ສິລະ​ປິນລາວ, ຮ້ອງ​ໂດຍ ​ບຸນ​ມະນີ ພົມມະ​ສານ.

ແລະ ບົດເພງສຸດທ້າຍແມ່ນ​​ເພງ: ​‘’ຊີວິດ​ໃໝ່​ໃຕ້ລັດຖະທຳ​ມະນູນ’’ ທີ່ປະພັນ​​ໂດຍ: ທ່ານ​ຄຳ​ສະ​ແຫວງ ຫວາດ​ສະໜາສົ່ງ ຮ້ອງ​ໂດຍ: ຊາຍ​ສະໝອນ ອໍ​ຫຼວງ​​ເສກ,  ຄວບ​ຄຸມ​ການ​ຜະລິດ​ໂດຍ: ບຸນ​ມະນີ ພົມມະ​ສານ, ປະທານ​ສະ​ໂມ​ສອນ​ບານ​ເຕະ​ລວມສິລະ​ປິນລາວ, ຄະນະ​ບໍລິຫານ​ງານ​ສະມາຄົມ​ສິລະ​ປິນລາວ,ຫົວໜ້າ​ຫ້ອງການ​ສະມາຄົມ​ສຽງ​ແຄນ​ລາວ.

ທັງ​ສາມ​ບົດ​ເພງ​ນີ້​​ແມ່ນ​ໄດ້​ສ້າງສັນດົນຕີ ​ແລະ ຮ້ອງ​ໃໝ່​ເພື່ອ​ເປັນ​ການ​ປະກອບສ່ວນໃນການ​ສະ​ເຫຼີ​ມສະຫຼອງ ວັນສໍາຄັນຄົບຮອບ 30 ປີ ວັນ​ລັດຖະທຳ​ມະນູນ​ແຫ່ງ​ຊາດ​ ​ໃນການສ້າງສັນຜົນງານເພງດັ່ງກ່າວນີ້ແມ່ນໄດ້​ມີ​ບັນດາ​ບໍ​ລິ​ສັດ ​ແລະ ບຸກຄົນ​ໄດ້​​ເຫັນ​ຄວາ​ມສຳຄັນ​ໃນ​ໂອກາດ​ວັນ​ສຳຄັນ​ດັ່ງກ່າວ​ນີ້ ​ໃຫ້ການ​ຊ່ວຍ​ເຫຼືອ ​ແລະ ສະໜັບ​ສະຫ​ນູນ​ເປັນ​ເງິນ ​ໃນ​ການ​ຜະລິດ​ເພງ​ຈຳນວນ​ດັ່ງກ່າວ​ຄື​: ບໍລິ​ສັດຈະ​ເລີ​ນ​ເຊ​ກອງ​ພະລັງງານ​ຈຳກັດ, ບໍລິສັດ​ລາວ​ໂທລະ​ຄົມ​ມະຫາຊົນ, ບໍລິສັດ​ໄຟຟ້າ​ນໍ້າ​ເທີນ,  ບໍລິສັດ​ຮຸ່ງ​ອາ​ລຸນ​ຂົນ​ສົ່ງ​ດ່ວນ, ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ມະຫາຊົນ, ລັດ​ວິ​ສະຫະ​ກິດ​ນໍ້າມັນ​ເຊື້ອ​ໄຟ​ລາວ, ທ່ານ​ນາງ ສຸປານີ ​ແກ້ວ​ສຸລິຍາ ປະທານ​ບໍລິສັດ 3 M ບໍລິການ, TAKA JEWELRY ແລະ ທ່ານ​ນາງ ອ້ອຍ​ໃຈ ​ເປິ​ນສະມຸດ ທີ່ໄດ້ໃຫ້ການສະຫນັບສະຫູນເພື່ອໃຫ້ມີຜົນງານດີທີ່ດີໆແບບນີ້ອອກມາເນື່ອງໃນວັນສໍາຄັນດັ່ງກ່າວ  ​ ແລະການ​ຜະລິດ​ເພງ​​ແມ່ນ​ສຳ​ເລັດ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ​ຈະ​ນຳ​ໄປ​ມອບ​ໃຫ້​ສະພາ​ແຫ່ງ​ຊາດ ​ແລະ ສື່​ຕ່າງໆ​ເພື່ອ​ນຳ​ໃຊ້​ ພ້ອມທັງ​ເຜີ​ຍ​ແຜ່ໃນວາລະວັນສໍາຄັນ ​ໃນ​ໂອກາດ​ຕໍ່​ໄປ.