“ ຝັງເຂັມ ” ສາດການປິ່ນປົວຂອງຄົນຈີນ ຊ່ວຍປິ່ນປົວຫຍັງໄດ້ແດ່?

894

ການຝັງເຂັມ ( Acupunc ture ) ເປັນສາດໜຶ່ງໃນການແພດແຜນຈີນ ມີປະຫວັດສາດຄວາມເປັນມາທີ່ດົນນານ ຖ້າຫາກນັບຫຼັກຖານທີ່ຄົ້ນພົບກັນແທ້ໆ ກໍອາດຈະຫວນໄປໄດ້ເຖິງປະມານ 2 ພັນປີທີ່ຜ່ານມາ ຫຼັກການສຳຄັນຄືໃຊ້ເຂັມຂະໜາດນ້ອຍຫຼາຍຝັງຕາມຈຸດຕ່າງໆເທິງຮ່າງກາຍ ເພື່ອປັບສົມດຸນ. ມື້ນີ້ຜູ້ຂຽນໄດ້ສະຫຼຸບກ່ຽວກັບການຝັງເຂັມທີ່ໜ້າສົນໃຈມາໃຫ້ທຸກຄົນໄດ້ອ່ານເພື່ອເປັນຄວາມຮູ້ກັນ.

May be an image of text

WHO ຮັບຮອງການຝັງເຂັມ

ສິ່ງທຳອິດທີ່ຢາກເວົ້າເຖິງເລີຍ ກໍຄືການຝັງເຂັມນັ້ນ ຖືກຍອມຮັບວ່າເປັນສາດໃນການປິ່ນປົວແທ້ໆ ເພາະຫຼາຍຄົນຍັງເຂົ້າໃຈວ່າບໍ່ມີມາດຕະຖານ ຫຼື ບໍ່? ເປັນຕາຢ້ານ ຫຼື ບໍ່? ສາດການຝັງເຂັມນັບເປັນອີກໜຶ່ງການປິ່ນປົວທີ່ໄດ້ຮັບການຍອມຮັບລະດັບສາກົນເຊັ່ນ ອົງການອະນາໄມໂລກ ຫຼື WHO ນັ້ນເອງ ກໍໄດ້ປະກາດຍອມຮັບການປິ່ນປົວພະຍາດ ແລະ ບັນເທົາອາການດ້ວຍວິທີຝັງເຂັມ.

ອີກທັງງານວິໄຈຫຼ້າສຸດພົບວ່າ ພະຍາດບາງພະຍາດ ເຊັ່ນ: ກົດໄຫຼຢ້ອນ, ປວດຫົວ, ປວດຫົວໄມເກຣນ ການປິ່ນປົວດ້ວຍການຝັັງເຂັມໃຫ້ຜົນການປິ່ນປົວດີທຽບເທົ່າ ຫຼື ອາດຈະຫຼາຍກວ່າການໃຊ້ຢາ ເພາະບໍ່ຕ້ອງສ່ຽງຕໍ່ຜົນຂ້າງຄຽງຈາກຢາ.

ຝັງເຂັມແລ້ວຊ່ວຍປິ່ນປົວ ຫຼື ບັນເທົາອາການໄດ້ແນວໃດ

ຫຼາຍຄົນສົງໄສວ່າການທີ່ເອົາເຂັມຈິ້ມເຂົ້າໄປແລ້ວມັນຈະປິ່ນປົວແນວໃດ ກ່ອນອື່ນບໍ່ໄດ້ຈິ້ມເຂົ້າໄປບ່ອນໃດກໍໄດ້ ການຝັງເຂັມຈະຝັງໃຫ້ຖືກຈຸດ ຖືກຕຳແໜ່ງ ໂດຍມີຫຼາຍກວ່າ 349 ຈຸດ ຫາກຕາມຫຼັກຈີນກໍຈະບອກວ່າ ການຝັງເຂັມເປັນການປັບສົມດຸນ, ກະຕຸ້ນພະລັງງານ, ການຝັງເຂັມກໍຊ່ວຍກະຕຸ້ນເສັ້ນປະສາດ ກະຕຸ້ນການເຮັດວຽກ, ຊ່ວຍບັນເທົາ ຄວາມເຈັບປວດ, ຊ່ວຍໃນການຫົດເກັງຕົວຂອງກ້າມຊີ້ນ.

May be a closeup of one or more people

ຝັງເຂັມເຈັບບໍ່

ຈະບອກວ່າເກືອບຈະບໍ່ຮູ້ສຶກເລີຍ ເຂັມທີ່ໝໍໃຊ້ນັ້ນມີຂະໜາດບາງ ແລະ ນ້ອຍຫຼາຍ ( ປະມານ 0,1 – 0,3 mm ) ອາດຈະມີຄວາມຮູ້ສຶກໜ້ອຍໜຶ່ງຕອນຝັງເຂົ້າໄປ ແຕ່ກໍນັບເປັນຂໍ້ດີຕອນທີ່ເຮົາຮູ້ສຶກເຈັບ ຮ່າງກາຍກໍຈະຕອບສະໜອງໂດຍກະຕຸ້ນລະບົບສົ່ງການໄຫຼວຽນເລືອດໄປຍັງພື້ນທີ່ນັ້ນໆ.

ການຝັງເຂັມຊ່ວຍປິ່ນປົວພະຍາດຫຍັງໄດ້ແດ່?

ອາການ ແລະ ພະຍາດທີ່ນິຍົມປິ່ນປົວດ້ວຍການຝັງເຂັມມີດັ່ງນີ້:

ກຸ່ມອາການປວດ ແລະ ພະຍາດທາງລະບົບກ້າມຊີ້ນ ເຊັ່ນ: Office Syndrome ປວດຫຼັງ, ປວດກ້ານຄໍ, ປວດບາໄຫຼ່, ປວດຫົວ, ປວດໄມເກຣນ.

ກຸ່ມພະຍາດລະບົບປະສາດ ເຊັ່ນ: ຊາປາຍມື, ປາຍຕີນ, ອຳມະພຶກ, ອຳມະພາດ, ພະຍາດອຳມະພາດໜ້າ, ກ້າມຊີ້ນອ່ອນແຮງ.
• ກຸ່ມພະຍາດລະບົບທາງເດີນຫາຍໃຈ ເຊັ່ນ: ພູມແພ້, ຫວັດຊ້ຳເຮື້ອ ແລະ ຫອບຫືດ.

ກຸ່ມພະຍາດລະບົບຕ່ອມໄຮ້ທໍ່ ເຊັ່ນ: ເບົາຫວານ, ຄວາມດັນເລືອດສູງ, ຄວາມດັນຕ່ຳ.

ກຸ່ມພະຍາດລະບົບທາງເດີນອາຫານ ແລະ ລຳໄສ້ ເຊັ່ນ: ກົດໄຫຼຢ້ອນ, ທ້ອງຜູກ, ອາຫານບໍ່ຍ່ອຍ.

ກຸ່ມພະຍາດຍິງ ເຊັ່ນ: ປັບສົມດຸນ, ປັບຮໍໂມນ, ປະຈຳເດືອນມາບໍ່ປົກກະຕິ, ເຂົ້າສູ່ໄວທອງ.

May be an image of one or more people and text

ແນ່ນອນວ່າກໍມີກຸ່ມຜູ້ທີ່ບໍ່ຄວນຝັງເຂັມເຊັ່ນ ຕົວຢ່າງ: ເປັນພະຍາດທີ່ຕິດເຊື້ອຕ່າງໆ, ພະຍາດມະເຮັງທີ່ຍັງບໍ່ໄດ້ປິ່ນປົວ, ພະຍາດທີ່ຕ້ອງປິ່ນປົວດ້ວຍການຜ່າຕັດ, ແມ່ຍິງທີ່ຢູ່ລະຫວ່າງຖືພາ, ຜູ້ປ່ວຍພະຍາດຫຼອດເລືອດທີ່ມີຄວາມຜິດປົກກະຕິຂອງລະບົບແຂງຕົວຂອງເລືອດ, ຜູ້ທີ່ໃສ່ເຄື່ອງກະຕຸ້ນການເຕັ້ມຫົວໃຈ.

ທີ່ມາ: https://www.sanook.com/health/29761/