ມຊ ແຈ້ງການໃຫ້ພັກການຮຽນ-ການສອນ ຊົ່ວຄາວທຸກຊັ້ນຮຽນ ເພື່ອກຽມພ້ອມຕ້ານພະຍາດໂຄວິດ-19

895

ມະຫາວິທະຍາໄລແຫ່ງຊາດ (ມຊ) ອອກແຈ້ງການ ເລກທີ 188/ມຊ, ລົງວັນທີ 15 ສິງຫາ 2021 ເລື່ອງການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19 ແລະ ການຈັດຕັ້ງການຮຽນ-ການສອນ ພາຍໃນ ມຊ, ອີງຕາມທິດຊີ້ນຳຂອງຄະນະນຳ ມຊ ຄັ້ງວັນທີ 15 ສິງຫາ 2021. ອະທິການບໍດີ ມຊ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ເພື່ອສືບຕໍ່ການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດ ໂຄວິດ-19 ແລະ ການຈັດຕັ້ງການຮຽນ-ການສອນ ໃນ ມຊ ເຊິ່ງມີລາຍລະອຽດດັ່ງລຸ່ມນີ້:


1. ໃຫ້ທຸກພາກສ່ວນພາຍໃນ ມຊ ສືບຕໍ່ເພີ່ມທະວິປະຕິບັດມາດຕະການຕ່າງໆທີ່ລະບຸໃນຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ,ລົງວັນທີ 21 ເມສາ 2021; ຄຳແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ, ແຈ້ງການຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ສະບັບເລກທີ 722/ສສກ, ລົງວັນທີ 03 ສິງຫາ 2021 ມອບໃຫ້ທຸກພາກສ່ວນຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ຢ່າງເຂັ້ມງວດ.
2. ໃຫ້ພັກການຮຽນ-ການສອນ ຊົ່ວຄາວທຸກຊັ້ນຮຽນ ໃນແຕ່ລະຄະນະວິຊາ, ສະຖາບັນ, ສູນ, ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ, ໂຮງຮຽນມັດທະຍົມ, ປະຖົມສາທິດ, ເຮືອນລ້ຽງເດັກ ແລະ ອານຸບານສາທິດ ນັບແຕ່ວັນທີ 16 ສິງຫາ 2021 ຈົນກວ່າຈະມີແຈ້ງການເພິີ່ມເຕີມ ໂດຍມອບໃຫ້ແຕ່ພາກສ່ວນຈັດຕັ້ງປະຕິບັດ ການຮຽນ-ການສອນ ໃນຮູບແບບທາງໄກ (Online) ໂດຍໃຊ້: Facebook, OBS, Powerpoint + OBS, Google Classroom ຕາມຄວາມເໝາະສົມແລ້ວລາຍງານໃຫ້ຄະນະນໍາຊາບ.


3. ຫ້າມບໍ່ໃຫ້ການຈັດຕັ້ງທຸກພາກສ່ວນ ຈັດກອງປະຊຸມ, ການສຳມະນາ, ຝຶກອົບຮົມ ແລະ ກິດຈະກຳອື່ນໆທີ່ມີຜູ້ເຂົ້າຮ່ວມເກີນ 10 ຄົນ ແລະ ໃຫ້ປະຕິບັດມາດຕະການຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ໃນກໍລະນີຈໍາເປັນແມ່ນຕ້ອງໄດ້ຮັບອານຸຍາດຈາກຄະນະສະເພາະກິດ ມຊ ເສຍກ່ອນ.
4. ສໍາລັບການເຂົ້າ-ອອກ ສໍານັກງານຂອງແຕ່ລະວິທະຍາເຂດ ພາຍໃນມະຫາວິທະຍາໄລແຫ່ງຊາດ ແມ່ນໃຫ້ຕິດຕາມຢ່າງເຂັ້ມງວດ, ພ້ອມທັງໃຫ້ມີການຈັດຕັ້ງວັດແທກອຸນຫະພູມ, ລ້າງມື, ໃສ່ຜ້າປິດປາກ-ດັ່ງ ກ່ອນເຂົ້າຫ້ອງການຂອງຕົນ ແລະ ໃຫ້ປະຕິບັດຢ່າງເຂັ້ມງວດ ແລະເປັນປົກກະຕິທຸກມື້, ໃນກໍລະນີກວດພົບພະນັກງານ, ຄູ-ອາຈານ, ຜູ້ທີ່ມາພົວພັນວຽກ ຫຼື ນັກຮຽນ-ນັກສຶກສາ ທີ່ມີອຸນຫະພູມ 37,5 ອົງສາເຊ ຫຼື ສູງກວ່າ ຫຼື ມີປະຫວັດການສໍາພັດກັບຄົນໃນຄອບຄົວ-ໝູ່ເພື່ອທີ່ຕິດໂຕວິດ ໃຫ້ຄະນະຮັບຜິດຊອບບັນທຶກລາຍຊື່, ນາມສະກຸນ ແລະ ບ່ອນປະຈໍາການໃຫ້ລະອຽດ ແລ້ວແນະນຳໃຫ້ຜູ້ກ່ຽວກັບບ້ານເພື່ອຕິດຕາມອາການ ແລະ ໄປກວດຕາມໂຮງໝໍ ຫຼື ສະຖານທີ່ກວດ ໂຄວິດ-19 ຕາມເຂດບໍລິການທີ່ທາງການກຳນົດໄວ້.


5. ໃຫ້ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ທຸກພາກສ່ວນສືບຕໍ່ຈັດຕັ້ງຂະບວນການໄປສັກວັກຊິນປ້ອງກັນພະຍາດ ໂຄວິດ-19 ຕາມເຂດບໍລິການທີ່ທາງການກໍານົດໄວ້; ໃຫ້ແຕ່ລະຄະນະວິຊາເກັບກຳລາຍຊື່ ແລະ ຈຳນວນຄົນທີ່ໄດ້ສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ພ້ອມທັງກ໊ອບປີ້ບັດສັກຢາແລ້ວນໍາສົ່ງໃຫ້ແກ່ຄະນະສະເພາະກິດ ມຊ ພາຍໃນເດືອນ ສິງຫາ 2021; ຖ້າພາກສ່ວນໃດຫາກຍັງມີຜູ້ທີ່ຍັງບໍ່ທັນໄດ້ສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ແມ່ນໃຫ້ພາກສ່ວນທີ່ກ່ຽວຂ້ອງເກັບກໍລາຍຊື່ ພ້ອມທັງເຫດຜົນທີ່ບໍ່ສັກຢາ ແລ້ວນໍາສົ່ງໃຫ້ແກ່ຄະນະສະເພາະກິດ ມຊ, ໃນກໍລະນີທີ່ເຫດຜົນບໍ່ພຽງພໍ ແມ່ນມອບໃຫ້ພາກສ່ວນທີ່ກ່ຽວຂ້ອງສຳຫຼວດກວດກາພວກກ່ຽວຕາມແຕ່ລະກໍລະນີ.


6. ຫ້າມບໍ່ໃຫ້ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ທຸກພາກສ່ວນ ຊຸມແຊວ, ເຕົ້າໂຮມກັນໃນທຸກກໍລະນີຖ້າມີການລະເມີດທາງຄະນະສະເພາະກິດ ມຊ ຈະໄດ້ຄົ້ນຄວ້າ ແລະ ປະຕິບັດວິໄນຕາມລະບຽບຫຼັກການ.
7. ໃຫ້ການຈັດຕັ້ງ ແລະ ບຸກຄົນຈົ່ງມີຄວາມລະມັດລະວັງການລາຍງານຂ່າວ (ປອມ) ໃນສັງຄົມອອນລາຍ ສຳຄັນທີ່ສຸດໃຫ້ຕິດຕາມຂ່າວສານທີ່ໜ້າເຊື່ອຖືໄດ້ຂອງທາງການ ທາງເຟສບຸກໃຫ້ຕິດຕາມ: ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health, ທາງເວັບໄຊ: www.COVID19.gov.la ແລະ ແຫຼ່ງຂ່າວຂອງລັດຖະບານ.


8. ແຈ້ງການສະບັບນີ້ ແມ່ນກວມລວມ ແຕ່ລະວິທະຍາເຂດ ແລະສາມາດປັບປຸງເພີ່ມເຕີມໃຫ້ເຂັ້ມງວດກວ່າເກົ່າ ເພື່ອໃຫ້ເໝາະສົມຕາມຄວາມເປັນຈິງຂອງແຕ່ລະວິທະຍາເຂດ ແລະ ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ ວັນທີ 16 ສິງຫາ 2021 ເປັນຕົ້ນໄປ, ແຈ້ງມາຍັງບັນດາທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ