ກຽມພ້ອມເປີດບໍລິການແລ້ວ ສູນບໍລິການສຸຂານາໄມພຶດ ເພື່ອສົ່ງອອກແຫ່ງທຳອິດຂອງແຂວງບໍ່ແກ້ວ

391

ອາທິດແລ້ວນີ້ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ພ້ອມຄະນະ ພະແນກການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມ ກວດກາຕິດຕາມຊຸກຍູ້ການກໍ່ສ້າງສູນບໍລິການສຸຂານາໄມພຶດ ສົ່ງອອກ ຂອງບໍລິສັດ ມັງກອນການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ.


ບໍລິສັດດັ່ງກ່າວຕັ້ງຢູ່ບ້ານປຸງນາໜູນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເຊິ່ງທ່ານ ຈັນເພັງ ອິນຕະ ຂະແໜງການທີ່ກ່ຽວຂ້ອງ ທັງເປັນວິຊາການເພື່ອຊຸກຍູ້ສົ່ງເສີມໃຫ້ບໍລິສັດ ປະຕິບັດບັນດາຂໍ້ກໍານົດ ລະບຽບການຕ່າງໆໃຫ້ຖືກຕ້ອງໄດ້ໃຫ້ຮູ້ວ່າ: ສູນດັງກ່າວມີເນື້ອທີ່ເກືອບ 3 ເຮັກຕາ ມີບ່ອນຈອດລົດ, ສ້າງເກັບມ້ຽນສິນຄ້າ, ອາຄານພັກເຊົາຂອງພະນັກງານ, ມີຫ້ອງການບ່ອນປະຈໍາການຂອງເຈົ້າໜ້າທີ່ພາກລັດ ແລະ ພະນັກງານຂອງບໍລິສັດ, ມີອຸປະກອນ ແລະ ເຄື່ອງມືໃນການບໍລິການສຸຂານາໄມພືດ ພະນັກງານວິຊາການຂອງບໍລິສັດ ແລະ ເຈົ້າໜ້າທີ່ຂອງລັດ ຂະແໜງການທີ່ກ່ຽວຂ້ອງ ທີ່ປະຈໍາຢູ່ສູນແຫ່ງນິ້ ແມ່ນໄດ້ຜ່ານການຝຶກອົບຮົມເຕັກນິກການຮົມຢາຕາມມາດຖານ ຈາກກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້.


ສູນແຫ່ງນິ້, ມີຄວາມພ້ອມແລ້ວ ໃນການບໍລິການປ້ອງກັນ-ກໍາຈັດສັດຕູພືດດ້ວຍການຮົມຢາການບໍລິການດ້ານນໍາເຂົ້າ ແລະ ຈໍາໜ່າຍແນວພັນປອດສັດຕູພືດ, ຢາປາບສັດຕູພືດ, ອຸປະກອນປ້ອງກັນພືດ ແລະ ການບໍລິການສຸຂານາໄມພືດສົ່ງອອກ.
ພ້ອມດຽວກັນ ຕາງໜ້າບັນດາພະແນກການ ກໍໄດ້ແນະນໍາໃຫ້ຄະນະຮັບຜິດຊອບ ກໍ່ຄືບໍລິສັດ ຈົ່ງເອົາໃຈໃສ່ເພີ່ມເຕີມໃນການກວດກາເບີ່ງຄືນ ໃນການຈັດສັນ ຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພ ຕໍ່ພະນັກງານ ກໍາມະກອນທີ່ຈະມາເຮັດວຽກ ແລະ ສະພາບແວດລ້ອມຕໍ່ສຸຂະພາບ.


ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ຍັງກ່າວວ່າ: ຜ່ານການລົງກວດກາ ຕິດຕາມຊຸກຍູ້ ສູນບໍລິການສຸຂານາໄມພຶດເຫັນວ່າ ທາງບໍລິສັດ ແມ່ນມີຄວາມເອົາໃຈໃສ່ປະຕິບັດໄດ້ດີ ມີການປະກອບເອກະສານຕ່າງໆທາງດ້ານນິຕິກໍາ ແລະ ໄດ້ຮັບອະນຸມັດ ຈາກກະຊວງທີ່ກ່ຽວຂ້ອງ ແລະ ແຂວງ ທີ່ຖືກຕ້ອງ ຈິ່ງດໍາເນີນການກໍ່ສ້າງໄປຕາມຂັ້ນຕອນ ແລະ ໄດ້ມີການແນະນໍາໃຫ້ຜູ້ລົງທຶນ ພະແນກການທີ່ກ່ຽວຂ້ອງ ຈົ່ງເອົາໃຈໃສ່ໃນການປັບປຸງໂດຍສະເພາະແມ່ນດ້ານບຸກຄະລາກອນ ໃນການຫຸ້ມຫໍ່ ຕ້ອງເຮັດເປັນລະບົບ ເປັນຂັ້ນຕອນໃຫ້ຖືກຕາມເຕັກນິກ.


ເພື່ອຮັບປະກັນບັນຫາສິ່ງແວດລ້ອມ ຕໍ່ກັບກໍາມະກອນ ຫຼື ພະນັກງານທີ່ຈະມາເຮັດວຽກ ແລະ ພັກເຊົາຢູ່ສູນແຫ່ງນິ້ ຄວາມເປັນລະບຽບຮຽບຮ້ອຍ ຄວາມສະອາດຈົບງາມ ແລະ ບັນຫາອື່ນໆ ພາຍຫຼັງເປີດການນໍາໃຊ້ແລ້ວຈະເປັນແຫ່ງທໍາອິດຂອງແຂວງບໍ່ແກ້ວ ຈະເປັນການຍັງຢືນທີ່ຖືກຕ້ອງຢ່າງເປັນທາງການ ໃນການຊຸກຍູ້ສົ່ງເສີມການຜະລິດສິນຄ້າກະສິກຳໄປສູ່ຄຸນນະພາບ ປອດໄພ ແລະ ສິນຄ້າ ຂາອອກສົ່ງໄປສູ່ປະເທດຈີນ ສ້າງຄວາມໝັ້ນໃຈໃຫ້ແກ່ປະເທດນໍາເຂົ້າ ຜູ້ບໍລິການຜູ້ຊົມໃຊ້ຂຶ້ນຕື່ມ.