ລັດຖະບານ ແລະ ນັກທຸລະກິດຈີນ ຈັດກອງປະຊຸມພົບປະເພື່ອຊຸກຍູ້ສົ່ງເສີມການລົງທຶນ

1274

ກອງປະຊຸມ ພົບປະແລກປ່ຽນ ລະຫວ່າງ ພາກລັດຖະບານລາວ ແລະ ນັກທຸລະກິດຈີນ ຄັ້ງທີ 5 ຈັດຂຶ້ນ ໃນວັນທີ 13 ສິງຫາ 2021 ທີ່ ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ລົງທຶນ ຮ່ວມກັບ ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ມີຕາງໜ້າຈາກ 17 ກະຊວງຂອງພາກລັດຖະບານລາວ ແລະ ຝ່າຍ ສປ ຈີນ ມີສະພາການຄ້າຈີນ ປະຈໍາ ສປປ ລາວ, ພາກລະທຸລະກິດຈີນ ແລະ ແຂກຖືກເຊີນເຂົ້າຮ່ວມ.


ກອງປະຊຸມຄັ້ງນີ້ເປັນການເປີດເວທີພົບປະແລກປ່ຽນ ສະພາບການດໍາເນີນທຸລະກິດ ແລະ ການລົງທຶນ ຂອງ ສປ ຈີນ ຢູ່ໃນ ສປປ ລາວ ແລະ ເພື່ອເປັນການສ້າງສາຍພົວພັນອັນດີ ແລະ ສ້າງຄວາມເຂົ້າໃຈ ລະຫວ່າງຂະແໜງການຕ່າງໆຂອງພາກລັດຂອງ ສປປ ລາວ ແລະ ນັກລົງທຶນຈາກ ສປ ຈີນ ເຊິ່ງເປັນການສ້າງກົນໄກໜຶ່ງ ເພື່ອໃຫ້ພາກລັດກຳໄດ້ສະພາບການເຄື່ອນໄຫວ ແລະ ຄວາມຫຍຸ້ງຍາກຂອງພາກທຸລະກິດ ເພື່ອນໍາໄປຄົ້ນຄວ້າມາດຕະການແກ້ໄຂ ເຮັດໃຫ້ໃນການດຳເນີນທຸລະກິດ ແລະ ລົງທຶນຢູ່ ສປປ ລາວ ມີຄວາມສະດວກຂຶ້ນ.


ທ່ານ ສອນໄຊ ສີພັນດອນ ກ່າວຕໍ່ກອງປະຊຸມວ່າ: ເຖິງສະພາບເສດຖະກິດຂອງ ສປປ ລາວ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ປະກອບກັບບັນຫາໄພທໍາມະຊາດ ເຮັດໃຫ້ອັດຕາການຂະຫຍາຍຕົວເສດຖະກິດ ມີທ່າອ່ຽງທີ່ຫຼຸດລົງ (ຂະຫຍາຍຕົວໃນຈັງຫວະຊ້າລົງ) ແລະ ເຕີບໂຕ 3,3% ໃນປີ 2020. ຕໍ່ໜ້າສະພາບການທີ່ທ້າທາຍຄືດ່ັງກ່າວນັ້ນ, ລັດຖະບານແມ່ນໃຫ້ຄວາມສໍາຄັນ ແລະ ໄດ້ຕັ້ງໜ້າເອົາໃຈໃສ່ຕໍ່ການຊຸກຍູ້ຜັກດັນໃຫ້ເສດຖະກິດໄດ້ຮັບການຟື້ນຕົວຂຶ້ນເຂົ້າສູ່ສະພາບປົກກະຕິໂດຍໄວ, ຂະແໜງການຕ່າງໆໄດ້ພະຍາຍາມປັບປຸງກົນໄກການອະນຸມັດການລົງທຶນໃຫ້ສັ້ນລົງ, ຕັດຂອດຂັ້ນໃນການຄົ້ນຄວ້າອະນຸມັດການລົງທຶນ, ປັບປຸງບັນດາລະບຽບການທີ່ເປັນສິ່ງອຸດຕັນກິດຂວາງການລົງທຶນ ແລະ ການດໍາເນີນທຸລະກິດໃຫ້ມີຄວາມສະດວກຂຶ້ນ ພ້ອມທັງເອົາໃຈໃສ່ຊຸກຍູ້ໃຫ້ບັນດາໂຄງການຂະຫນາດໃຫຍ່ລະດັບຊາດຕ່າງໆ ໃຫ້ສາມາດສືບຕໍ່ຈັດຕັ້ງປະຕິບັດໄດ້ຕາມແຜນການ ເພື່ອສ້າງພື້ນຖານໂຄງລ່າງອັນດີໃຫ້ແກ່ການດຶງດູດການລົງທຶນ ກໍ່ຄືການພັດທະນາ.


ທ່ານຮອງນາຍົກ ກ່າວຕື່ມອີກວ່າ: ນັບແຕ່ລັດຖະບານໄດ້ຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມການລົງທຶນ, ການຮ່ວມມື ແລະ ການຄ້າ ກັບຕ່າງປະເທດ, ການລົງທຶນຈາກ ສປ ຈີນ ໄດ້ມີທ່າກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມູນຄ່າການລົງທຶນຈາກ ສປ ຈີນ ຈັດຢູ່ໃນອັນດັບ 1 ໃນ ຈໍານວນ 53 ປະເທດ ທີ່ເຂົ້າມາລົງທຶນໃນ ສປປ ລາວ ເຊິ່ງນັບແຕ່ປີ 1989 ເຖິງ ເດືອນກໍລະກົດ ປີ 2021 ມີຈຳນວນໂຄງການທັງໝົດ 813 ໂຄງການ ມີມູນຄ່າການລົງທຶນທັງໝົດຫຼາຍກວ່າ 16 ຕື້ໂດລາສະຫະລັດ.

ສະເພາະ ປີ 2020 ທ່າມກາງການແຜ່ລະບາດຂອງພະຍາດພະຍາດໂຄວິດ-19 ການລົງທຶນຈາກ ສປ ຈີນ ຍັງສືບຕໍ່ມີບັນຍາກາດທີ່ດີ ເຊິ່ງມີການອະນຸມັດໂຄງການລົງທຶນຈາກຈີນ ຈຳນວນ 21 ໂຄງການ ມີມູນຄ່າການລົງທຶນ 2,5 ຕື້ໂດລາ, ໃນນັ້ນ ສ່ວນໃຫຍ່ແມ່ນການລົງທຶນໃນຂະແໜງບໍ່ແຮ່, ບໍລິການ, ພະລັງງານໄຟຟ້າ, ກະສິກຳ ແລະ ຂະແໜງການອື່ນໆ. ນອກນັ້ນ, ສປ ຈີນ ໄດ້ມີບົດບາດສຳຄັນໃນການລົງທຶນຢູ່ໃນບັນດາເຂດເສດຖະກິດພິເສດ ເຊິ່ງໄດ້ຮັບການອະນຸມັດຈຳນວນ 89 ຫົວໜ່ວຍ ມີມູນຄ່າອະນຸມັດທັງໝົດຫຼາຍກວ່າ 215 ລ້ານໂດລາ.


ໃນກອງປະຊຸມໄດ້ຮັບຟັງການສະເໜີ ສະພາບການລົງທຶນຂອງ ສປປ ລາວ ແລະ ສະພາບການລົງທຶນຂອງນັກລົງທຶນຈີນ ໃນລາວ ໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ແລະ ການສະເໜີສະພາບເຄື່ອນໄຫວວຽກງານວຽກງານ ແລະ ຂໍ້ຫຍຸ້ງຍາກທີ່ພົບຢູ່ໃນວຽກງານການລົງທຶນໂດຍລວມຂອງນັກທຸລະກິດຈີນ ໂດຍຕ່າງໜ້າສະພາການຄ້າຈີນ ແລະ ສະພາການຄ້າປະຈໍາທ້ອງຖິ່ນ.


ຫຼັງຈາກນັ້ນຕາງໜ້າວິສາຫະກິດຈີນຈາກ 9 ຂະແໜງການ ໄດ້ຂຶ້ນລາຍງານ ແລະ ແລກປ່ຽນຄໍາຄິດເຫັນນໍາຂະແໜງການຂອງຝ່າຍລາວຄື: ຂະແໜງພື້ນຖານໂຄງລາງດ້ານຄົມມະນາຄົມ, ຂະແໜງການເງິນ, ຂະແໜງການພັດທະນາເຂດເສດຖະກິດພິເສດ, ຂະແໜງໄຟຟ້າ, ຂະແໜງ ຮັບເໝົາການກໍ່ສ້າງ ແລະ ຮ່ວມມືດ້ານແຮງງານ, ຂະແໜງພັດທະນາບໍ່ແຮ່, ຂະແໜງຮ່ວມມືດ້ານກະສິກຳ, ຂະແໜງປຸງແຕ່ງ ແລະ ການຜະລິດ, ແລະ ການພັດທະນາອະສັງຫາລິມມະຊັບ.

.