ຊົມເຊີຍ! SCG ມອບຕຽງເຈ້ຍ 500 ຊຸດ ໃຫ້ແກ່ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19

1132

ເປັນເລື່ອງດີໆໃນຊາວງວິກິດທີ່ໃຫ້ເຫັນເຖິງນນ້ຳໃຈທີ່ມີໃຫ້ກັນ, ໃນວັນທີ 13 ສິງຫາ 2021, ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະລັດຖະທູດແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ໄດ້ເຂົ້າຮ່ວມພິທີມອບຕຽງເຈ້ຍເອສຊີຈີພີ (SCGP Paper Field Hospital Bed) ຈຳນວນ 500 ຊຸດຈາກບໍລິສັດ SCG International Corporation Co., Ltd ໃຫ້ແກ່ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ຂອງ ສປປລາວ

ເຊິ່ງຕຽງເຈ້ຍດັ່ງກ່າວ ລວມມູນຄ່າ 435,000 ບາດ ຫຼື ປະມານ 140 ລ້ານກີບ, ໂດຍທ່ານຈີຣະວັດ ສີວັດທະນະກຸນ, ຜູ້ຈັດການ ບໍລິສັດ ຄຳມ່ວນຊີເມັນ ຈໍາກັດ ເປັນຕົວແທນມອບ ແລະ ທ່ານ ດຣ. ສະຫນອງ ທອງຊະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ເປັນຕົວແທນຮັບມອບທີ່ ກະຊວງສາທາລະນະສຸກ, ສປປລາວ

ເພື່ອໃຊ້ໃນການເບິ່ງແຍງແຮງງານລາວທີ່ກັບມາຈາກຕ່າງປະເທດ ແລະ ຢູ່ລະຫວ່າງການກັກບໍລິເວນເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ການແຜ່ເຊື້ອໂຄວິດ 19 ເຊິ່ງເປັນການສະແດງອອກເຖິງຄວາມຫ່ວງໃຍ ແລະ ໃຫ້ກໍາລັງໃຈຈາກພີ່ນ້ອງຊາວໄທສູ່ພີ່ນ້ອງຊາວລາວໃນຖານະເປັນມິດແທ້ ແລະ ເພື່ອນບ້ານທີ່ໃກ້ຊິດ.

ຕຽງເຈ້ຍເອສຊີຈີພີ (SCGP Paper Field Hospital Bed) ຜະລິດຈາກເຈ້ຍຣີໄຊເຄີລທັງຫມົດ ອອກແບບຕາມຫລັກການຍະສາດ (ergonomics) ເພື່ອຮອງຮັບການໃຊ້ງານຂອງຮ່າງກາຍຂອງຄົນອາຊີ, ມີນ້ຳໜັກເບົາ, ປະຫຍັດພື້ນທີ່ໃນການຂົນສົ່ງ ແລະ ເກັບມ້ຽນ, ປະກອບໄດ້ງ່າຍພາຍໃນ 8 ນາທີໂດຍບໍ່ຕ້ອງໃຊ້ກາວ, ໃຊ້ໄດ້ດົນເຖິງ 3 ເດືອນຖ້າບໍ່ຖືກນ້ຳ ແລະ ສາມາດຮັບນ້ຳໜັກໄດ້ 100 ກິໂລກຣາມຕາມແນວນອນ.

ໃນປີ 2021, ການຊ່ວຍເຫຼືອຈາກປະເທດໄທທັງຈາກລັດຖະບານ, ພາກເອກະຊົນ ແລະ ພາກປະຊາຊົນເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ 19 ຢູ່ໃນ ສປປ ລາວ ມີມູນຄ່າທັງຫມົດຫຼາຍກວ່າ 23 ລ້ານບາດ ຫຼື ປະມານ 7,6 ຕື້ກີບ.
ຈາກ: Lao Youth Radio FM 90.0 Mhz