ກຸ້ງລາດນ້ຳຍຳເຂັ້ມຂຸ້ນ ແຊບແບບຄົບລົດ

610

ມື້ໃດທີ່ທ່ານບໍ່ຢາກກິນເຂົ້າ, ບໍ່ຢາກກິນຊີ້ນ ຫຼື ອາຫານໜັກໆ ມາລອງເຮັດເມນູນີ້ເລີຍ ກຸ້ງລາດນ້ຳຍຳ ບອກເລີຍວ່າທັງແຊບ ທັງເບົາ ທັງດີຕໍ່ໃຈ ແລະ ດີຕໍ່ນ້ຳໜັກຂອງທ່ານແນ່ນອນ ວິທີເຮັດກໍງ່າຍບໍ່ຫຍຸ້ງຍາກ ເຮົາໄປເຮັດກິນພ້ອມກັນເລີຍ.

May be an image of food

ເຄື່ອງປຸງ:

ກຸ້ງໂຕໃຫຍ່ 20 ໂຕ ຕັດຫົວ ແລະ ແກະເປືອກອອກ

ກະລ່ຳຊອຍ 1 ຖ້ວຍນ້ອຍ

ຜັກບົວລະພາ 1/2 ຖ້ວຍນ້ອຍ

ໝາກແຕງ 1 ໜ່ວຍ ຊອຍເປັນຕ່ອນມົນ ແລະ ບາງ

ຫອມປ້ອມ 5 ຕົ້ນ, ເອົາທັງກ້ານ ແລະ ຮາກ

ນ້ຳປາ 4 ບ່ວງແກງ

ນ້ຳຕານປີ໊ບ 3 ບ່ວງແກງ

ໝາກນາວ 2 ໜ່ວຍ ບີບເອົາແຕ່ນ້ຳ

ໝາກເຜັດດິບ 15 ໜ່ວຍ ໃສ່ຕາມໃຈມັກ

ກະທຽມສົດ 6 ກີບ

ນ້ຳ 2 ບ່ວງແກງ

ວິທີເຮັດ:

1 ລວກກຸ້ງພໍສຸກ ແລ້ວເອົາອອກມາແຊ່ນ້ຳກ້ອນໄວ້ເພື່ອໃຫ້ມັນເດັ້ງ.

2 ກຽມຜັກຕ່າງໆຢາຍໃສ່ຖາດໄວ້.

3 ກຽມນ້ຳຍຳ: ປັ່ນໝາກເຜັດ, ກະທຽມ, ຮາກ ແລະ ກ້ານຫອມປ້ອມ, ນ້ຳຕານປີ໊ບ, ນ້ຳປາ, ໝາກນາວ, ນ້ຳ ໃຫ້ລະອຽດເຂົ້າກັນດີ ແລ້ວຊີມລົດຊາດໃຫ້ອອກສົ້ມ, ເຄັມ, ຫວານ.

4 ເອົາກຸ້ງມາວາງໃສ່ເທິງຜັກ ແລ້ວເອົານ້ຳຍຳລາດໜ້າກຽມລຸຍກັບຄວາມແຊບແບບຄົບລົດໄດ້ເລີຍ.

ທີ່ມາ: https://www.zap.la/lo/recipe-98-shrimp-salad