ເຊກອງ-ກວາງນາມ ເປີດຄູ່ດ່ານສາກົນ ດາກຕະອອກ-ນາມຢາງ

0
693

ພິທີເປີດຄູ່ດ່ານສາກົນດາກຕະອອກ-ນາມຢາງຂື້ນເປັນດ່ານສາກົນຢ່າງເປັນທາງການລະຫວ່າງສອງແຂວງເຊກອງ ສປປລາວ ແລະ ແຂວງກວາງນາມ ສສ ຫວຽດນາມ ໄດ້ຈັດຂຶ້ນທີ່ດ່ານນາມຢາງ ເມືອງນາມຢາງ ແຂວງກວາງນາມ ໃນວັນທີ 14 ສິງຫາ 2021 ນີ້. ຜູ້ແທນຂັ້ນສູງຝ່າຍແຂວງເຊກອງ ນຳໂດຍ ສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ,ເຈົ້າແຂວງໆເຊກອງ .ຝ່າຍແຂວງກວາງນາມ ສສ ຫວຽດນາມ ມີ ສະຫາຍ ຟານຫວຽດເກືອງ ກຳມະການສູນກາງພັກ, ເລຂາພັກແຂວງ,ປະທານສະພາປະຊາຊົນແຂວງກວາງນາມ ພ້ອມຄະນະ ໂດຍມີເຈົ້າໜ້າທີ່ປະຈຳດ່ານພ້ອມພາກສວ່ນກ່ຽວຂ້ອງເຂົ້າຮ່ວມ.


ໃນພິທີ,ສອງຝ່າຍໄດ້ຜ່ານແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີສະບັບເລກທີ 2204/ຫສນຍ,ລົງວັນທີ17 ທັນວາ 2019 ເຫັນດີໃຫ້ຍົກລະດັບດ່ານທ້ອງຖິ່ນດາກຕະອອກ ແຂວງເຊກອງ ຂື້ນເປັນດ່ານສາກົນຕາມການສະເໜີຂອງກະຊວງການຕ່າງປະເທດ ແລະ ຂໍ້ຕົກລົງຂອງລັດຖະບານ ສສ ຫວຽດນາມ ສະບັບເລກທີ 183/NQ-CP, ຮ່າໂນ້ຍ ລົງວັນທີ 22 ທັນວາ 2020 ວ່າດວ້ຍການຍົກລະດັບດ່ານນາມຢາງ ແຂວງກວາງນາມຂື້ນເປັນດ່ານສາກົນ.


ສະຫາຍ ເຫຼັກໄຫຼ ສີວິໄລ  ໄດ້ໃຫ້ທັດສະນະຕໍ່ພິທີເປີດຄູ່ດ່ານສາກົນຄັ້ງນີ້ວ່າ:ການເປີດດ່ານສາກົນດາກຕະອອກ-ນາມຢາງ ເປັນທ່າແຮງອັນໃໝ່ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ,ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ການຮວ່ມມືດ້ານຕ່າງໆ ຂອງສອງແຂວງພວກເຮົາໃນອະນາຄົດ ແລະ ອີກດ້ານນື່ງການເປີດດ່ານສາກົນແຫ່ງນີ້ ນອກຈາກຮັບໃຊ້ທາງຍຸດທະສາດໃນການພັດທະນາເສດຖະກິດ -ສັງຄົມແລ້ວ ຍັງເປັນການສ້າງເງື່ອນໄຂປະກອບສວ່ນສຳຄັນເຂົ້າໃນການແກ້ໄຂຊີວິດການເປັນຢູ່ ແລະ ການໄປມາຫາສູ່ສະດວກສະບາຍຂອງປະຊາຊົນບັນດາເຜົ່າຂອງສອງແຂວງ ທັງເປັນຂີດຫມາຍສຳຄັນລະຫວ່າງສອງພັກ-ລັດ ເວົ້າລວມ, ເວົ້າສະເພາະກໍ່ຄືສອງແຂວງເຊກອງ-ກວາງນາມ ເຊິ່ງສອງແຂວງພວກເຮົາໄດ້ມີມູນເຊື້ອສາມັກຄີຮັກແພງອູ້ມຊູຊວ່ຍເຫລືອເຊິ່ງກັນລະກັນມາຕັ້ງແຕ່ດົນນານ.

ການເປີດດ່ານສາກົນແຫ່ງນີ້ແມ່ນໝາກຜົນຂອງຄວາມບຸກບືນສູ້ຊົນຕັດສິນໃຈສູງ ຂອງການນຳສອງແຂວງ,ຍ້ອນຄວາມເອົາໃຈໃສ່ຊີ້ນຳຂອງສອງລັດຖະບານ ພິເສດແມ່ນຍ້ອນໄດ້ຮັບທຶນຮອນຈາກພັກ-ລັດຖະບານ ສສຫວຽດນາມ ເວົ້າລວມ, ເວົ້າສະເພາະພັກ-ລັດແລະປະຊາຊົນແຂວງກວາງນາມ ໃນການກໍ່ສ້າງອາຄານຫ້ອງການ,ເຮືອນພັກພະນັກງານ ແລະ ອື່ນໆປະຈຳດ່ານ.


ໃນພິທີຄັ້ງນີ້ຄະນະພັກ-ອົງການປົກຄອງແຂວງເຊກອງຍັງໄດ້ນຳເອົາເງິນສົດຈຳນວນ100ລ້ານກີບ ມອບໃຫ້ແກ່ຄະນະພັກ,ຄະນະກຳມະການປະຊາຊົນແຂວງກວາງນາມເພື່ອນຳໃຊ້ເຂົ້າໃນການປ້ອງກັນແລະຄວບຄຸມການລະບາດຂອງພະຍາດໂຄວິດ19, ຂະນະດຽວກັນຄະນະພັກ,ຄະນະກຳມະການປະຊາຊົນແຂວງກວາງນາມກໍ່ໄດ້ມອບ ເຂົ້າສານຈຳນວນ100ໂຕນ ເພື່ອຊວ່ຍເຫລືອ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນບັນດາບ້ານເຂດລຽບຕາມຊາຍແດນຂອງແຂວງເຊກອງ. ພ້ອມນັ້ນກໍ່ໄດ້ມີພິທີຕັດແຖບຜ້າ ແລະ ປ່ອຍຂະບວນລົດຂົນສົ່ງສິນຄ້າຖ້ຽວທຳອິດຜ່ານດ່ານສາກົນດາກຕະອອກ-ນາມຢາງ ເພື່ອເປັນສັນຍາລັກການເປີດຄູ່ດ່ານສາກົນຢ່າງເປັນທາງການ.

ຂ່າວ: ຂັນຄຳ ແສງຈະເລີນວົງ ນັກຂ່າວແຂວງເຊກອງ.

LEAVE A REPLY

Please enter your comment!
Please enter your name here