ສະຫວັນນະເຂດມື້ນີ້ໜ້າເປັນຫ່ວງ ຕິດເຊື້ອໃນຊຸມຊົນ 11 ກໍລະນີ

1051

ໂຄວິດ-19 ຄົງອີກດົນຈັ່ງຊິໝົດໄປ ຜົນລາຍງານຫຼ້າພົບຜູ້ເຊື້ອອີກ 198 ຄົນ ທີ່ໜ້າເປັນຫ່ວງຄືການຕິດໃນຊຸມຊົນ ຂອງແຂວງສະຫວັນນະເຂດ ມື້ດຽວ 11 ກໍລະນີ ເຖິງວ່າຕອນນີ້ນະຄອນໄກສອນຈະປະກາດລັອກດາວໄປແລ້ວກໍ່ຕາມ.

ຕາມການຖະແຫຼງຂ່າວຂອງທ່ານ ດຣ ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຈະຖະແຫຼງຂ່າວ ກ່ຽວກັບ ສະພາບໂຄວິດ-19 ປະຈຳວັນທີ 16 ສິງຫາ 2021 ນີ້ໃຫ້ຮູ້ວ່າ: ໃນວັນທີ 14 ສິງຫາຜ່ານມາ ທົ່ວປະເທດໄດ້ມີການເກັບຕົວຢ່າງມາກວດວິເຄາະທັງໝົດ 2.318 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 198 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 12 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:


ສຳລັບຜູ້ຕິດເຊື້ອໃນຊຸມຊົນແມ່ນຢູ່ແຂວງສະຫວັນນະເຂດ 11 ຄົນ, ນະຄອນຫຼວງ 1 ຄົນ (ຢູ່ບ້ານຮ່ອງແກ ເຊິ່ງເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ຈຳກັດບໍລິເວນ, ສ່ວນ ກໍລະນີນໍາເຂົ້າ ມີ 186 ຄົນ ຈາກ ຄຳມ່ວນ 52 ຄົນ, ສະຫວັນນະເຂດ 50 ຄົນ, ຈຳປາສັກ 47 ຄົນ, ນະຄອນຫຼວງ 26 ຄົນ ແລະ ສາລະວັນ 11 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.


ເຮັດໃຫ້ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 10.092 ຄົນ, ຄົນເຈັບເສຍຊີວິດສະສົມ 9 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 4.210 ຄົນ.