ນະຄອນຫຼວງແຈ້ງ ໃຫ້ໂຈະການຮຽນ-ການສອນທຸກຊັ້ນຮຽນທົ່ວນະຄອນຫຼວງ

983

ເພື່ອຄວາມປອດໄພຂອງນ້ອງໆລູກຫຼານທີ່ເປັນອະນາຄົດຂອງຊາດໃຫ້ຫ່າງໄກຈາກພະຍາດບະບາດໂຄວິດ-19 ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນແມ່ນໄດ້ອອກແຈ້ງການຫຼ້າສຸດສະບັບເລກທີ 17 6 8/ສກຂ,ນວ ລົງວັນທີ 14 ສົງຫາ 2021 ໃຫ້ 9 ຕົວເມືອງທົ່ວນະຄອນຫຼວງວຽງຈັນໂຈະການການຮຽນ-ການສອນທຸກຊັ້ນນັບແຕ່ການສຶກສາກ່ອນໄວຮຽນ-ວິຊາຊີບ.

ການແຈ້ງການດັ່ງກ່າວແມ່ນອີງຕາມທິດຊີ້ນໍາຂອງທ່ານຮອງເຈົ້າຄອງ, ຫົວຫນ້າຄະນະສະເພາະກິດນະຄອນຫຼວງວຽງຈັນ ໃນຄັ້ງວັນທີ 13 ສິງຫາ 2021 ກ່ຽວກັບການເປີດການຮຽນ-ການສອນ ຂອງການສຶກສາກ່ອນໄວຮຽນ, ສາມັນສຶກສາ, ໂຮງຮຽນວິຊາຊີບ,
ທັງພາກລັດ ແລະ ເອກະຊົນ ໃນນະຄອນຫຼວງວຽງຈັນ ແລະການປຶກສາຫາລືຄົ້ນຄວ້າຂອງຄະນະພະແນກສຶກສາທິການ ແລະ ກິລາໃນຄັ້ງວັນທີ 13 ສິງຫາ 2021.


ໃນແຈ້ງການລະບຸວ່າ: ເພື່ອເປັນການສືບຕໍ່ເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ທົ່ວຂະແຫນງການສຶກສາ ແລະ ກີລາໃນຂອບເຂດນະຄອນຫຼວງວຽງຈັນ. ພະແນກສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງທ່ານ ຫົວຫນ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ 9 ເມືອງ, ຜູ້ອໍານວຍການໂຮງຮຽນທຸກແຫ່ງທັງພາກລັດ ແລະ ເອກະຊົນ ທົ່ວນະຄອນຫຼວງວຽງຈັນຊາບວ່າ ສໍາລັບການກະກຽມຈັດການຮຽນ-ການສອນ, ຂອງການສຶກສາກ່ອນໄວຮຽນ, ສາມັນສຶກສາ, ແລະ ໂຮງຮຽນ ວິຊາຊີບ, ຂອງໂຮງຮຽນຕ່າງໆ ໃນນະຄອນຫຼວງວຽງຈັນທີ່ໄດ້ສະເຫນີມານັ້ນແມ່ນໃຫ້ໂຈະໄປກ່ອນ.

ທັງນີ້ກໍ່ເພື່ອເປັນ ການປະຕິບັດຕາມມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ, ແລະ ແກ້ໄຂການລະບາດຂອງພະຍາດ coVID=19 ຢູ່ນະຄອນຫລວງວຽງຈັນໃຫ້ມີຄວາມປອດໄພ, ສໍາລັບໂຮງຮຽນທີ່ຈະໃຫ້ນັກຮຽນມາລົງທະບຽນເຂົ້າຮຽນແມ່ນໃຫ້ ຈັດສັນໃຫ້ລະອຽດຜັດປ່ຽນກັນມາເພື່ອຫຼີກລ້ຽງບໍ່ໃຫ້ມີການແອອັດ ຫຼື ໂຮງຮຽນທີ່ຈະມີການຈັດສອບເສັງທົດສອບ ເພື່ອວັດລະດັບຄວາມຮູ້ຂອງນັກຮຽນຂອງຂັ້ນມ, I ແລະ ມ.5 ກ່ອນການເປີດສົກຮຽນໃຫມ່ນີ້ແມ່ນໃຫ້ເອົາໃຈໃສ່ປະຕິ ບັດຕາມມາດການຕ່າງໆ ຂອງຄະນະສະເພາະກິດວາງອອກ ແລະ ປະຕິບັດຕາມມາດຕະການ ແລະ ວິເຄືການຈັດຕັ້ງ ປະຕິບັດຂອງພະແນກສຶກສາທິການ ແລະ ກິລາ ວາງອອກຢ່າງເຂັ້ມງວດ, ໃນນັ້ນຕ້ອງສົມທົບກັບຜູ້ປົກຄອງໃນການມາ ສົ່ງ-ຮັບສົ່ງລູກຫຼານໃຫ້ມີຄວາມປອດໄພ.