ໂລກ້າ – ບໍລິສັດສະຕາດອັບລາວທຳອິດທີ່ຖືກຈັດເຂົ້າໃນລາຍຊື່ 100 ບໍລິສັດທີ່ໜ້າຈັບຕາຂອງ ຟອບ ເອເຊຍ Forbes Asia

1138

ໃນວັນທີ 10 ສິງຫາ ທີ່ຜ່ານມາ, ວາລະສານ ຟອບ ເອເຊຍ Forbes Asia ມີການປະກາດລາຍຊື່ຂອງ 100 ບໍລິສັດທີ່ໜ້າຈັບຕາໃນຂົງເຂດພາກພື້ນອາຊີປາຊີຟິກ ໃນນັ້ນລວມມີບໍລິສັດໂລກ້າ ເຊິ່ງເປັນບໍລິສັດສະຕາດອັບຈາກປະເທດລາວ ທີ່ບໍລິຫານໂດຍ ທ່ານ ສຸລິໂຍ ວົງດາລາ ທີ່ຜ່ານການຄັດເລືອກ ແລະ ພິຈາລະນາຈາກຈໍານວນ 900 ກວ່າບໍລິສັດຂົງເຂດພາກພື້ນອາຊີປາຊີຟິກ. ສຳລັບລາຍລະອຽດ ແລະ ຂໍ້ມູນເພີ່ມເຕີມສາ ມາດເບິ່ງຕື່ມໄດ້ທີ່ www.forbes.com/100towatch ນອກຈາກນີ້ ຍັງສາມາດຕິດຕາມໄດ້ໃນວາລາລະສານ ຟອບ ເອເຊຍ Forbes Asia ທີ່ຈະຕີພິມໃນເດືອນສິງຫານີ້.

ການປະກາດລາຍຊື່ຄັ້ງນີ້ໄດ້ຄັດເອົາລາຍຊື່ຂອງສະຕາດອັບ ແລະ ທຸລະກິດຂະໜາດນ້ອຍ ທີ່ໄດ້ມີການເຕີບໂຕຢູ່ໃນຂົງເຂດພາກພື້ນເອເຊຍປາຊີຟິກ ແລະ ເຖິງວ່າຈະໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ບັນດາບໍລິສັດທີ່ຢູ່ໃນລາຍຊື່ນີ້ກໍຍັງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

 

ບໍລິສັດໂລກ້າໄດ້ສ້າງຕັ້ງຂຶ້ນໃນປີ 2018 ເຊິ່ງເປັນແພລັດຟອມທຳອິດທີ່ໃຫ້ບໍລິການເອີ້ນລົດແທັກຊີອອນລາຍ ຂອງປະເທດລາວ, ໃນປັດຈຸບັນກໍຍັງໄດ້ເພີ່ມບໍລິການຕ່າງໆເຂົ້າໃນແພລັດຟອມຂອງໂລກ້າເຊັ່ນ: ບໍລິການປ້າຍໂຄສະນາເຄື່ອນທີ່, ບໍລິການແທັກຊີທີ່ມີລົດຫຼາກຫຼາຍປະເພດໃຫ້ເລືອກໃຊ້ບໍລິການ ແລະ ບໍລິການສັ່ງຊື້ສິນຄ້າອອນລາຍ.

ກ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ລູກຄ້າສ່ວນໃຫຍ່ຂອງໂລກ້າແມ່ນນັກທ່ອງທ່ຽວ, ແຕ່ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ໂລກ້າໄດ້ສົ່ງເສີມໃຫ້ບໍລິການພາຍໃນສາມາດດຳເນີນທຸລະກິດຕໍ່ໄປໄດ້ ເຊິ່ງເຮັດໃຫ້ອັດຕາການໃຊ້ບໍລິການພາຍໃນປະເທດຂອງໂລກ້າເພີ່ມຂຶ້້ນເຖິງ 30% ຕໍ່ເດືອນ.

ໂລກ້າເປັນບໍລິການທີ່ມີຄວາມປອດໄພ, ໂປ່ງໃສ ແລະ ໃຫ້ບໍລິການຕະຫຼອດ 24 ຊົ່ວໂມງ ມີປະກັນໄພຄຸ້ມຄອງໃນຖ້ຽວສູງສຸດເຖິງ 500 ລ້ານກີບ ປັດຈຸບັນໂລກ້າກໍຍັງໄດ້ມີການຂະຫຍາຍບໍລິການໄປທີ່ ປາກເຊ, ແຂວງ ຈຳປາສັກ ເປັນແຂວງທີ 3 ຕໍ່ຈາກ ນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ.