ຄຳວ່າ “ New Normal ” ອາດສາມາດອະທິບາຍພຶດຕິກຳຂອງເຮົາໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ – 19 ແບບນີ້ໄດ້ດີ ເພາະມັນຈະກາຍເປັນພຶດຕິກຳໃໝ່ໆທີ່ເຮົາຄວນເຮັດໃຫ້ຕິດເປັນນິດໄສ ແລະ ເຮັດໃຫ້ເປັນເລື່ອງທຳມະດາທີ່ເຮົາຄວນເຮັດໃນຊີວິດປະຈຳວັນຕາມປົກກະຕິ ໂດຍຈະມາແນະນຳ 10 ເລື່ອງ ທີ່ຄວນເຮັດໃຫ້ເປັນນິດໄສໃນຍຸກໂຄວິດ – 19 ຮຽນຮູ້ທີ່ຈະເຮັດສິ່ງເຫຼົ່ານີ້ໃຫ້ຕິດເປັນນິດໄສ ຈະມີພະຍາດໂຄວິດ ຫຼື ບໍ່ມີກໍຄວນເຮັດ ເພື່ອສຸຂະນາໄມຂອງຕົວທ່ານເອງ.
ເລື່ອງທີ່ຈະຕ້ອງເຮັດໃຫ້ເປັນນິດໄສໃນຍຸກໂຄວິດ – 19 ມີດັ່ງນີ້:
1 ລ້າງມືໃສ່ສະບູທຸກຄັ້ງດົນ 20 ວິນາທີ ທັງກ່ອນ ແລະ ຫຼັງຮັບປະທານອາຫານ.
2 ລ້າງມືທຸກຊົ່ວໂມງ ເມື່ອຢູ່ໃນເຮືອນ ຫຼື ບ່ອນເຮັດວຽກ.
3 ບໍ່ໃຊ້ມືສຳຜັດໜ້າ, ຕາ, ດັງ.
4 ໃສ່ຜ້າອັດປາກ – ດັງທຸກຄັ້ງ ເມື່ອອອກນອກເຮືອນ.
5 ເອົາແອວກໍຮໍ ຫຼື ເຈວສຳລັບລ້າງມືໄວ້ໃຊ້ເມື່ອຢູ່ນອກເຮືອນ.
6 ອາບນ້ຳ – ສະຜົມທັນທີເມື່ອກັບຮອດເຮືອນ.
7 ໃຊ້ເຈ້ຍທິດຊູປິກປາກເວລາໄອ – ຈາມ ຫຼື ຈາມໃສ່ຂໍ້ພັບຕົ້ນແຂນດ້ານໃນແລ້ວລ້າງມືທັນທີ.
8 ປິດຝາຊັກໂຄກທຸກຄັ້ງກ່ອນກົດລ້າງ ເພື່ອປ້ອງກັນບໍ່ໃຫ້ໄວຣັສຟົ້ງກະຈາຍ ແລະ ລ້າງມືທຸກຄັ້ງກ່ອນອອກຈາກຫ້ອງນ້ຳ.
9 ເວລາລົມກັນໃຫ້ຢູ່ຫ່າງກັນ.
10 ຫຼີກລ່ຽງສະຖານທີ່ແອອັດ ຫຼື ອາກາດບໍ່ຖ່າຍເທ.
ທີ່ມາ: https://www.sanook.com/health/29905/