ຈາກໜຸ່ມທະນາຄານ ສູ່ການປະກວດຊາຍງາມ ໃນເວທີ MISTER GLOBAL LAOS

714

ເຮົາມາທໍາຄວາມຮູ້ຈັກກັບອີກໜຶ່ງໜຸ່ມໃນເວທີປະກວດເຟັ້ນຫາຊາຍງາມທີ່ມີຄວາມພ້ອມທັງຄວາມສາມາດ ແລະ ຮູບຮ່າງໜ້າຕາ ໃນເວທີ MISTER GLOBAL LAOS 2021 ອະດິສອນ ຫຼວງມຸນິນທອນ ຫຼື ເຈມ ໝາຍເລກ MGL10 ຈາກນະຄອນຫຼວງວຽງຈັນ ປັດຈຸບັນປະກອບອາຊີບເປັນພະນັກງານຢູ່ທະນາຄານແຫ່ງໜຶ່ງ.

May be an image of 1 person and indoor

ໜຸ່ມເຈມ ໄດ້ໃຫ້ສໍາພາດກັບທີມງານຂ່າວບັນເທີງ ວ່າ: ປະສົບການຜ່ານມາບໍ່ເຄີຍປະກວດເວທີໃດມາກ່ອນ ສ່ວນໃຫຍ່ຈະເປັນການຖ່າຍແບບອິດສະຫຼະ, ຄວາມໃຝ່ຝັນໃນວົງການບັນເທີງແມ່ນຢາກເປັນຊາຍແບບທີ່ມີຜົນງານຫຼາກຫຼາຍ ເປັນຊາຍແບບທີ່ມີຊື່ສຽງ ແລະ ປະສົບຜົນສຳເລັດໃນເສັ້ນທາງການເດີນແບບ.

May be an image of 1 person and sunglasses

ຄະຕິປະຈໍາໃຈທີ່ໃຊ້ກັບຕົນເອງມາຕະຫຼອດແມ່ນ: “ ເຮັດຕົວເອງໃຫ້ຄືນໍ້າທີ່ບໍ່ເຕັມແກ້ວ, ພ້ອມຮັບທຸກຄວາມຮູ້ໃໝ່ໆ ປະສົບການໃໝ່ໆ ພັດທະນາຕົວເອງຢູ່ສະເໝີ ເພື່ອໃຫ້ຕົວເອງເກັ່ງຂຶ້ນ ແລະ ດີຂຶ້ນໃນທຸກໆມື້ ” ເພາະບໍ່ມີໃຜສົມບູນແບບ ຫຼື ຮູ້ໄປທຸກເລື່ອງ, ສະນັ້ນເຮົາຈະຕ້ອງເປີດໃຈຍອມຮັບໃນຂໍ້ຜິດພາດທີ່ໄດ້ຮັບການຕັກເຕືອນ ຫຼື ແນະນໍາຈາກຄົນອ້ອມຂ້ອງ ເພາະສິ່ງເຫຼົ່ານັ້ນແລະ ຈະເຮັດໃຫ້ເຮົາແຂງແກ່ນ ແລະ ມີໄຫວພິບຮອບດ້ານກວ່າເກົ່າ.

May be an image of 1 person, standing, footwear and text that says 'DEBASE DE DEBASE'

ສໍາລັບໃນການສະແດງ ຄວາມສາມາດພິເສດ ສິ່ງທີ່ເຈມ ຢາກຈະສະແດງສູ່ສາຍຕາທຸກຄົນແມ່ນເປັນການດີດກີຕ້າ, ຮ້ອງເພງ ເພາະວ່າເວລາວ່າງໆເຈມມັກຈະນັ່ງດິດກີຕ້າ ເພື່ອເປັນການຜ່ອນຄາຍຕົວເອງໄປນຳ ເພາະສຽງເພງຈະເຮັດໃຫ້ເຮົາເພີດເພີນ ແລະ ມີຄວາມສຸກໄປກັບມັນໃນຊົ່ວຂະນະໄດ້.

ຈຸດເດັ່ນຂອງຕົນເອງ ເຈມຄິດວ່າແມ່ນການເປັນຄົນອັດທະຍາໄສດີ, ເປັນກັນເອງ, ເຂົ້າກັບຄົນໄດ້ງ່າຍ, ຮູ້ຈັກປັບຕົວວາງຕົວໃຫ້ເຂົ້າກັບທຸກສະຖານະການ, ນອກນີ້ ເຈມຍັງເປັນຄົນທີ່ມີ ຄວາມພະຍາຍາມກະຕືລືລົ້ນທີ່ຈະພັດທະນາຕົວເອງ ຄິດວ່າສິ່ງເຫຼົ່ານີ້ຈະເປັນຈຸດເດັ່ນຂອງຕົວເອງທີ່ສາມາດເອົາຊະນະໃຈກຳມະການໄດ້.

May be an image of 1 person and indoor

ເຫດຜົນທີ່ຕັດສິນໃຈເຂົ້າປະກວດເວທີນີ້ ຄືດັ່ງທີ່ທຸກຄົນຮູ້ແລ້ວວ່າ MISTER GLOBAL LAOS ເປັນເວທີໃຫຍ່ທີ່ເຟັ້ນຫາໜຸ່ມລາວ ທີ່ມີຮູບຮ່າງ ໜ້າຕາທີ່ດີ ແລ້ວຍັງຕ້ອງພຽບພ້ອມໃນເລື່ອງຂອງຄວາມຮູ້, ຄວາມສາມາດໄປນຳ. ສະນັ້ນ, ສຳລັບການກຽມຕົວຫຼັກໆແມ່ນຕົວເຈມເອງຈະກຽມໃນເລື່ອງຂອງການຊອກຫາຄວາມຮູ້ໃໝ່ໆ, ກະກຽມເລື່ອງຂອງທັດສະນະຄະຕິທີ່ດີ ແລະ ກະກຽມເລື່ອງຂອງຮູບຮ່າງໃຫ້ດີ ເພື່ອໃຫ້ຕົວເຈມເອງມີ ຄວາມພ້ອມທີ່ສຸດ ສຳລັບເວທີອັນຍິ່ງໃຫຍ່ນີ້.

May be an image of 1 person, standing and outdoors

ໃນເລື່ອງຂອງການຊ່ວຍເຫຼືອສັງຄົມ ປະສົບການທີ່ຜ່ານມາໂດຍສ່ວນໃຫຍ່ແມ່ນ ເຈມ ຈະເປັນອາສາສະໝັກຂອງກຸ່ມທີ່ລະດົມທຶນ ຫາທຶນເພື່ອໄປຊ່ວຍເຫຼືອປະຊາຊົນທີ່ຢູ່ເຂດຊົນນະບົດ, ບໍ່ວ່າຈະເປັນການສ້າງໂຮງຮຽນ, ການສົ່ງຕໍ່ເຂົ້າສານອາຫານແຫ້ງທີ່ໄດ້ຮັບຈາກການລະດົມທຶນໃຫ້ພື້ນທີ່ດັ່ງກ່າວ ແລະ ປັດຈຸບັນ ຖ້າມີໂອກາດກໍມັກຈະຫາທາງລະດົມທຶນໄປຊ່ວຍຢູ່ເລື້ອຍໆ.

May be an image of 1 person, standing and outdoors

ກິດຈະກຳຍາມວ່າງທີ່ມັກເຮັດແມ່ນຫຼິ້ນກີລາ ເຊັ່ນວ່າ: ເຕະບານ ແລະ ຫຼິ້ນຟິດເນັດ, ນອກຈາກນັ້ນກໍເປັນການຫຼິ້ນກີຕ້າ, ຮ້ອງເພງ, ໃນສ່ວນຂອງການແຕ່ງຕົວແມ່ນຈະແຕ່ງຕົວໄດ້ທຸກແນວ ແຕ່ຈະອີງເຖິງ ຄວາມເໝາະສົມ ກາລະເທສະກັບສະຖານທີ່ ຫຼື ງານທີ່ເຮົາຈະໄປຫຼາຍກວ່າ. ສຸດທ້າຍນີ້ຂໍຝາກເຖິງພໍ່ແມ່ພີ່ນ້ອງ ອ້າຍເອື້ອຍນ້ອງຝາກເຊຍ MGL10 ເຈມເອງຈະເຮັດໃຫ້ເຕັມທີ່ ສຸດ ຄວາມສາມາດໃຫ້ສົມກັບເປັນ 1 ໃນ 12 ຄົນຂອງ MISTER GLOBAL LAOS ສາມາດຕິດຕາມຜົນງານ ແລະ ການເຄື່ອນໄຫວຕ່າງໆຂອງເຈມໄດ້ຜ່ານທາງເຟສບຸ໊ກ Adisone Luangmuninthone.

May be an image of 1 person

ຮູບ: Adisone Luangmuninthone