ເຈົ້າແຂວງຈໍາປາສັກ ຢ້ຽມຢາມພື້ນຖານການຜະລິດກະສິກຳ ຢູ່ ເມືອງປາກຊ່ອງ

478

ໃນວັນທີ 11 ສິງຫາ 2021 ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ໄດ້ເຄື່ອນ ໄຫວຢ້ຽມຢາມ ພື້ນຖານການຜະລິດກະ ສິກຳ ຢູ່ ເມືອງປາກຊ່ອງ, ໂດຍມີ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ, ມີບັນດາຄະນະນຳພະແນກການທີ່ກ່ຽວຂ້ອງ ຈາກແຂວງ ແລະ ເມືອງ ປາກຊ່ອງ ເຂົ້າຮ່ວມ.


ໃນການເຄື່ອນໄຫວຄັ້ງນີ້, ໄດ້ຢ້ຽມຢາມເບິ່ງສວນກາເຟຂອງ ທ່ານ ສົມໄຊ ລຸນທະປັນຍາ ເຊິ່ງເປັນຕົວແບບການຜະລິດກາເຟ ຂອງ ບໍລິສັດ ສົມໄຊຈະເລີນ ສົ່ງ ເສີມການກະເສດ ທີ່ ຕັ້ງຢູ່ເຂດພູພຽງບໍລະເວນ ບ້ານກົງຕູນ, ເມືອງປາກຊ່ອງ ແຂວງຈຳປາສັກ. ໃນລະດັບຄວາມສູງຈາກນ້ຳທະເລ ປະມານ 1.200 ແມັດ. ເລີ່ມປູກກາເຟ ແຕ່ ປີ 2012 ພັນອາລາບຣິກາ ກາຕີມໍ, ໃນເນື້ອທີ່ປູກທັງໝົດ 130 ເຮັກຕາ, ປີ 2020 ໄດ້ຜົນຜະລິດ ໝາກແດງ 2.000 ໂຕນ, ໃນເນື້ອທີ່ເກັບກ່ຽວ 100 ເຮັກຕາ. ຈາກນັ້ນ, ທ່ານເຈົ້າແຂວງ ແລະ ຄະນະ ໄດ້ຢ້ຽມຢາມໂຄງການປູກພືດຜັກໄຮໂດຣໂປນິກ, ຂອງບໍລິສັດ ອາໂກຣເຕັກໂປຣລາວ ຈຳກັດ ປະເທດມາເລເຊຍ (AGRO VEGE FARM) ທີ່ຕັ້ງຢູ່ບ້ານ ວັດຫລວງ ເມືອງປາກຊ່ອງ ແຂວງຈຳປາສັກ.

ສວນດັ່ງກ່າວ, ໄດ້ຮັບໃບຢັ້ງຢືນມາດຕະຖານກະສິກຳທີ່ດີ ກ່ຽວກັບຄວາມປອດໄພຂອງຜົນຜະລິດ ຂອງກົມປູກຝັງ ກະຊວງກະສິ ກຳ ແລະ ປ່າໄມ້,ໃນເນື້ອທີ່ການຜະລິດປະມານ 40 ເຮັກຕາ, ຊຶ່ງໄລຍະທີ່ໜຶ່ງ ແຜນພັດທະນາ 15 ເຮັກຕາ, ແມ່ນສໍາເລັດແລ້ວ 90% ໃນນັ້ນປະກອບ ມີ: ເຮືອນຫົ່ມ 23 ຫລັງ, ເຮືອນຄັດເກດ 1 ຫລັງ, ເຮືອນເພາະເບ້ຍ ແລະ ຍອດເມັດພັນ 1 ຫລັງ, ໂຮງເຮືອນປໍ້ານໍ້າ 2 ຫລັງ, ເຮືອນພັກແບບຕູ້ຄອນເທນເນີ 8 ຫລັງ, ຫ້ອງນໍ້າຕູ້ຄອນເທນເນີ 1 ຫລັງ, ຫໍພັກໃຫຍ່ 1 ຫລັງ, ປະກອບມີ 11 ຫ້ອງນອນ ມີ 4 ຫ້ອງນໍ້າ, ເຮືອນພັກ 3 ຫລັງ, ໂຮງເຮືອນລ້ຽງນົກ ແລະ ໄກ່.


ສາມາດຜະລິດພືດຜັກປອດສານພິດ ເຊັ່ນ: ຜັກສະຫລັດ, ໝາກເລັ່ນ, ໝາກແຕ່ງ, ຜັກກາດ, ຜັກຫອມໃບ, ໜໍ່ໄມ້ຝຣັ່ງ ແລະ ໝາກເຜັດໃຫຍ່ເປັນຕົ້ນ ໄດ້ປະມານ 118 ໂຕນ/ເດືອນ ແລະ ຂາຍຢູ່ພາຍໃນປະເທດ, ຮ້ານຊັບພະສິນຄ້າຕ່າງໆ 70%, ສົ່ງຂາຍນະຄອນຫລວງວຽງຈັນ 2 ຄັ້ງຕໍ່ອາທິດ, ສະເລ່ຍຄັ້ງລະ 5 ໂຕນ, ພາຍໃນແຂວງຈຳປາສັກ ສະເລ່ຍ 1.000 ກິໂລຕໍ່ມື້ ແລະ ອີກ 30% ແມ່ນສົ່ງອອກຕ່າງປະເທດ. ນອກຈາກນີ້, ຍັງແປຮູບສະ ຫລັດ ໃນຮູບແບບເປັນກ່ອງທີ່ສາມາດກິນໄດ້ເລີຍ ແລະ ສົ່ງອອກຂາຍຕາມຮ້ານຊູບເປີມາເກັດຕ່າງໆ. ປັດຈຸບັນສະຖານທີ່ແຫ່ງນີ້, ຍັັງໄດ້ເປີດເປັນແຫລ່ງທ່ອງທ່ຽວລັກຊະນະກະສິກຳ ນຳອີກ.

ຂ່າວ-ຮູບ: ທັດຊະນະ