ຣັດເຊຍ ຢືນຢັນວັກແຊັງສະປູດນິກ ວີ ປ້ອງກັນສາຍພັນເດວຕ້າໄດ້

543

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 11 ສິຫາ 2021 ວ່າ ທ່ານ ມີຄາອີລ ໂມຣາຊໂກ ລັດຖະມົນຕີກະຊວງສາທາລະນະສຸກຂອງຣັດເຊຍ ເປີດເຜີຍວ່າ: ຜົນການທົດລອງຄັ້ງຫຼ້າສຸດ ພົບວ່າວັກແຊັງສະປູດນິກ ວີ ສາມາດປ້ອງກັນໂຄວິດ – 19 ສາຍພັນເດວຕ້າໄດ້ 83% ແລະ ຫຼຸດອັດຕາການເຂົ້າໂຮງໝໍເຖິງ 94% ເຊິ່ງເປັນຕົວເລກຫຼຸດລົງເລັກໜ້ອຍຈາກການທົດລອງເມື່ອເດືອນມິຖຸນາຜ່ານມາ ເຊິ່ງຂະນະນັ້ນສາມາດປ້ອງກັນໄດ້ເຖິງ 90%.

ສາດສະດາຈານ ອາເລັກຊານເດີ ກິນສະເບີກ ຜູ້ອຳນວຍການສະຖາບັນວິໄຈດ້ານລະບາດວິທະຍາ ແລະ ຈຸນລະຊີວະວິທະຍາແຫ່ງຊາດ ຫຼື ສະຖາບັນກາມາເລຢາ ຂອງຣັດເຊຍ ຜູ້ຄິດຄົ້ນ ແລະ ພັດທະນາວັກແຊັງສະປູດນິກ ວີ ແລະ ສະປູດນິກ ໄລທ໌ ກ່າວວ່າ: ວັກແຊັງສະປູດນິກ ວີ ມີຄວາມປອດໄພ ແລະ ສາມາດປ້ອງກັນເຊື້ອໄວຣັສໂຄວິດໄດ້ທຸກສາຍພັນ.

ທັງນີ້, ວັກແຊັງສະປູດນິກ ວີ ພັດທະນາຂຶ້ນດ້ວຍເຕັກໂນໂລຊີ ໄວຣັລ ເວັກເຕີ ໂດຍໃຊ້ໄວຣັສອະດີໂນຂອງມະນຸດສາຍພັນ 5 ແລະ 26 ເຊິ່ງມີຢີນເຂົ້າລະຫັດກັບໜາມໂປຣຕິນຂອງເຊື້ອໄວຣັສໂຄວິດ, ການສັກເຂົ້າສູ່ຮ່າງກາຍຈະເປັນລັກສະນະ ຄ໊ອກເທວ ໂດຍເຂັມທຳອິດໃຫ້ໃຊ້ວັກແຊັງທີ່ມີ ເບສ ເປັນໄວຣັສອາດີໂນສາຍພັນ 26 ກ່ອນ ແລະ ຜ່ານໄປປະມານ 3 ອາທິດ ຈຶ່ງຄ່ອຍສັກກະຕຸ້ນດ້ວຍວັກແຊັງ ເຊິ່ງໃຊ້ໄວຣັສອະດີໂນສາຍພັນ 5.