ສະພາສູງອາເມຣິກາ ຮັບຮອງເອົາຮ່າງກົດໝາຍ ງົບປະມານໃນວົງເງິນ 3,5 ພັນຕື້ໂດລາ

243

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວຸດທິສະພາ ຫຼື ສະພາສູງສະຫະລັດອາເມຣິກາ ໄດ້ຮັບຮອງເອົາຮ່າງກົດໝາຍງົບປະມານເພີ່ມອີກ 1 ສະບັບ ໃນວົງເງິນ 3,5 ພັນຕື້ໂດລາສະຫະລັດ ດ້ວຍຄະແນນສຽງ 50 ຕໍ່ 49 ເພື່ອນຳໄປໃຊ້ຈ່າຍຕາມແຜນກະຕຸ້ນເສດຖະກິດຂອງປະທານາທິບໍດີ ໂຈ ໄບເດັນ.

ທັງນີ້, ວຸດທິສະພາຈາກພັກເດໂມແຄຣັດ ໄດ້ໃຊ້ຂະບວນການ budget resolution ເຊິ່ງຈະເຮັດໃຫ້ສາມາດອະນຸມັດງົບປະມານດັ່ງກ່າວໄດ້ ເຖິງແມ່ນວ່າສະມາຊິກວຸດທິສະພາຈາກພັກຣີພັບລີກັນທັງໝົດຈະບໍ່ສະໜັບສະໜູນກໍຕາມ ໂດຍງົບປະມານດັ່ງກ່າວນີ້ຈະນຳໃຊ້ເຂົ້າໃນໂຄງການສະຖານການສຶກສາກ່ອນໄວຮຽນ, ປຸກສ້າງທີ່ພັກອາໄສ ເພື່ອໃຫ້ປະຊາຊົນຊື້ໃນລາຄາທີ່ສົມເຫດສົມຜົນ ( affordable housing ) ພັດທະນາເຕັກໂນໂລຊີທີ່ສາມາດແກ້ໄຂບັນຫາສະພາບດິນຟ້າອາກາດ ແລະ ສະຫວັດດີການຂອງປະຊາຊົນຜູ້ມີລາຍໄດ້ຕ່ຳ.

ກ່ອນໜ້ານີ້, ວຸດທິສະພາຂອງອາເມຣິກາ ໄດ້ມີມະຕິຮັບຮອງເອົາຮ່າງກົດໝາຍທີ່ມີຊື່ວ່າ Infrastructure Investment and Jobs Act ໃນວົງເງິນ 1 ພັນຕື້ໂດລາ ເພື່ອປັບປຸງພື້ນຖານໂຄງລ່າງຂອງສະຫະລັດອາເມຣິກາ ເຊິ່ງກົດໝາຍດັ່ງກ່າວຈະນຳເຂົ້າກອງປະຊຸມລັດຖະສະພາອາເມຣິກາ ຮັບຮອງເອົາໃນໄວໆນີ້.