ແຈ້ງຂ່າວດີ ສະຫວັນນະເຂດປິ່ນປົວຜູ້ຕິດເຊື້ອຫາຍດີຕື່ມ 103 ຄົນ

423

ສະຫວັນນະເຂດໃນປັດຈຸບັນກໍ່ຖືວ່າ ຜ່ອນຄາຍລົງມາຖ້າທຽບໃສ່ເດືອນກ່ອນ ເຊິ່ງໃນແຕ່ລະວັນພົບຜູ້ຕິດເຊື້ອໃນຕົວເລກໜ້ອຍລົງ ແລະຍອດປິ່ນປົວຫາຍດີໃນແຕ່ລະວັນເພີ່ມຂຶ້ນ ມາຮອດປະຈຸບັນລວມຜູ້ໄດ້ກັບບ້ານແລ້ວ 1.510 ຄົນ ຫຼ້າສຸດມື້ວານນີ້ໄດ້ສົ່ງອີກ 100 ກວ່າຄົນກັບສູ່ຄອບຄົວ.


ວັນທີ 11 ສິງຫາ 2021 ເວລາ 14:30 ໂມງ ໄດ້ມີພິທີມອບ – ຮັບຜູ້ທີ່ປິ່ນປົວດີຈາກພະຍາດ ໂຄວິດ-19 ຈຳນວນ 103 ກໍລະນີ ທີ່ໄດ້ຮັບການປິ່ນປົວດີ ຈາກສູນປີ່ນປົວ ວິທະຍາໄລ ວິທະຍາສາດ ສຸຂະພາບ ( ວສສ ) ແຂວງ ສະຫວັນນະເຂດ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ດຣ ສຸຄັນທອນ ສິງພວງເພັດ ຜູ້ອຳນວຍການ ວິທະຍາໄລ ວິທະຍາສາດ ສຸຂະພາບ ສະຫວັ ນນະເຂດ ( ວສສ ), ທິມແພດປິ່ນປົວ, ເຈົ້າໜ້າທີ່ ປກສ ແລະ ຄອບຄົວຂອງຄົນເຈັບກໍ່ໄດ້ເຂົ້າຮ່ວມໃນການມອບ-ຮັບຄັ້ງນີ້.


ທິມແພດປິ່ນປົວ ໄດ້ກ່າວຕໍ່ໍ່ ຜູ້ທີ່ປີ່ນປົວດີເເລ້ວ, ຄອບຄົວວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ເຮືອນຕື່ມອີກ 14 ວັນ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູ ຫຼື ເຈວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ.


ຖ້າມີອາການເຈັບເປັນໃດນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ,ທ່ານຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19 ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ.


ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.
ສຳລັບຕົວເລກສະສົມໃນທົ່ວແຂວງສະຫວັນນະເຂດມາຮອດວັນທີ 11 ສິງຫາ 2021 ມີທັງໝົດ3.145 ຄົນ, ຍັງຄ້າງສູນປິ່ນປົວ 1.635 ຄົນ, ປິ່ນປົວດີແລ້ວ 1.510 ຄົນ, ຍິງ 760 ຄົນ ແລະ ເສັຍຊີວິດ 2 ຄົນ, ຍິງ 1 ຄົນ.