ກະຊວງອຸດສາຫະກຳ ແລະ ການຄ້າ  ທາບທາມເປົ້າໝາຍຄະນະບໍລິຫານງານພັກກະຊວງ ສະໄໝທີ V ຮອບທີ 1

903

ໂດຍປະຕິບັດຕາມຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 04/ຄລສພ ລົງວັນທີ​ 07 ພຶດສະພາ 2018 ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 784/ຄຈສພ ລົງວັນທີ14 ກັນຍາ 2018 ວ່າດ້ວຍການກະກຽມດໍາເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ, ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ ແລະ ອີງຕາມແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 120/ຄຈສພ ລົງວັນທີ 19 ກໍລະກົດ 2021 ກ່ຽວກັບໃຫ້ຮີບຮ້ອນສືບຕໍ່ກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກ.

ໃນວັນທີ 11 ສິງຫາ 2021 ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ເປີດກອງປະຊຸມ(ແບບທາງໄກ) ທາບທາມເປົ້າໝາຍຄະນະບໍລິຫານງານພັກກະຊວງ ອຄ ສະໄໝທີ V ຮອບທີ 1​ ຂຶ້ນທີ່ກະຊວງ ອຄ​ ໂດຍການເປັນປະທານຂອງ​ ສະຫາຍ  ຄຳແພງ ໄຊສົມແພງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງ ອຄ.

ມີສະຫາຍ ສົມຈິດ ອິນທະມິດ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງ ອຄ.

ພ້ອມດ້ວຍຄະນະບໍລິຫານພັກກະຊວງ, ບັນດາສະຫາຍເລຂາໜ່ວຍພັກ, ສະມາຊິກພັກສົມບູນ ແລະ ຄະນະຮັບຜິດຊອບຊຸກຍູ້ ແລະ ຕິດຕາມກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ ຈາກຄະນະຈັດຕັ້ງສູນກາງພັກ ແລະ ຄະນະກວດກາສູນກາງພັກ ເຂົ້າຮ່ວມຕິດຕາມໃນການດຳເນີນ.

ກອງປະຊຸມ ແມ່ນໄດ້ຜ່ານບົດຫຍໍ້ 3 ຮ່າງເອກະສານຄື: ຮ່າງລາຍງານການເມືອງຕໍ່ກອງປະຊູໃຫຍ່ຄັ້ງ V ຂອງອົງຄະນະພັກກະຊວງ ອຄ; ຮ່າງແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ ໄລຍະປີ 2021-2025; ຮ່າງບົດສຳຫຼວດການນຳລວມຂອງຄະນະບໍລິຫານງານຊຸດທີ IV ເພື່ອໃຫ້ບັນດາສະຫາຍສະມາຊິກພັກປະກອບຄຳຄິດ-ຄຳເຫັນຕໍ່ເນື້ອໃນ 3 ຮ່າງເອກະສານດັ່ງກ່າວ.

ພ້ອມທັງໄດ້ດໍາເນີນການທາບທາມເປົ້າໝາຍບຸກຄະລາກອນເພື່ອລົງສະໝັກເປັນຄະນະບໍລິຫານງານພັກກະຊວງອຸດສາຫະກຳ ແລະ ການຄ້າ ສະໄໝທີ V ຮອບທີ I.