ສຳມະນາກ່ຽວກັບການກວດສອບພະລັງງານໃນໂຮງງານອຸດສາຫະກຳ

744

ກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງ ອຸດສາຫະກຳ ແລະການຄ້າ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການກວດສອບພະລັງງານໃນໂຮງງານອຸດສາຫະກຳ ຂຶ້ນໃນວັນທີ 10 ສິງຫາ 2021 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໂດຍການເປັນປະທານຮ່ວມຂອງ ທ່ານ ສົມຟອງ ສຸລິວັນ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງ ອຄ ແລະ ທ່ານ Christophe Assicot ຮອງຫົວໜ້າສະຖາບັນເຕີບໂຕສີຂຽວໂລກ ປະຈຳ ສປປ ລາວ, ມີບັນດາຜູ້ປະກອບການໂຮງານ 25 ໂຮງງານ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ສົມຟອງ ສຸລິວັນ ກ່າວວ່າ: ກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນເພື່ອແນະນຳ ການນຳໃຊ້ພະລັງງານຢ່າງມີປະສິດທິພາບໃຫ້ບັນດາຜູ້ປະກອບການທີ່ມາຈາກ 25 ໂຮງງານເປົ້າໝາຍທີ່ໄດ້ຮັບການຄັດເລືອກໃນທ່ົວປະເທດ ໂດຍແບ່ງເປັນ 5 ກຸ່ມຄື: ກຸ່ມຜະລິດຊີມັງ, ຜະລິດເຫຼັກ, ໂຮງງານສີເຂົ້າ, ຕັດຫຍິບ ແລະ ກຸ່ມໂຮງງານທ່ົວໄປ ເຊິ່ງແນໃສ່ກວດສອບການນຳໃຊ້ພະລັງງານເພື່ອໃຫ້ຮູ້ວ່າ ແຕ່ລະໂຮງງານມີການນຳໃຊ້ວັດຖຸດິບປະເພດໃດມາເປັນພະລັງງານເຊັ່ນ: ໄຟຟ້າ, ຖ່ານຫີນ, ຟືນ ແລະ ນໍາໃຊ້ແນວໃດ; ສາມາດປະຢັດພະລັງງານໄດ້ສຳໃດ ເຊິ່ງດ້ານເຕັກນິກ, ວິທີການ ແລະ ຫຼັກການປະຢັດພະລັງງານແມ່ນປັດໄຈສຳຄັນທີ່ຈະຊ່ວຍໃຫ້ການນຳໃຊ້ພະລັງງານມີປະສິດທິພາບ ສາມາດຫຼຸດຜ່ອນຕົ້ນທຶນການຜະລິດໄດ້ ແລະ ຂ້າພະເຈົ້າຮັບຮູ້ວ່າ ໄລຍະຜ່ານມາ ການໃຊ້ຈ່າຍຄ່າພະລັງງານໃນທຸລະກິດຂອງຜູ້ປະກອບການແມ່ນສູງສົມຄວນ.


ທ່ານຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ໃຫ້ຮູ້ຕື່ມອີກວ່າ: ໃນກອງຄັ້ງນີ້ ບັນດາຜູ້ປະກອບການຈາກ 25 ໂຮງງານ ຈະໄດ້ຮັບຟັງ ການອະທິບາຍວິທີການກວດສອບພະລັງງານ, ບົດຮຽນຂອງພາກພື້ນ ແລະ ສາກົນກ່ຽວກັບການນຳໃຊ້ພະລັງງານແບບມີປະສິດທິພາບ, ແນະນຳຕາມແບບຟອມວິທີການເກັບກຳຂໍ້ມູນການນຳໃຊ້ພະລັງງານ ເພື່ອຮັບປະກັນການເກັບກໍາຂໍ້ມູນດ້ານພະລັງງານຢູ່ໃນໂຮງງານໃຫ້ຖືກຕ້ອງ ແລະ ຊັດເຈນ ແລະ ສຸດທ້າຍຈະໄດ້ແນະນຳອຸປະກອນຈຳນວນໜຶ່ງທີ່ຈະໃຊ້ໃນການກວດສອບ, ການປະຢັດການນຳໃຊ້ພະລັງງານໃນພາກອຸດສາຫະກຳ ເຊິ່ງແມ່ນການປະກອບສ່ວນອັນສຳຄັນຕາມທິດທາງຫັນເປັນອຸດສາຫະກຳສີຂຽວ ແລະ ຍືນຍົງ ທີ່ລັດຖະບານກຳນົດໄວ້.


ທ່ານ Christophe Assicot ກ່າວວ່າ: ກອງປະຊຸມມື້ນີ້ ແມ່ນເປັນການເຕົ້າໂຮມເອົາບັນດາ 25 ໂຮງງານ ໂດຍມີຈຸດປະສົ່ງໃນການເພື່ອເຂົ້າໄປເຮັດກິດຈະກຳກວດສອບພະລັງງານໃນບັນດາໂຮງງານຂອງທ່ານ ເພາະດັ່ງທີ່ຮູ້ກັນແລ້ວວ່າໃນຂະແໜງອຸດສາຫະກຳ ແມ່ນເປັນຂະແໜງການໜຶ່ງທີ່ນຳໃຊ້ພະລັງງານເປັນຈຳນວນຫຼາຍ. ສະນັ້ນ, ການເຮັດກິດຈະກຳກວດສອບພະລັງງານນີ້ ຈະເປັນຈຸດປະສົງສຳຄັນທີ່ຈະຊ່ວຍປະຢັດຕົ້ນທຶນໃນການຜະລິດ ແລະ ຊ່ວຍເສີມສ້າງການນຳໃຊ້ພະລັງງານຢ່າງມີປະສິດທິພາບ.


ໃນກອງປະຊຸມເພື່ອຮັບປະກັນໃຫ້ການນຳໃຊ້ພະລັງງານຢ່າງມີປະສິດທິພາບປະກົດຜົນເປັນຈິງ ກົມອຸດສາຫະກໍາ ແລະ ຫັດຖະກຳ ຮ່ວມກັບ ຊ່ຽວຊານສະຖາບັນເຕີບໂຕສີຂຽວໂລກ ກໍໄດ້ມີຂໍ້ແນະນຳ ຫຼື ວິທີການໃດໜຶ່ງ ທີ່ຊ່ວຍໂຮງງານຂອງຜູ້ປະກອບການ ສາມາດສ້າງໄດ້ຕົວແບບທາງດ້ານການເງິນ ຈາກການປະຢັດພະລັງງານ. ພ້ອມນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ມີການແລກປ່ຽນຄຳຄິດເຫັນ ແລະ ຄຳຖາມເຈາະຈີ້ມຈຳນວນໜຶ່ງກັບທີມງານວິຊາການ ໃນວຽກງານການປະຢັດພະລັງງານໃນໂຮງງານ.


ຂ່າວ: ສັນຕິ, ພາບ: ສອນໄຊ