ເຊຍໜຸ່ມຫຼໍ່ຄົມເຂັ້ມ ຈາກເວທີປະກວດ ຊາຍງາມ ຕົ້ນ ສຸວັນນີ

628

ພ້ອມເຊຍກັນແລ້ວບໍ່ໜຸ່ມມຫຼໍ່ຄົມເຂັ້ມ ຈາກເວທີ Mister Laos Mister International Laos 2021 ສຸວັນນີ ທຳມະວົງສາ ຫຼື ຕົ້ນ ໝາຍເລກ 19 ຜູ້ຜ່ານເຂົ້າຮອບ 20 ຄົນ ປັດຈຸບັນອາຍຸ 21 ປີ ຈາກນະຄອນຫຼວງວຽງຈັນ ກຳລັງສຶກສາຢູ່ ສປ ຈີນ.
ຕົ້ນ ໄດ້ໃຫ້ສໍາພາດວ່າ: ເຄີຍປະກວດເວທີ Mister Suprainternational ມາກ່ອນໄດ້ເຂົ້າຮອບ 5 ຄົນສຸດທ້າຍ ສໍາລັບຄວາມໃຝ່ຝັນກັບເວທີນີ້ຄື ຢາກມາເສີມບຸກຄະລິກກະພາບຂອງຕົນເອງ ແລະ ສ້າງຄວາມໝັ້ນໃຈໃຫ້ຕົວເອງ ເຊິ່ງຕົ້ນຄິດວ່າເວທີນີ້ຈະເປັນປະຕູທີ່ຊ່ວຍເປີດໂອກາດໃຫ້ຕົ້ນເອງໄດ້ກ້າວເຂົ້າສູ່ວົງການບັນເທີງລາວ ແລະ ພັດທະນາວົງການບັນເທີງລາວໃຫ້ເປັນທີ່ຮູ້ຈັກເປັນວົງກວ້າງໃນອະນາຄົດ.

May be an image of 1 person and standing

ຕົ້ນ ມີຄະຕິປະຈຳໃຈຄື “ ຊື່ສັດຈິງໃຈຕໍ່ໜ້າທີ່ ແລະ ຜົນສຳເລັດກໍຈະຕາມມາ ” ສິ່ງສໍາຄັນກໍຄືບໍ່ວ່າຈະເຮັດທໍາສິ່ງໃດ ຄວາມຈິງໃຈຕໍ່ໜ້າທີ່ ແລະ ຄວາມມຸ່ງໝັ້ນພະຍາຍາມນັ້ນເປັນສິ່ງທີ່ສໍາຄັນທີ່ສຸດ ເພາະມັນຈະພັກດັນ ແລະ ຊ່ວຍໃຫ້ເຮົາໄປເຖິງເປົ້າໝາຍຄວາມສໍາເລັດຕາມທີ່ຫວັງໄວ້ໄດ້.

May be an image of one or more people, people playing sports and outdoors

ຄວາມສາມາດພິເສດຂອງໜຸ່ມຕົ້ນຄືກີລາບານສົ່ງ ແລະ ຈຸດເດັ່ນທີ່ຄິດວ່າຈະເອົາຊະນະໃຈກຳມະການໄດ້ນັ້ນຄິດວ່າ ນ້ອງມີຄວາມສູງ ແລະ ຮູບຮ່າງທີ່ໄດ້ປຽບ ໃຊ້ຄວາມເປັນຕົວຂອງຕົວເອງທີ່ບໍ່ຄືໃຜ ໃນການສະແດງສັກກະຍະພາບທີ່ມີອອກສູ່ສາຍຕາທຸກຄົນ ແລະ ຄວ້າຕໍາແໜ່ງອັນຊົງກຽດຈາກເວທີ Mister Laos Mister International Laos 2021 ມາຄອບຄອງໃຫ້ໄດ້.

May be an image of 1 person, standing, suit and indoor

ສໍາລັບການກຽມຕົວກ່ອນເຂົ້າປະກວດຂອງຕົນເອງ ແມ່ນມີຫຼາຍຢ່າງເລີຍແລະ ເຊັ່ນວ່າ: ການເຂົ້າຢິມ ເພື່ອຟິດຫຸ່ນໃຫ້ດູດີຂຶ້ນ ແລະ ຝຶກຍ່າງໃຫ້ມີ ຄວາມຄ່ອງຕົວ, ເຕັກນິກຕ່າງໆໃນການຕອບຄໍາຖາມ ເພື່ອເຮັດໃຫ້ຜົນທີ່ອອກມາເປັນໜ້າເພິ່ງພໍໃຈສໍາລັບຕົນເອງທີ່ສຸດ.

May be a closeup of 1 person, standing, sunglasses and text that says 'MISTER INTERNATIONAL LAOS MISTER LAOS ThaiThong Thong'

ເປົ້າໝາຍຂອງການປະກວດໃນຄັ້ງນີ້ ຖ້າຕົ້ນໄດ້ຮັບຕໍາແໜ່ງ ສິ່ງທີ່ຢາກຈະເຮັດເພື່ອຊ່ວຍເຫຼືອສັງຄົນ ກໍຄືຢາກເປັນກະບອກສຽງໃຫ້ຄົນໃນສັງຄົມເຊົາເສບຢາເສບຕິດ, ບອກຜົນເສຍຂອງຢາເສບຕິດວ່າມັນຮ້າຍແຮງສໍ່າໃດ ແລະ ຊ່ວຍເຫຼືອຄົນທຸກຍາກຂາດແຄນໃນເຂດຊົນນະບົດຫ່າງໄກສອກຫຼີກຕ່າງໆ ບໍ່ວ່າຈະເປັນທາງດ້ານເຄື່ອງນຸ່ງຫົ່ມ, ສະບຽງອາຫານ ແລະ ຢາກຊ່ວຍໃຫ້ຄົນເຫຼົ່ານັ້ນສາມາດເຂົ້າເຖິງການສຶກສາໃຫ້ຫຼາຍຂຶ້ນ.

May be an image of 1 person and indoor

ສ່ວນກິດຈະກຳຍາມວ່າງທີ່ຕົ້ນມັກເຮັດ ຄືຈະອອກກຳລັງກາຍບໍ່ວ່າຈະຕີບານ, ເຕະບານ ຫຼື ເຂົ້າຢິມ ເພື່ອຟິດຫຸ່ນເປັນປະຈຳ ແລະ ສະຕາຍການແຕ່ງຕົວແມ່ນມັກນຸ່ງເຄື່ອງທີ່ຮູ້ສຶກວ່າໃສ່ແລ້ວສະບາຍ ສ່ວນຫຼາຍແມ່ນຈະມັກນຸ່ງເຄື່ອງກີລາ ເວລາອອກໄປນອກກໍຈະນຸ່ງແນວຊິວໆ ສຸພາບ ແລະ ສຸດທ້າຍນີ້ຝາກເຊຍເປັນກຳລັງໃຈໃຫ້ນ້ອງແດ່ເດີໃນການປະກວດເວທີ Mister Laos Mister International Laos 2021 ໝາຍເລກ MRL19 ຊ່ອງທາງໃນການຕິດຕາມຜົນງານ ແມ່ນທາງເຟສບຸ໊ກສ່ວນຕົວ Ton Thammavongsa.

ຮູບ: Ton Thammavongsa