ໂອກາດດີໆສຳລັບນັກສຶກສາທີ່ຈະໄດ້ຫາປະສົບການກັບອົງການ UNFPA ປະຈຳລາວ ເພື່ອຫາປະສົບການໄປເສີມສ້າງໂຕເອງກ່ອນເຂົ້າເຮັດວຽກ ແລະອາດເປັນການປູທາງສູ່ການເຮັດວຽກໃນອົງການຈັດຕັ້ງສາກົນ ເພິ່ນຮັບຈຳນວນ 20 ຄົນ ຕອນນີ້ແມ່ນໃກ້ເຕັມທີຈະໝົດເວລາສະໝັກແລ້ວ.
ຕາມການແຈ້ງການເລກທີ 214/ຫພພ ລົງວັນທີ 29 ກໍລະກົດ 2021 ໂດຍສະເພາະນັກສຶກສາທີ່ກຳລັງສຶກສາທີ່ ມະຫາວິທະຍາໄລ ແຫ່ງຊາດລາວ ເຊິ່ງໂຄງການດັ່ງກ່າວຈະປິດຮັບສະໝັກໃນວັນທີ 12 ສິງຫາ 2021 ນີ້ແລ້ວ.
ຫຼັງຈາກທີ່ໄດ້ມີການປະກາດຮັບຊາວໜຸ່ມນັກສຶກສາລາວເຂົ້າຝຶກງານໃນອົງການ UNFPA ເຊິ່ງເລີ່ມແຕ່ວັນທີ 05 – 12 ສິງຫາ 2021 ທີ່ຜ່ານມາ. ຄືທີ່ໄດ້ຮູ້ວ່າ ອົງການດັ່ງກ່າວ ມຸ້ງເນັ້ນຕ້ອງເປັນນັກສຶກສາ ໃນ ມຊ ຊັ້ນປີ ທີ2-4 ທີມີທັກສະໃນການນຳໃຊ້ພາສາອັງກິດໃນລະດັບດີ ແລະ ຮັກໃນການເປັນອາສາເພື່ອພັດທະນາສັງຄົມ, ເປັນໄວໜຸ່ມທີ່ມີອາຍຸລະຫວ່າງ 15-30 ປີ, ມີຄວາມປາຖະໜາທີ່ຢາກຈະຮຽນຮູ້ ກ່ຽວກັບສຸຂະພາບທາງການແພດ ແລະ ສຸຂະພາບຈະເລີນພັນ,ຄວາມສະເໝີພາບທາງເພດ ແລະ ການພັດທະນາໄວໜຸ່ມ ຮອດຕອນນີ້ມີໃຜໄດ້ສະໝັກແລ້ວ ຖ້າຍັງມີມື້ນີ້ຄືມື້ສຸດທ້າຍແລ້ວເດີ້.
ສຳລັບເງື່ອນໄຂໃນການເປັນອາສາສະໝັກໃນອົງການດັ່ງກ່າວນີ້ແມ່ນຕ້ອງເຮັດວຽກເປັນທີມ, ມີແນວຄິດສ້າງສັນ, ມີທັກສະນະໃນການນຳໃຊ້ຄອມພິວເຕີ, ເປັນຄົນເປີດກວ້າງ ເປີດໃຈ ສາມາດເຂົ້າຫາຜູ້ຄົນໃໝ່ໆໄດ້ ແລະ ປັບໂຕໃຫ້ເຂົ້າກັບສະພາບແວດລ້ອມ, ໄລຍະໃນການເປັນອາສາແມ່ນ 6 ເດືອນ ( ສິງຫາ-ທັນວາ ) ແລະມີເວລາໃຫ້ໃນການເຮັດວຽກອາສາສະໝັກໃນໄລຍະເວລາ 3-5 ວັນຕໍ່ອາທິດ.
ສິ່ງທີ່ຜູ້ເປັນອາສາສະໝັກຈະໄດ້ຮັບຈາກການເຂົ້າຮ່ວມວຽກຄັ້ງນີ້ ນອກຈາກຈະເປັນອາສາທີ່ຈະສາມາດຊ່ວຍເຫຼືອສັງຄົມໄດ້ແລ້ວ ຍັງຈະເປັນການພັດທະນາຕົນເອງ ແລະ ຈະໄດ້ຮັບສິ່ງໃໝ່ໆໃນຊີວິດອີກດ້ວຍ ເຊັ່ນ: ອາສາສະໝັກຈະໄດ້ເຂົ້າຮ່ວມເຝິກອົບຮົມຈາກອົງການ UNFPA ກ່ຽວກັບໜ້າທີ່ຂອງອົງການ,ແຜນງານນາງນ້ອຍ, ສຸຂະພາບທາງເພດ, ສຸຂະພາບຈະເລີນພັນຂອງໄວໜຸ່ມ ແລະ ເຍົາວະຊົນ ທັກສະໃນການສື່ສານ ທັກສະໃນການອຳນວຍຄວາມສະດວກ ແລະ ອື່ນໆ.
ອາສາຈະມີໂອກາດໃນການເຮັດວຽກ ແລະ ຮຽນຮູ້ຈາກທີມງານ UNFPA , ອາສາຈະໄດ້ຮັບອັດຕາກິນອາຫານທ່ຽງ ແລະ ຄ່າເດີນທາງປະຈຳວັນ ເມື່ອພວກເຂົາໄດ້ເຂົ້າມາຊ່ວຍໃນການຈັດສະຖານທີ່ ແລະ ດຳເນີນກິດຈະກຳ, ອາສາຈະໄດ້ຮັບສິດທິພິເສດ ໃນການມີສ່ວນຮ່ວມ ໃນໂອກາດການຮຽນຮູ້ຕ່າງໆທີ່ສະໜັບສະໜູນໂດຍອົງການ UNFPA ແລະ ອາສາຈະໄດ້ຮັບໃບຍ້ອງຍໍຈາກອົງການ UNFPA ສຳລັບການອາສາຂອງເຂົາ.
ເຊິ່ງສຳລັບນັກສຶກສາທ່ານໃດສົນໃຈແມ່ນຍັງສາມາດຕິດຕໍ່ພົວພັນໄດ້ທີ່ ຄະນະວິທະຍາສາດສັງຄົມ ແລະ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ( ຕາມໂມງລັດຖະການ)