ອົງການອະນາໄມໂລກ ຕ້ອງການງົບເລັ່ງດ່ວນ 7,7 ຕື້ໂດລາ

443

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 11 ສິງຫາ 2021 ວ່າ: ອົງການອະນາໄມໂລກ ( WHO ) ຮຽກຮ້ອງໃຫ້ມີການລະດົມທຶນ 7,7 ຕື້ໂດລາສະຫະລັດ ເຊິ່ງເປັນງົບປະມານເລັ່ງດ່ວນທີ່ຈຳເປັນຕ້ອງນຳໃຊ້ເຂົ້າໃນການຈັດຫາວັກແຊັງ, ອົກຊີແຊນ ແລະ ການຊ່ວຍເຫຼືອທາງການແພດ ເພື່ອໃຫ້ປະເທດທີ່ມີລາຍໄດ້ຕ່ຳສາມາດຜ່ານພົ້ນວິກິດໂຄວິດ – 19 ສາຍພັນເດວຕ້າໄປໄດ້.

ທ່ານ ດຣ. ບຣູຊ ໄອວາດ ທີ່ປຶກສາອາວຸໂສຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ກ່າວວ່າ: ງົບປະມານດັ່ງກ່າວຈະນຳໃຊ້ເຂົ້າໃນໂຄງການສົ່ງເສີມການເຂົ້າເຖິງເຄື່ອງມື ແລະ ອຸປະກອນການແພດທີ່ຈຳເປັນໃນການຕໍ່ສູ້ກັບພະຍາດໂຄວິດ – 19 ( Access to Covid – 19 Tools – ACT ) ຂອງ WHO ເຊິ່ງຈະສົ່ງອຸປະກອນການແພດໃຫ້ແກ່ບັນດາປະເທດກຳລັງພັດທະນາທົ່ວໂລກ ເພື່ອຕໍ່ສູ້ກັບພະຍາດໂຄວິດ – 19, ງົບປະມານດັ່ງກ່າວມີຄວາມຈຳເປັນ ເພື່ອນຳໄປສະໜັບສະໜູນໂຄງການໃນວົງເງິນ 16,8 ຕື້ໂດລາ ທີ່ຍັງຂາດແຄນຢູ່ບາງສ່ວນ ເຮັດໃຫ້ WHO ບໍ່ສາມາດຕໍ່ສູ້ກັບພະຍາດໂຄວິດ – 19 ໄດ້ ໂດຍສະເພາະໃນບັນດາປະເທດກຳລັງພັດທະນາ ຫຼື ປະເທດທຸກຍາກທີ່ມີອັດຕາການເຂົ້າເຖິງວັກແຊັງຕ່ຳ ຫຼື ບໍ່ສາມາດເຂົ້າເຖິງເລີຍ.

ທັງນີ້ WHO ໄດ້ຕັ້ງເປົ້າໄວ້ວ່າ: ຈະເລັ່ງກະຈາຍວັກແຊັງໃຫ້ປະຊາຊົນໃຫ້ຄວບຄຸມ 10% ຂອງຈຳນວນປະຊາກອນທົ່ວໂລກໃນເດືອນກັນຍາຈະເຖິງນີ້ ແລະ ເພີ່ມຂຶ້ນ 40% ພາຍໃນປີນີ້ ແລະ ເພີ່ມຂຶ້ນເປັນ 70% ໃນກາງປີໜ້າ, ແຕ່ໃນຂະນະນີ້ມີບາງປະເທດ ຍັງບໍ່ທັນໄດ້ເລີ່ມໂຄງການສັກວັກແຊັງເລີຍ, ໃນຂະນະທີ່ປະເທດຮັ່ງມີ ເຊັ່ນ: ອາເມຣິກາ, ອິດສະຣາແອນ ໄດ້ດຳເນີນການສັກວັກແຊັງໃຫ້ປະຊາຊົນກວມເອົາເກີນ 50% ຂອງປະຊາກອນໃນປະເທດແລ້ວ.