ເບິ່ງໜ້າວຽກທີ່ແລ້ວ ແລະ ຍັງບໍ່ແລ້ວ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຂະນະທີ່ມື້ເປີດນຳໃຊ້ຍັບໃກ້ເຂົ້າມາ

776

ຄວາມຄືບໜ້າທັງໝົດຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຕ່ບໍ່ເຕັນ ຫາ ສະຖານີວຽງຈັນໃຕ້ (ທ່ານາແລ້ງ) ນະຄອນຫຼວງວຽງຈັນ ມາຮອດວັນທີ 25 ກໍລະກົດ ປີ 2021 ສໍາເລັດ 93,82%; ໃນນີ້ວຽກວາງລາງ ສໍາເລັດການປູລາງແຕ່ ນະຄອນຫຼວງວຽງຈັນ ຫາ ບໍ່ເຕັນ 409 ກິໂລແມັດ ເທົ່າກັບ 100% ຂອງການອອກແບບ.

ທ່ານ ຈັນຕຸລາ ພະນະລາສີ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງລົດໄຟຮອດວັນທີ 25 ກໍລະກົດ 2021 ຕໍ່ກອງປະຊຸມ ຄະນະຊີ້ນໍາໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຄັ້ງທີ 10 ຈັດຂຶ້ນໃນວັນທີ 11 ສິງຫາ 2021 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ເຂົ້າຮ່ວມມີ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂນທາທິການ ແລະ ຂົນສົ່ງ, ຮອງຫົວໜ້າຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟລາວ-ຈີນ (ຜູ້ປະຈໍາການ), ມີທ່ານຫົວໜ້າກົມທາງລົດໄຟ, ທ່ານຫົວໜ້າຄະນະຄຸ້ມຄອງໂຄງການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມວ່າ: ລວມຄວາມຄືບໜ້າທັງໝົດຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແຕ່ບໍ່ເຕັນ ຫາ ສະຖານີວຽງຈັນໃຕ້ (ທ່ານາແລ້ງ) ນະຄອນຫຼວງວຽງຈັນ ມາຮອດວັນທີ 25 ກໍລະກົດ ປີ 2021 ສໍາເລັດ 93,82% ໃນນີ້ໄດ້ແບ່ງການກໍ່ສ້າງອອກເປັນ 2 ຊ່ວງ ດັ່ງນີ້:

1.ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ຊ່ວງທີ 1 (409 ກິໂລແມັດ) ລວມຄວາມຄືບໜ້າໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ມາຮອດວັນທີ 25 ກໍລະກົດ ປີ 2021 ປະຕິບັດສໍາເລັດ 99,90% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟໃນນີ່:
– ວຽກວາງລາງ ສໍາເລັດການປູລາງແຕ່ ນະຄອນຫຼວງວຽງຈັນ ຫາ ບໍ່ເຕັນ 409 ກິໂລແມັດ ເທົ່າກັບ 100% ຂອງການອອກແບບ;

– ວຽກໄຟຟ້າ ແລະ ການສື່ສານ (4 ລະບົບ) ໄດ້ສຳເລັດການຕັ້ງເສົາໄຟຟ້າ 6.221 ເສົາ ເທົ່າກັບ 91,90%,
– ຕິດຕັ້ງແຂນຍືນແຈກໄຟຟ້າ ສຳເລັດ 6.866 ຊຸດ ເທົ່າກັບ 98,90%,
– ຕິດຕັ້ງສາຍໄຟແຈກໄຟຟ້າຕາມລະບົບໄຟສຳເລັດ 510,10 ກິໂລແມັດ ເທົ່າກັບ 88,80%,
– ການວາງສາຍສັນຍານໂທລະຄົມສຳເລັດ 76,30%.

– ດ້ານວຽກການກໍ່ສ້າງສະຖານີໂຄງການກໍ່ສ້າງທາງລົດໄຟລາວ-ຈີນ 11 ສະຖານີຄື: ສະຖານີບໍ່ເຕ່ນ, ສະຖານີນາເຕີຍ, ສະຖານີນາໝໍ້, ສະຖານີເມືອງໄຊ, ສະຖານີເມືອງງາ, ສະຖານີຫຼວງພະບາງ, ສະຖານີກາສີ, ສະຖານີວັງວຽງ, ສະຖານີໂພນໂຮງ, ສະຖານີນະຄອນຫຼວງວຽງຈັນ ແລະສະຖານີສິນຄ້າວຽງຈັນໃຕ້ ລວມຄວາມຄືບໜ້າເທົ່າກັບ 79,20%.

2.ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ຊ່ວງທີ 2 (17 ກິໂລແມັດ) ແຕ່ສະຖານີໂດຍສານ ນະຄອນຫຼວງວຽງຈັນ ຫາສະຖານີສິນຄ້າວຽງຈັນໃຕ້ ທີ່ທ່ານາແລ້ງ ໄລຍະທາງ 17 ກິໂລແມັດ ປະຕິບັດສໍາເລັດ 92% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ, ໃນນີ້ວຽກວາງລາງ ແລະ ວຽກໄຟຟ້າ 4 ລະບົບ ສໍາເລັດ 41%.

ດ້ານວຽກງານການໄກ່ເກ່ຍສິ່ງກີດຂວາງ ທ່ານ ຈັນຕຸລາ ພະນະລາສີ ໃຫ້ຮູ້ວ່າ: ການໄກ່ເກ່ຍສິ່ງກີດຂວາງຂອງໂຄງການ ຊ່ວງທີ 1 (409 ກິໂລແມັດ) ສໍາລັບການມອບພື້ນທີ່ໃນຂອບເຂດແລວແດງ ແຕ່ບໍ່ເຕັນ ຫາ ສະຖານີນະຄອນຫຼວງວຽງຈັນ ແມ່ນໄດ້ສໍາເລັດ 100%, ສໍາລັບການມອບພື້ນທີ່ການກໍ່ສ້າງເດີ່ນສະຖານີເມືອງນາໝໍ້ ແຂວງອຸດົມໄຊ ປັດຈຸບັນ ຄະນະກໍາມະການໄກ່ເກັ່ຍຂັ້ນແຂວງ ໄດ້ດໍາເນີນການໄກ່ເກັ່ຍກັບປະຊາຊົນ ສໍາເລັດແລ້ວ.

ສ່ວນການໄກ່ເກ່ຍສິ່ງກີດຂວາງຂອງໂຄງການ ຊ່ວງທີ 2 (17 ກິໂລແມັດ) ການມອບພື້ນທີ່ໃນຂອບເຂດແລວແດງແມ່ນສໍາເລັດແລ້ວ, ແຕ່ຍັງມີຄວາມຕ້ອງການພື້ນທີ່ຈໍານວນໜຶ່ງ ເພື່ອກໍ່ສ້າງສິ່ງອໍານວຍຄວາມສະດວກ ເຊັ່ນ: ແລວເສົາໄຟຟ້າ, ແລວເສົາສົ່ງສັນຍານ, ຈຸດອຸໂມງທາງລອດ ແລະຮ່ອງລະບາຍນໍ້າ.