ມອບ-ຮັບຂໍ້ມູນຖານລາຍຮັບຈາກຊັບສິນຂອງລັດ ແລະ ວິສາຫະກິດໃຫ້ລວມສູນຜ່ານລະບົບTaxRis

835

ພິທີມອບ-ຮັບຂໍ້ມູນຖານລາຍຮັບຈາກຊັບສິນຂອງລັດ ແລະ ລັດວິສາຫະກິດໃຫ້ລວມສູນຜ່ານລະບົບ TaxRis ລະຫວ່າງກົມຄຸ້ມຄອງຊັບສິນຂອງລັດ, ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະການປະກັນໄພ, ໃຫ້ກົມສ່ວຍສາອາກອນ ລວມສູນຜ່ານລະບົບ TaxRis ເພື່ອກະກຽມຄວາມພ້ອມ, ທົດລອງນຳໃຊ້ ແລະ ປັບປຸງໃຫ້ມີຄວາມສອດຄ່ອງກັບລະບົບ,ພ້ອມກັນນັ້ນເພື່ອເປັນບ່ອນອີງໃນການມອບໂອນຖານຂໍ້ມູນໃຫ້ຂະແໜງສ່ວຍສາອາກອນຄຸ້ມຄອງ ແລະ ຈັດເກັບລາຍຮັບຈາກ 2 ຂະແໜງດັ່ງກ່າວ.


ສະນັ້ນ, ໃນວັນທີ 10 ສິງຫາ 2021 ຜ່ານມາ ທີ່ຫ້ອງປະຊຸມກົມສ່ວຍສາອາກອນ ໄດ້ມີພິທີເຊັນບົດບັນທຶກ ມອບ-ຮັບຂໍ້ມູນຖານລາຍຮັບ. ຕາງໜ້າມອບຂອງທ່ານ ພູດົງ ສຸຂະວົງ ຮັກສາການກົມຄຸ້ມຄອງຊັບສິນຂອງລັດ ແລະ ທ່ານ ສອນເພັດ ອິນທະວົງ ຫົວໜ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ, ຕາງໜ້າຮັບຂອງທ່ານ ທຳມະລົດ ຣາຊະພົນ ຮອງຫົວໜ້າກົມສ່ວຍສາອາກອນ; ເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍພະນັກງານຫຼັກແຫຼ່ງຂະແໜງການກ່ຽວຂ້ອງເຂົ້າຮ່ວມ.


ການມອບ-ຮັບຂໍ້ມູນຖານລາຍຮັບດັ່ງກ່າວແມ່ນອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 3242/ກງ ລົງວັນທີ 23 ກໍລະກົດ 2021 ວ່າດ້ວຍການແຈ້ງມອບລາຍຮັບຈາກຈາກຊັບສິນຂອງລັດ ແລະ ລາຍຮັບຈາກວິສາຫະກິດໃຫ້ລວມສູນຜ່ານລະບົບ TaxRis, ໂດຍເຫັນດີມອບໃຫ້ກົມສ່ວຍສາອາກອນ, ກົມຄຸ້ມຄອງຊັບສິນຂອງລັດ ແລະ ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພເຮັດບົດບັນທຶກຄວາມເຂົ້າໃຈ, ພ້ອມທັງມອບວຽກທີ່ກ່ຽວຂ້ອງໃຫ້ສຳເລັດພາຍໃນເດືອນກໍລະກົດ 2021 ແລະ ປັບປຸງແຜນລາຍຮັບຈາກຊັບສິນຂອງລັດ ແລະ ລັດວິສາຫະກິດ ໄປຂຶ້ນກັບກົມສ່ວຍສາອາກອນໃນປີ 2022. ທັງນີ້ເພື່ອໃຫ້ສອດຄ່ອງກັບພາລະບົດບາດໃໝ່ຂອງກົມສ່ວຍສາອາກອນ.


ຄຽງຄູ່ກັນນີ້, ຍັງໃຫ້ກົມຄຸ້ມຄອງຊັບສິນຂອງລັດນຳໃຊ້ລະບົບ TaxRis ຕິດຕາມກວດກາການແຈ້ງມອບລາຍຮັບຈາກຊັບສິນຂອງລັດ, ກົມຄຸ້ມຄອງວິສາຫະກິດລັັດລົງທຶນ ແລະ ການປະກັນໄພ, ເພື່ອກວດກາໃຫ້ຖືກຕ້ອງຕາມສັນຍາ,ກົດໝາຍ ແລະ ລະບຽບການສັງລວມຕົວເລກລາຍຮັບດັ່ງກ່າວເພື່ອສົມທຽບກັບຄັງເງິນແຫ່ງຊາດ.


ພ້ອມນັ້ນ, ມອບໃຫ້ກົມສ່ວຍສາອາກອນສ້າງແຜນລາຍຮັບປະຈຳປີ 2022 ໃຫ້ລວມລາຍຮັບທີ່ບໍ່ແມ່ນສ່ວຍສາອາກອນ, ຕາມການມອບໝາຍ, ຈັດຝຶກອົບຮົມການແຈ້ງມອບລາຍຮັບທີ່ບໍ່ແມ່ນສ່ວຍສາອາກອນໃຫ້ກັບຜູ້ປະກອບການ, ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆພ້ອມທັງການໂຄສະໜາເຜີຍແຜ່ການແຈ້ງມອບພັນທະຕ່າງໆຜ່ານລະບົບ TaxRis ໃຫ້ສັງຄົມຮັບຮູ້ຢ່າງທົ່ວເຖິງ.