ຕິກຕ໊ອກ ແຊງເຟສບຸ໊ກຂຶ້ນເປັນອັນດັບ 1 ທີ່ມີຍອດດາວໂຫຼດສູງສຸດໃນໂລກ

655

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 9 ສິງຫາ 2021 ຜ່ານມາວ່າ: ຜົນການສຳຫຼວດຈາກການດາວໂຫຼດແອັບພລິເຄຊັນທົ່ວໂລກໃນປີ 2020 ເຜີຍໃຫ້ເຫັນວ່າ ຕິກຕ໊ອກ ( Tiktok ) ແອັບພລິເຄຊັນເຜີຍແຜ່ຄລິບວິດີໂອສັ້ນຈາກບໍລິສັດໄບແດນ ຂອງຈີນ ໄດ້ກາຍເປັນແອັບທີ່ມີຄົນດາວໂຫຼດຫຼາຍທີ່ສຸດໃນໂລກເປັນຄັ້ງທຳອິດ ນັບຕັ້ງແຕ່ເລີ່ມມີການສຳຫຼວດແຕ່ປີ 2018 ເປັນຕົ້ນມາ.

ບໍລິສັດໄບແດນ ໄດ້ສ້າງແອັບພລິເຄຊັນຕິກຕ໊ອກເວີຊັນຕ່າງປະເທດໃນປີ 2017 ແລະ ຕໍ່ມາໄດ້ມີຍອດດາວໂຫຼດເພີ່ມຂຶ້ນຕໍ່ເນື່ອງ ຈົນແຊງແອັບຕ່າງໆ ເຊັ່ນ: ເຟສບຸ໊ກ, ວັອດແອັບ, ອິນສະຕາແກຣມ, ເຟສບຸ໊ກເມສເຊັນເຈີ ເຊິ່ງເປັນຂອງເຟສບຸ໊ກທັງໝົດ.