ຮູ້ຈັກປະຫວັດສາດຄວາມເປັນມາຂອງ ກົມກີລາລະດັບສູງ

848

ອີງຕາມຂໍ້ມູນຈາກ ກົມກີລາລະດັບສູງ ລະບຸວ່າ: ກົມກີລາລະດັບສູງ ຂຽນດ້ວຍອັກສອນຫຍໍ້ ( ກສ ) ເປັນກົງຈັກການບໍລິຫານໃນໂຄງປະກອບການຈັດຕັ້ງຂອງກະຊວງສຶກສາທິການ ແລະ ກີລາ ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະມົນຕີ ໃນການຊີ້ນຳ, ຊຸກຍູ້ສົ່ງເສີມວຽກງານກີລາ-ກາຍຍະກຳລະດັບສູງ, ສ້າງ ແລະ ພັດທະນານັກກີລາອາຊີບ ເພື່ອເຂົ້າຮ່ວມການແຂ່ງຂັນໃນອະນຸພາກພື້ນ, ພາກພື້ນ ແລະສາກົນ.

ພາຍຫຼັງປະເທດຊາດໄດ້ຖືກປົດປ່ອຍ ແລະ ໄດ້ຮັບສະຖາປານາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 02 ທັນວາ 1975, ການພັດທະນາກີລາລາວຢູ່ພາຍໃຕ້ການບໍລິຫານ-ຄຸ້ມຄອງຂອງກົມກີລາກາຍຍະສຶກສາ ແລະ ສິລະປະສຶກສາ ທີ່ຂຶ້ນກັບກະຊວງສຶກສາທິການ, ຕໍ່ມາຮອດປີ 1993 ລັດຖະບານໄດ້ມີມະຕິໃຫ້ກີລາແຍກອອກຈາກກະຊວງສຶກສາ ພ້ອມໄດ້ອະນຸມັດຕົກລົງຖານະຂອງກົມກີລາ ຂຶ້ນເປັນຄະນະກຳມະການກີລາແຫ່ງຊາດ ໂດຍຂຶ້ນກັບສໍານັກງານນາຍົກລັດຖະມົນຕີໂດຍກົງ, ຂັ້ນແຂວງຮ້ອງວ່າພະແນກຫ້ອງການກີລາແຂວງ, ຂັ້ນເມືອງຮ້ອງວ່າຫ້ອງການກີລາເມືອງ, ຄະນະຮັບຜິດຊອບກີລາຂັ້ນແຂວງ, ນະຄອນຫຼວງ ແລະ ເມືອງ ແມ່ນຂຶ້ນກັບການຊີ້ນໍາໂດຍກົງ ຂອງອຳນາດການປົກຄອງທ້ອງຖິ່ນ.

ໃນປີ 1999 ຄະນະກຳມະການກີລາແຫ່ງຊາດລາວ ກໍໄດ້ປັບປຸງຄືນໃໝ່ ປະກອບມີ 4 ກົມ ( ມີ 18 ພະແນກ ) ຄື :
1. ກົມຫ້ອງການ
2. ກົມກີລາມວນຊົນ
3. ກົມກີລາລະດັບສູງ
4. ກົມກີລາພົວພັນສາກົນ

ຈາກນັ້ນ, ປະເທດເຮົາກໍໄດ້ເຂົ້າຮ່ວມການແຂ່ງຂັນຢູ່ຕ່າງປະເທດໃນລະດັບອະນຸພາກ ພື້ນ, ພາກພື້ນ ແລະ ສາກົນຢ່າງຕໍ່ເນື່ອງ ເຊັ່ນ : ກີລາຊີເກມ, ກີລາໃນຮົ່ມ ແລະ ກີລາຕໍ່ສູ້ປ້ອງກັນຕົວ, ກີລາເອຊຽນເກມ ແລະ ກີລາໂອແລມປິກເກມ. ນັກກີລາລາວສາມາດຍາດໄດ້ຫຼຽນເປັນຈຳນວນຫຼາຍ, ສ້າງກຽດຊື່ສຽງໃຫ້ແກ່ປະເທດຊາດ ອັນທີ່ພົ້ນເດັ່ນແມ່ນໃນປີ 2009 ລາວເຮົາໄດ້ຮັບກຽດເປັນເຈົ້າພາບຈັດມະຫະກຳກີລາຊີເກມ ຄັ້ງທີ 25 ທີ່ນະຄອນຫຼວງວຽງຈັນ ຖືເປັນຈາລຶກປະຫວັດສາດຂອງຊາດລາວເຮົາທີ່ໄດ້ເປັນເຈົ້າພາບ, ສ້າງພາບພົດທີ່ດີໃຫ້ແກ່ປະເທດຊາດ ຈົນໄດ້ຮັບລາງວັນຫຼຽນຄໍາເປັນປະເທດທີ່ຈັດຊີເກມໄດ້ດີທີ່ສຸດ.

ເພື່ອໃຫ້ສອດຄ່ອງກັບທິດທາງ ແລະ ໜ້າທີ່ແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ VII ( 2011-2015 ) ລັດຖະບານຈຶ່ງໄດ້ໂຮມເອົາການຈັດຕັ້ງຄະນະກຳມະການກີລາແຫ່ງຊາດ ແລະ ກະຊວງສຶກສາທິການເຂົ້າເປັນ ກະຊວງສຶກສາທິການ ແລະ ກີລາ ໂດຍໃຫ້ຮັກສາກົມກີລາລະດັບສູງ ແລະ ກົມກີລາມວນຊົນໄວ້ຄືເກົ່າ ຕາມມະຕິຕົກລົງຄັ້ງມະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ VII, ສະບັບເລກທີ 10/ສພຊ, ລົງວັນທີ 24 ມິຖຸນາ 2010 ແລະ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການຊັບຊ້ອນກົງຈັກການຈັດຕັ້ງຢູ່ບັນດາກະຊວງ ອົງການຂັ້ນສູນກາງ ສະບັບເລກທີ່ 67/ຍ, ລົງວັນທີ 22 ກໍລະກົດ 2011.

ການໂຮມ 2 ອົງການຈັດຕັ້ງເຂົ້າກັນ ໃນຄັ້ງນີ້ແມ່ນມີຄວາມສອດຄ່ອງກັບສະພາບຄວາມເປັນຈິງຂອງການພັດທະນາກີລາ-ກາຍຍະກຳໃນຍຸກໃໝ່, ທັງເປັນການປັບປຸງວຽກງານກີລາ-ກາຍຍະກຳ ໃຫ້ຫັນປ່ຽນເຂົ້າສູ່ຄຸນນະພາບໃໝ່ທີ່ສູງຂຶ້ນກ່ວາເກົ່າສອດຄ່ອງກັບ 3 ລັກສະນະ, 5 ຫຼັກມູນ ຂອງການສຶກສາ ຕອບສະໜອງໃຫ້ແກ່ການຮັບໃຊ້ 2 ໜ້າທີ່ຍຸດທະສາດ ຄື : ການປົກປ້ອງຮັກສາ ແລະ ສ້າງສາປະເທດຊາດ ດ້ວຍຈິດໃຈ 4 ບຸກທະລຸ, ພ້ອມກັນປະຕິບັດໃຫ້ໄດ້ຈຸດປະສົງຄາດໝາຍທີ່ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກປະຊາຊົນປະຕິວັດລາວ ກໍຄືມະຕິກອງປະຊຸມໃຫ່ຍ ຄັ້ງທີ VII ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກີລາ.
ຂໍ້ມູນ-ຮູບຈາກ: ກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ