ແຈ້ງລັອກດາວ ນະຄອນໄກສອນແຕ່ 21:00ໂມງ ວັນທີ 9 ສິງຫາເປັນຕົ້ນໄປ

762

ໃນວັນທີ 9 ສິງຫາ 2021 ນີ້ ທ່ານ ປະສົງສິນ ຈະເລີນສຸກ ກຳມະການປະຈຳພັກແຂວງ ເລຂາພັກນະຄອນ ເຈົ້ານະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຖະແຫຼງຂ່າວ ວ່າດ້ວຍການປິດ (Lock down) ນະຄອນ ໄກສອນພົມວິຫານ ເນື່ອງຈາກມີຜູ້ຕິດເຊື້ອຢູ່ໃນຊຸມຊົນຂອງນະຄອນ ໄກສອນພົມວິຫານ (ນັບແຕ່ວັນທີ 5 ສິງຫາ 2021 ມາຮອດປະຈຸບັນນີ້) ຜູ້ຕິດເຊື້ອ ຈໍານວນ 6 ຄົນ ໄດ້ເຄື່ອນໄຫວໄປໃນຫລາຍຈຸດ ໂດຍສະເພາະ: ຕະຫລາດສະຫວັນໄຊ ແລະ ບັນດາຮ້ານມິນິມາດ, ຫ້ອງກວດພະຍາດເອກະຊົນ ແລະ ສະຖານທີ່ອື່ນໆ. ຕໍ່ສະພາບການດັ່ງກ່າວນີ້ ຄະນະສະເພາະກິດນະຄອນໄກສອນພົມວິຫານໄດ້ສົມທົບກັບຄະນະສະເພາະກິດຂັ້ນແຂວງ ເພື່ອປະເມີນ ແລະ ເຫັນວ່າ ມີຄວາມສ່ຽງສູງຕໍ່ການແຜ່ຂະຫຍາຍການລະບາດອອກສູ່ຊຸມຊົນເປັນວົງກວ້າງ, ຈຶ່ງມີຄວາມຈຳເປັນໃຫ້ທຸກພາກສ່ວນເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຢ່າງເຂັ້ມງວດ.


ການLock down ນະຄອນ ໄກສອນພົມວິຫານ ແມ່ນນັບແຕ່ເວລາ 21 ໂມງ 00 ນາທີ ຂອງວັນທີ 09 ສິງຫາ ເຖິງ ເວລາ 21 ໂມງ 00 ຂອງວັນທີ 23 ສິງຫາ 2021 ແລະ ໃຫ້ທຸກພາກສ່ວນເອົາໃຈໃສ່ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ
ພ້ອມນີ້ກໍ່ປະກາດເອົາບ້ານ ໂນນສະຫວາດ ແລະ ໂຮງຮຽນ SOS ເປັນເຂດພື້ນທີ່ສີແດງ (ເຂດມີການຕິດເຊື້ອ), ເອົາບ້ານທີ່ອ້ອມສະຖານທີ່ດັ່ງກ່າວເປັນເຂດພື້ນທີ່ສີເຫຼືອງ (ເຂດທີ່ມີຄວາມສ່ຽງເຝົ້າລະວັງ) ແລະ ບ້ານອື່ນໆ ເປັນເຂດພື້ນທີີ່ສີຂຽວ (ເຂດຕິດຕາມ).


– ໃຫ້ປິດການສັນຈອນເຂົ້າ-ອອກບ້ານໂນນສະຫວາດ ແລະ ໂຮງຮຽນ SOS ທີ່ເປັນພື້ນທີ່ສີແດງ, ມອບໃຫ້ອຳນາດການປົກຄອງບ້ານ ແລະ ການຈັດຕັ້ງດັ່ງກ່າວຄຸ້ມຄອງ ແລະ ຈັດຕັ້ງປະຕິບັດຕາມຄຳສັ່ງສະບັບນີ້ຢ່າງເຂັ້ມງວດ. ຫ້າມບໍ່ໃຫ້ມີການສັນຈອນໄປມາພາຍໃນນະຄອນ ໄກສອນພົມວິຫານ ຫຼັງຈາກເວລາ 21:00 ໂມງແລງ ຂອງແຕ່ລະວັນ-ໄປຈົນເຖິງເວລາ 05:00 ໂມງເຊົ້າ ຂອງວັນຖັດໄປ, ຍົກເວັ້ນໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ, ຫ້າມຄົນຢູ່ໃນນະຄອນ ໄກສອນພົມວິຫານ ເດີນທາງໄປຕ່າງເມືອງ, ຕ່າງແຂວງ, ຫ້າມຄົນຕ່າງແຂວງ, ຕ່າງເມືອງເດີນທາງເຂົ້າມານະຄອນ ໄກສອນພົມວິຫານ, ຍົກເວັ້ນຜູ້ທີ່ມີພູມລຳເນົາ ເຮັດວຽກປະຈຳຢູ່ແຂວງສະຫວັນນະເຂດ ແລະ ຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ, ຂັ້ນທ້ອງຖິ່ນ.


– ໃຫ້ໂຈະການບໍລິການຂົນສົ່ງໂດຍສານຈາກຕ່າງແຂວງ ແລະ ເມືອງເຂົ້າມານະຄອນ ໄກສອນພົມວິຫານ; ສ່ວນການຂົນສົ່ງສິນຄ້າແມ່ນໃຫ້ສາມາດຈັດຕັ້ງຕາມປົກະຕິໂດຍໃຫ້ປະຕິບັດຕາມມາດຕະການປ້ອງກັນ ແລະ ຄວບຄຸມ ທີ່ຄະນະສະເພາະກິດຂັ້ນສູງກາງ ແລະ ຂັ້ນແຂວງວາງອອກ;
– ສຳລັບຜູ້ທີ່ມີຄວາມຈຳເປັນ ເຊັ່ນ: ການເຈັບເປັນ, ການເສຍຊີວິດ ແລະ ການປະຊຸມທາງລັດຖະການທີ່ຈະເດີນທາງໄປປະຕິບັດໜ້າທີ່ຢູ່ຕ່າງແຂວງ, ຕ່າງເມືອງ ແມ່ນໃຫ້ຂໍໜັງສືອະນຸຍາດເດີນທາງນຳຄະນະສະເພາະກິດຂັ້ນແຂວງ, ຂັ້ນເມືອງ ຈຶ່ງສາມາດເດີນທາງໄດ້;

ຫ້າມຈັດກອງປະຊຸມ, ໂຮມຊຸມນຸ່ມ, ງານສ້າງສັນຊຸມແຊວ, ງານລຽ້ງຕ່າງໆ, ບຸນປະເພນີ, ພິທີກໍາທາງສາດສະໜາທຸກກໍລະນີ.
ຫ້າມປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ກໍາມະກອນ, ນັກຮຽນ,ນັກສຶກສາ, ຜູ້ປະກອບການ, ນັກບວດ, ພໍ່ແມ່ປະຊາຊົນ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ອາໄສ ແລະ ດໍາລົງຊິວີດຢູ່ນະຄອນ ໄກສອນພົມວິຫານ ອອກຈາກເຮືອນ ຫຼື ທີ່ພັກອາໃສຂອງຕົນ, ຍົກເວັ້ນກໍລະນີຈໍາເປັນເຊັ່ນ: ໄປຊື້ເຄື່ອງອຸປະໂພກ-ບໍລິໂພກ, ໄປໂຮງໝໍ, ໄປປະຕິບັດໜ້າທີ່ໃນກິດຈະການທີ່ລະບຸໄວ້, ສ່ວນຜູ້ທີ່ຈຳເປັນຕ້ອງໄປເຮັດການຜະລິດກະສີກຳເພື່ອເປັນສະບຽງອາຫານ, ຜູ້ໄປຄ້າຂາຍເຄື່ອງອຸປະໂພກ, ບໍລິໂພກ ກໍ່ສາມາດປະຕິບັດໄດ້ ແຕ່ມອບໃຫ້ອຳນາດການປົກຄອງບ້ານເປັນຜູ້ກວດກາ, ຄຸ້ມຄອງດ້ານຈຳນວນແລະຂອບເຂດຢ່າງຮັດກຸມເພື່ອບໍ່ໃຫ້ມີຄວາມສ່ຽງຕໍ່ການລະບາດຂອງພະຍາດໂຄວິດ-19.