ຮອງນາຍົກລັດຖະມົນຕີ​ ລາວ-ຫວຽດນາມ​ ພົບປະກ່ຽວກັບຂົງເຂດວຽກງານເສດຖະກິດ

1086

ໃນວັນທີ 9 ສິງຫາ 2021 ທີ່ໂຮງແຮມເມືອງແທ່ງ ນະຄອນຫລວງວຽງຈັນ ໄດ້ມີກອງປະຊຸມ ພົບປະ ສອງຮອງນາຍົກລັດຖະມົນຕີລາວ-ຫວຽດນາມ​ ກ່ຽວກັບຂົງເຂດວຽກງານເສດຖະກິດ, ໃນໂອກາດ ທ່ານ ຫງວຽນ ຊວັນ ຟຸກ ປະທານປະເທດ ແຫ່ງ ສສ ຫວຽດນາມ ຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ.

ຄະນະຜູ້ແທນຝ່າຍລາວ ນໍາໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ, ປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ;  ຝ່າຍຫວຽດນາມ ນໍາໂດຍ ທ່ານ ເລ ວັນ ແທ່ງ  ຮອງນາຍົກລັດຖະມົນຕີ, ກອງປະຊຸມຄັ້ງນີ້ ມີບັນດາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມວິຊາການ ຂອງ ສອງປະເທດ ລວມທັງໝົດ 30 ກວ່າທ່ານ ເພື່ອປຶກສາຫາລືສະພາບການພົວພັນຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການຊື້-ຂາຍໄຟຟ້າ ຂອງສອງປະເທດ.

ໃນກອງປະຊຸມ, ສອງຝ່າຍ ເຫັນວ່າ ເຖິງແມ່ນສະພາບການແຜ່ລະບາດຂອງໂຄວິດ-19 ໄປທົ່ວໂລກ ລວມທັງ ສປປ ລາວ ແລະ ຫວຽດນາມ, ແຕ່ການພົວພັນຮ່ວມມືດ້ານການຄ້າ ຂອງສອງປະເທດ ໃນ6ເດືອນຕົ້ນປີ ສາມາດບັນລຸໄດ້ 671 ລ້ານໂດລາ ເພີ່ມຂຶ້ນ 36,5% ທຽບກັບປີຜ່ານມາ; ໃນນັ້ນ ມູນຄ່າສິນຄ້ານໍາເຂົ້າ ຈາກ ສສ ຫວຽດນາມ ບັນລຸໄດ້ 329 ລ້ານໂດລາສະຫະລັດ ເພີ່ມຂື້ນ 19% ທຽບໃສ່ໄລຍະດຽວປີ 2020.

ດ້ານການລົງທຶນ, ຄິດໄລ່ມາເຖິງປະຈຸບັນ ລັດຖະບານລາວ ໄດ້ອະນຸຍາດໃຫ້ບັນດາວິສາຫະກິດຫວຽດນາມ ລົງທຶນ ຢູ່ລາວ ທັງໝົດ 414 ໂຄງການ ມູນຄ່າການລົງທຶນປະມານ 4,1 ຕື້ໂດລາສາຫະລັດ ຈັດຢູ່ອັນດັບ 3 ຮອງຈາກ ສປ ຈີນ ແລະໄທ; ສ່ວນໃຫຍ່ ແມ່ນເປັນການລົງທຶນໃນຂະແໜງ ກະສິກຳ, ພະລັງງານໄຟຟ້າ, ບໍ່ແຮ່ ແລະ ຂະແໜງບໍລິການອື່ນໆຕາມລຳດັບ. ສອງຝ່າຍ ໄດ້ຊຸກຍູ້ໃຫ້ມີການຊື້-ຂາຍໄຟຟ້າ ທີ່ໄດ້ຕົກລົງກັນແລ້ວ ໃຫ້ປະຕິບັດສໍາເລັດຕາມແຜນການກໍານົດ.

ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ສືບຕໍ່ ຊຸກຍູ້ ບັນດາກິດຈະການ ໂຄງການທີ່ໄດ້ຕົກລົງກັນແລ້ວ ໃຫ້ເກີດເປັນຮູບປະທໍາ ແລະ ປະກົດຜົນເປັນຈິງຫລາຍຂື້ນ ເຊັ່ນ: ການກໍ່ສ້າງເສັ້ັນທາງດ່ວນວຽງຈັນ – ຮ່າໂນ້ຍ, ໂຄງການທາງລົດໄຟ ລາວ-ຫວຽດນາມ, ທ່າເຮືອ ຫວຸງອາງ 1,2,3 ແລະ ສະໜາມບິນໜອງຄ້າງ ຢູ່ ແຂວງຫົວພັນ.​

.

ຜົນສຳເລັດ ຂອງກອງປະຊຸມ ໃນຄັ້ງນີ້ ເປັນການປະກອບສ່ວນ ທີ່ສຳຄັນ ໃນການເພີ່ມພູນ ຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວແລະຫວຽດນາມ ໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ​

.

ຂ່າວ: ສັນຕິ,​ ພາບ: ສອນໄຊ