9 ສິງຫາ ຕິດເຊື້ອໃນຊຸມຊົນ 21 ຄົນ, ນຳເຂົ້າອີກ 149 ຄົນ

471

ພະຍາດໂຄວິດ-19 ຄົງບໍ່ຈາງຫາຍໄປງ່າຍໆ ໃນວັນທີ 9 ສິງຫາ 2021 ສະຖານະການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຍັງກວດພົບຜູ້ຕິດເຊື້ອຈາກກໍລະນີນຳເຂົ້າ 149 ຄົນ ແລະ ຕິດເຊື້ອໃນຊຸນຊົນ 21 ຄົນ.


ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນໃຫ້ຮູ້ວ່າ: ປັດຈຸບັນ ສປປ ລາວເຮົາມີ ຍັງມີລາຍງານການຕິດເຊື້ອສູງໃນແຮງງານ ແລະ ບຸກຄົນທີ່ເດີນທາງເຂົ້າປະເທດໃນແຕ່ລະວັນ, ໃນວັນທີ 8 ສິງຫາຜ່ານມາ ມີລາຍງານຜູ້ຕິດເຊື້ອໃໝ່ຈຳນວນ 170 ຄົນ ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມຮອດປັດຈຸບັນ 8.561ຄົນ, ເສຍຊີວິດສະສົມ 8 ແລະ ຍັງສືບຕໍ່ປິ່ນປົວ 4.092 ຄົນ.


ການຕິດເຊື້ອໃໝ່ 170 ຄົນ ແມ່ນເປັນກໍລະນີນໍາເຂົ້າ 149 ຄົນ ແລະ ຕິດໃນຊຸມຊົນ 21 ຄົນ ຈາກການເກັບຕົວຢ່າງມາກວດຊອກຫາເຊື້ອທັງໝົດ 2.731 ຕົວຢ່າງໃນທົ່ວປະເທດ ເຊິ່ງກໍລະນີຕິດເຊື້ອໃນຊຸມຊົນ ຈຳນວນ 21 ຄົນ ມີດັ່ງນີ້ ນະຄອນຫຼວງວຽງຈັນ 2 ຄົນ, ແຂວງວຽງຈັນ 1 ຄົນ, ບໍ່ແກ້ວ 9 ຄົນ, ສະຫວັນນະເຂດ 6 ຄົນ ແລະ ຈໍາປາສັກ 3 ຄົນ ແມ່ນເປັນຜູ້ສໍາຜັດໃກ້ຊີດກັບຜູ້ຕິດເຊື້ອໃນໄລຍະຜ່ານມາ. ສ່ວນການຕິດເຊື້ອໃນແຮງງານ ແລະ ຜູ້ທີ່ເດີນທາງເຂົ້າປະເທດ ຈຳນວນ 149 ຄົນ ຈາກນະຄອນຫຼວງ 44 ຄົນ, ຄໍາມ່ວນ 7 ຄົນ, ສາລະວັນ 25 ຄົນ, ສະຫວັນນະເຂດ 2 ຄົນແລະ ຈໍາປາສັກ 71 ຄົນ ແມ່ນແຮງງານລາວ ທີ່ເດີນທາງກັບຄືນມາຈາກປະເທດໃກ້ຄຽງເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ເຂົ້າມາຖືກຕ້ອງຕາມລະບຽບຫຼັກການ, ໄດ້ເກັບຕົວຢ່າງ ແລະ ຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນຂອງແຂວງ, ເມື່ອຜົນກວດເປັນຜົນບວກພວກກ່ຽວໄດ້ ຖືກນຳສົ່ງໄປປິ່ນປົວຢູ່ສະຖານທີ່ປິ່ນປົວ ທີ່ຖືກກຳນົດໄວ້.


ຂ່າວໃຫ້ຮູ້ອີກວ່າ: ໃນວັນທີ 8 ສິງຫາ 2021 ຍັງມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈຳນວນ ທັງໝົດ 1.569 ຄົນ, ທຸກຄົນເດີນທາງເຂົ້າມາທັງໝົດແມ່ນໄດ້ຖືກເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວິດ 19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼືໂຮງແຮມຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້ຈົນຄົບ 14 ວັນຈຶ່ງຈະໄປເຄື່ອນໄຫວໄດ້, ຮອດປັດຈຸບັນທົ່ວປະເທດມີສູນຈຳກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 101 ສູນ ແລະ 48 ໂຮງແຮມ, ມີຜູ້ຈຳກັດບໍລິເວນທັງໝົດ 15.025 ຄົນ.