ທາງເລກທີ 11 ຕອນເໜືອທ້າຍປີ 2022 ສຳເລັດແນ່ນອນ

652

ກາຍເຄິ່ງທາງແລ້ວສຳລັບການກໍ່ສ້າງເສັ້ນທາງເລກທີ 11 ຕອນເຫນືອ ໜ້າວຽກໂດຍລວມມາຮອດປະຈຸບັນຄືບໜ້າແລ້ວກວ່າ 58% ຖ້າບໍ່ມີຫຍັງຄາດເຄື່ອນບໍ່ເກີນ 2022 ຈະສຳເລັດ ແລະ ເປີດໃຊ້ງານ ແນ່ນອນ.


ສຳລັບເສັ້ນທາງດັ່ງກ່າວແມ່ນ ເລີ່ມແຕ່ຂົວນໍ້າສັງ ຫາ ບ້ານຄົກເຂົ້າດໍ (ຂົວຂ້າມນໍ້າຂອງ ແຂວງໄຊຍະບູລີ) ລວງຍາວທັງຫມົດ 122 ກິໂລແມັດ, ຄວາມກວ້າງຫນ້າທາງແບ່ງອອກເປັນ 2 ເຂດ ເຂດທົ່ງພຽງກວ້າງ 10 ແມັດ ແລະເຂດພູສູງຊັນ ກວ້າງ 11.25 ແມັດ ເປັນເສັ້ນທາງເຊື່ອມຕໍ່ລະຫວ່າງ ນະຄອນຫລວງ-ແຂວງວຽງຈັນ-(ຂົວຂ້າມນໍ້າຂອງ) ແຂວງໄຊຍະບູລີ.


ທ່ານວັນທອງ ພົນລະລີ ຄະນະຮັບຜິດຊອບໂຄງການ (ສັງກັດ ຂະແຫນງຂົວທາງ ພະແນກ ຍທຂ ນວ) ໄດ້ກ່າວວ່າ: ໂຄງການກໍ່ສ້າງເສັ້ນ ທາງດັງກ່າວ ແມ່ນກຳລັງຈັດຕັ້ງປະຕິບັດ (ສຳເລັດປະຕິບັດໄດ້ 58% ແລ້ວ) ແລະ ຄາດວ່າຈະສຳເລັດສົມບູນ ພ້ອມເປີດໃຊ້ຢ່າງເປັນທາງການ ໃນທ້າຍປີ 2022 ຕາມສັນຍາ.


ເຊິ່ງປັດຈຸບັນກໍ່ຢູ່ໃນໄລຍະຂອງການກໍ່ສ້າງ ແມ່ນມີທັງຂໍ້ສະດວກ ແລະ ຫຍຸ້ງຍາກ ໂດຍອີງໃສ່ບັນຫາສະພາບ ການແຜ່ລະບາດຂອງພະຍາດໂຄວິດ-19, ເພື່ອໃຫ້ການກໍ່ສ້າງສຳເລັດຕາມແຜນທີ່ກຳນົດໄວ້ ທາງຄະນະໂຄງການໄດ້ເອົາໃຈໃສ່ຕິດຕາມກວດກາການກໍ່ສ້າງຢ່າງເປັນປົກກະຕິ ພ້ອມນີ້ບັນດາອຳນາດການປົກຄອງທີ່ຢູ່ຕາມສາຍທາງເຊັ່ນ: ສັງທອງ,ເມືອງໝື່ນ, ເມືອງຊະນະຄາມ ກໍ່ໃຫ້ຄວາມຮ່ວມມືເປັນຢ່າງດີ.


ພ້ອມກັນນັ້ນເພີ່ນຍັງໄດ້ຮຽກຮ້ອງ ໃຫ້ຜູ້ຂັບຂີ່ໃຊ້ລົດໃຊ້ຖະຫນົນ ທີ່ຈະເດີ່ນທາງມາຕາມເສັ້ນທາງດັ່ງກ່າວ ຂໍໃຫ້ລະມັດລະວັງ ການໄປມາໃຫ້ປະຕິບັດຕາມປ້າຍເຕືອນຢ່າງເຂັ້ມງວດ ເພື່ອຫລີກລ້ຽງອຸບັດເຫດ.