ນາຍົກລັດຖະມົນຕີ ຊີ້ການປະຕິບັດວາລະແຫ່ງຊາດ ແກ້ໄຂເສດຖະກິດຕ້ອງເຄັ່ງຄັດ, ໂປ່ງໃສ ແລະ ມີຫລັກການ

642

ຂປລ. ໃນວັນທີ 6 ສິງຫາ 2021, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ IX ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາດ້ານເສດຖະກິດ, ໂດຍທ່ານນາຍົກລັດຖະມົນີ ຊີ້ໃຫ້ເຫັນວ່າການປະຕິບັດວາລະດັ່ງກ່າວນີ້ ຕ້ອງມີຄວາມເຄັ່ງຄັດ, ໂປ່ງໃສ ແລະ ມີຫລັກການ.

ການຊີ້ແຈງບັນຫານີ້, ມີຂຶ້ນພາຍຫລັງມີສະມາຊິກສະພາແຫ່ງຊາດ (ສສຊ) ຫລາຍທ່ານໄດ້ມີຄໍາເຫັນຫລາຍຈຸດຕໍ່ເນື້ອໃນຮ່າງວາລະດັ່ງກ່າວ ທີ່ເຫັນວ່າລັດຖະບານ ຄວນກໍານົດແຜນປະຕິບັດງານໃຫ້ລະ ອຽດຕື່ມ, ການກໍານົດເວລາ ປະຕິບັດມີພຽງແຕ່ 2 ປີເຄິ່ງ ເຫັນວ່າສັ້ນໂພດ ອາດເຮັດໃຫ້ການປະຕິບັດບໍ່ໄດ້ຮັບຜົນສໍາເລັດຕາມຄາດໝາຍວາງໄວ້.


ທ່ານ ພັນຄໍາ ວິພາວັນ ອະທິບາຍວ່າ: ສໍາລັບແຜນປະຕິບັດງານລະອຽດ ຂອງຮ່າງວາລະແຫ່ງຊາດນີ້, ລັດຖະບານໄດ້ກໍານົດໄວ້ຢູ່ໃນບັນດາໜ້າວຽກ ຂອງແຕ່ລະກະຊວງ ແລະ ຂະແໜງການແລ້ວ. ສ່ວນການກໍານົດເວລາຈັດຕັ້ງປະຕິບັດ ມີແຕ່ 2 ປີເຄິ່ງນັ້ນ ກໍເພາະວ່າຖ້າກໍານົດເວລາດົນ ຫລື ຫລາຍປີ ມັນ ຈະບໍ່ແມ່ນການປະຕິບັດວາລະແຫ່ງຊາດ, ແຕ່ຈະເປັນລັກສະນະການປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ປົກກະຕິ. ສະນັ້ນ, ການກໍານົດເວລາດັ່ງກ່າວ ແມ່ນການເລັ່ງສ້າງການຫັນປ່ຽນແຕ່ຫົວທີ ເພື່ອໃຫ້ເຫັນຜົນວ່າ ພວກເຮົາໄດ້ໄປສູ່ທິດທາງທີ່ດີຂຶ້ນໃນໄລຍະ 2 ປີເຄິ່ງ ແລະ ພາຍຫລັງກອງປະຊຸມສະ ໄໝວິສາມັນຄັ້ງນີ້ ຈະມີຫລາຍມາດຕະການອອກມາເພື່ອຈັດຕັ້ງປະຕິບັດໄປ ພ້ອມໆກັນເລີຍ.


ທ່ານ ພັນຄໍາ ວິພາວັນ ກ່າວຕື່ມວ່າ: ວາລະແຫ່ງຊາດນີ້ ແມ່ນລັດຖະບານເປັນຜູ້ສະເໜີສ້າງຂຶ້ນມາ ແລະ ຫົວໜ້າລັດຖະບານກໍແມ່ນນາຍົກລັດຖະມົນຕີ ສະນັ້ນການປະຕິບັດຈະເຮັດໄດ້ດີ ຫລື ບໍ່ນັ້ນ ກໍແມ່ນນາຍົກລັດຖະມົນຕ້ອງເປັນຜູ້ຮັບຜິດຊອບ ແລະ ບັນດາລັດຖະມົນຕີ ແລະ ເຈົ້າແຂວງ ກໍຊີ້ນໍາ ຫລື ບັນຊາໃນວຽກງານທີ່ນອນໃນຂົງເຂດຕົນຮັບຜິດຊອບເຊັ່ນກັນ, ໂດຍລັດຖະບານຈະໃຫ້ຮັບປະກັນການປະຕິບັດບົນ 3 ຫລັກການ ຄື: ຄວາມເຄັ່ງຄັດເຂັ້ມງວດ, ໝາຍວ່າອົງການໃດ ຫລື ຜູ້ໃດເຮັດຜິດກໍຕ້ອງຮັບຜິດ ຊອບຕາມລະບຽບກົດໝາຍ ຫລື ຖ້າພົບເຫັນຂະແໜງການໃດມີພືດຕິກໍາທີ່ເປັນການກົດໜ່ວງ, ຂົ່ມເຫັງ ແລະ ມີປາກົດການທີ່ບໍ່ດີຕ່າງໆ ເພື່ອສ້າງຜົນປະໂຫຍດແບບບໍ່ຊອບທໍາ ກໍໃຫ້ລາຍງານມາຂະແໜງການໂດຍກົງ ເພື່ອແກ້ໄຂໃຫ້ທັນການ.

ອັນຕໍ່ມາ ແມ່ນຄວາມໂປ່ງໃສ ບັນຫານີ້ຕ້ອງໄດ້ມີການກວດກາຢ່າງເຂັ້ມງວດນັບແຕ່ຂັ້ນເທິງລົງຂັ້ນລຸ່ມ, ລັດຖະບານກໍຕ້ອງມີຄວາມໂປ່ງໃສ ແລະ ສສຊ ກໍສາມາດ ກວດກາ-ກວດສອບໄດ້ວ່ານາຍົກລັດຖະມົນຕີ ມີຄວາມໂປ່ງໃສແທ້ ຫລື ບໍ່ ແລະ ອັນສຸດທ້າຍ ແມ່ນຄວາມເປັນມືອາຊີບ ໝາຍວ່າການແກ້ໄຂບັນຫາເສດຖະກິດນີ້ ພວກເຈົາຈະເຮັດໂລເລແມ່ນບໍ່ໄດ້, ເພາະວ່າມັນເປັນວຽກລະອຽດອ່ອນທີ່ສຸດ ພວກເຮົາຕ້ອງປະຕິບັດຕາມຫລັກການຢ່າງເຄັ່ງຄັດ. ສະນັ້ນ, ກ່ອນໜ້ານີ້ ນາຍົກລັດ ຖະມົນຕີ ຈຶ່ງໄດ້ແຕ່ງຕັ້ງບຸກຄົນຈໍານວນໜຶ່ງ ທີ່ມີຄວາມຮູ້ຄວາມສາມາດທາງດ້ານເສດຖະກິດ ທີ່ສັງກັດຢູ່ໃນພາກລັດ ແລະ ພາກທຸລະກິດເອກະຊົນ ມາເປັນຜູ້ຊ່ວຍວຽກນາຍົກລັດຖະມົນຕີ ເພື່ອໃຫ້ພວກເພີ່ນເຫລົ່ານີ້ມີຄໍາຄິດຄໍາເຫັນ ຕໍ່ບັນດາຫລັກການດ້ານເສດຖະກິດຊ່ວຍລັດຖະບານ ແລ້ວພິຈາລະນາຄົ້ນຄວ້າ ກໍານົດເປັນນະໂຍບາຍ ແລະ ມາດຕະການຕ່າງໆ ອອກມາ ເພື່ອເຮັດໃຫ້ການບໍລິຫານເສດຖະກິດຂອງຊາດມີບາດກ້າວດີຂຶ້ນ.


ຂະນະດຽວກັນ, ລັດຖະບານ ຈະເລັ່ງປັບປຸງກົງຈັກການຈັດຕັ້ງ ແລະ ບຸກູະລາກອນ ເພື່ອຮັບໃຊ້ໃຫ້ ແກ່ການຈັດຕັ້ງປະຕິບັດວຽກງານໃຫ້ມີປະສິດທິຜົນ. ນອກນີ້, ລັດຖະບານ ກໍໄດ້ອອກມາດຕະການສໍາຄັນຈໍານວນໜຶ່ງ ເພື່ອມາຊຸກຍູ້ການປະຕິບັດວາລະແຫ່ງຊາດນີ້ ເປັນຕົ້ນແມ່ນ ດໍາລັດວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ, ດໍາລັດວ່າດ້ວຍລົດປະຈໍາຕໍາແໜ່ງ ແລະ ບໍລິຫານລັດ ແລະ ຄໍາສັ່ງຂອງນາ ຍົກວ່າ ດ້ວຍການອັດການຮົ່ວໄຫລຂອງງົບປະມານ ແລະ ຍັງຈະມີຫລາຍມາດຕະການອອກມາຕື່ມອີກ.