ປະທານປະເທດ ແຫ່ງ ສສ. ຫວຽດນາມ ຈະຢ້ຽມຢາມ ສປປ ລາວ 9-10 ສິງຫາ

756

ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສະ​ຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ, ປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ.

ສະ​ຫາຍ ຫງວຽນ ຊວັນ ຟຸກ ກໍາມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ, ປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ພ້ອມດ້ວຍພັນ​ລະ​ຍາ ແລະ ຄະ​ນະຜູ້​ແທນ​ຂັ້ນ​ສູງ ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ສັນຖະວະໄມຕີຢ່າງເປັນທາງການ ຢູ່ ​ສາ​ທາ​ລະ​ນະ​ລັດ ​ປະ​ຊາ​ທິ​ປະ​ໄຕ ​ປະ​ຊາ​ຊົນລາວ ແຕ່​ວັນ​ທີ 09-10 ສິງຫາ 2021 ເພື່ອເພີ່ມທະວີ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບອັນຍິ່ງໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ​ລະ​ຫວ່າງ​ສອງ​ປະ​ເທດ ລາວ ແລະ ຫວຽດ​ນາມ.