ທຸລະກິດລາວ ສະເໜີກຸ່ມບັນຫາທີ່ຕິດພັນກັບການ ເລີ່ມຕົ້ນທຸລະກິດ ແລະ ນະໂຍບາຍສົ່ງເສີມການລົງທຶນ

1162

ໃນກອງປະຊຸມທຸລະກິດລາວ ຄັ້ງທີ 13 ຈັດຂຶ້ນວັນທີ 28 ກໍລະກົດ 2021 ທີ່ຫໍປະຊຸມແຫ່ງຊາດ ໜຶ່ງໃນບັນຫາທີ່ພາກທຸລະກິດສະເໜີລັດຖະບານແກ້ໄຂ ເພື່ອເຮັດໃຫ້ການດໍາເນີນທຸລະກິດມີຄວາມສະດວກ ແລະ ສາມາດດຶງດູດການລົງທຶນມີ 3 ບັນຫາຍ່ອຍ ຄື: ກຸ່ມບັນຫາທີ່ຕິດພັນກັບການເລີ່ມຕົ້ນທຸລະກິດ ແລະ ນະໂຍບາຍສົ່ງເສີມການລົງທຶນ.
ທ່ານ ປອ. ໄຊບັນດິດ ຣາຊະພົນ ປະທານສະມາຄົມຕັດຫຍິບ, ຕາງໜ້າໜ່ວຍງານປຶກສາຫາລືຂະແໜງການຜະລິດ ແລະ ໜ່ວຍງານປຶກສາຫາລືຂະແໜງການບໍລິການ ໄດ້ຂຶ້ນສະເໜີບັນຫາທີ່ຕິດພັນກັບການເລີ່ມຕົ້ນທຸລະກິດ ແລະ ນະໂຍບາຍສົ່ງເສີມການລົງທຶນ ເຊິ່ງປະກອບດ້ວຍ 3 ບັນຫາຍ່ອຍ ຄື:

1. ການຂໍອະນຸຍາດລົງທຶນ; 2. ການຂໍອະນຸຍາດດໍາເນີນທຸລະກິດ; 3. ການເຂົ້າຫານະໂຍບາຍ ດ້ານພາສີ ແລະ ອາກອນມູນຄ່າເພີ່ມ ພາຍໃຕ້ກົດໝາຍສົ່ງເສີມການລົງທຶນລາຍລະອຽດບັນຫາມີດັ່ງລຸ່ມນີ້:

▶ ການຂໍອະນຸຍາດລົງທຶນ
ສະພາບບັນຫາ: ການດຶງດູດການລົງທຶນຈາກພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍຂຶ້ນ ເປັນໜຶ່ງໃນເປົ້າໝາຍຂອງແຜນວຽກຈຸດສຸມໃນການຮັບປະກັນໃຫ້ເສດຖະກິດແຫ່ງຊາດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະ ສົມດຸນ ເຊິ່ງເປັນໜຶ່ງໃນແຜນວຽກທີ່ນອນຢູ່ໃນແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ, ເຫັນໄດ້ເຖິງຄວາມສໍາຄັນຂອງການລົງທຶນຂອງພາກເອກະຊົນ, ລັດຖະບານ ຈຶ່ງໄດ້ອອກຄໍາສັ່ງ ເລກທີ 03/ນຍ ລົງວັນທີ 21 ເດືອນ ມັງກອນ ປີ 2020 ວ່າດ້ວຍການປັບປຸງວຽກງານການບໍລິການ ການອອກໃບອະນຸຍາດລົງທຶນ ແລະ ການອອກ.
ໃບອະນຸຍາດດໍາເນີນທຸລະກິດ, ຢ່າງໃດກໍຕາມໃນທາງປະຕິບັດ,ໃນການຂໍອະນຸຍາດລົງທຶນ ໃນ ສປປ ລາວ ນັກ ລົງທຶນ ຍັງພົບພໍ້ກັບອຸປະສັກຫຼາຍຢ່າງ ເຊັ່ນ:
– ຂໍ້ຈໍາກັດດ້ານນິຕິກໍາ ເຮັດໃຫ້ການຂໍອະນຸຍາດລົງທຶນໃນ ສປປ ລາວ ມີຄວາມຫຍຸ້ງຍາກ ໂດຍສະເພາະແມ່ນຕໍ່ກັບການລົງທຶນຂອງຕ່າງປະເທດ, ອີງຕາມ ດັດຊະນີຂໍ້ກີດກັນທາງດ້ານນິຕິກໍາຕໍ່ການລົງທຶນຂອງຕ່າງປະເທດ ( OECD FDI Regulatory Restrictiveness Index ) ໃນປີ 2020, ສປປ ລາວ ຍັງມີການກີດກັນດ້ານນິຕິກໍາຕໍ່ນັກລົງທຶນຕ່າງປະເທດທີ່ສູງ ເມື່ອທຽບກັບປະເທດອື່ນໆ ເຊັ່ນຂໍ້ຈໍາກັດທາງດ້ານການຖືຮຸ້ນຂອງຈໍານວນລົງທຶນຕ່າງປະເທດ, ຂັ້ນຕອນການກວດກາຜູ້ລົງທຶນ ແລະ ຮູບແບບການລົງທຶນ, ພະນັກງານຕ່າງປະເທດ ແລະ ການຈໍາກັດໃນການດໍາເນີນງານຕ່າງໆ ເຊັ່ນ: ການເປີດສາຂາ ແລະ ອື່ນໆ.
– ຂອດຂັ້ນທີ່ຊໍ້າຊ້ອນກັນລະຫວ່າງຂະແໜງການຢ່າງບໍ່ຈໍາເປັນ ເຮັດໃຫ້ການຂໍອະນຸຍາດລົງທຶນໃຊ້ເວລາດົນ. ປັດຈຸບັນອີງຕາມດໍາລັດ ວ່າດ້ວຍການຮັບຮອງເອົາບັນຊີກິດຈະການຄວບຄຸມ ແລະ ກິດຈະການສໍາປະທານຂອງ ສປປ ລາວ ເລກທີ 03/ນຍ ລົງວັນທີ 10 ມັງກອນ 2013, ສໍາລັບກິດຈະການທີ່ນອນຢູ່ໃນບັນຊີຄວບຄຸມ ຜູ້ປະກອບການຕ້ອງໄປຫາຫ້ອງການປະຕູດຽວ ເພື່ອຂໍໃບອະນຸຍາດລົງທຶນ ເຊິ່ງໃນການຂໍໃບອະນຸຍາດລົງທຶນ ຫ້ອງການປະຕູດຽວກໍໄດ້ຂໍຄໍາເຫັນຈາກຂະແໜງການທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າກ່ອນອອກໃບອະນຸຍາດລົງທຶນ ແລະ ໃນເວລາທີ່ໄດ້ໃບອະນຸຍາດລົງທຶນແລ້ວ ຜູ້ປະກອບການອະນຸຍາດດໍາເນີນທຸລະກິດກັບຂະແໜງການທີ່ກ່ຽວຂ້ອງ ເຊິ່ງກໍຕ້ອງໄດ້ຜ່ານຂັ້ນຕອນຄົ້ນຄວ້າຂອງຂະແໜງກໍຕ້ອງໄດ້ໄປຂໍໃບກ່ຽວຂ້ອງແບບດຽວກັນຕື່ມອີກ, ຈຶ່ງເຫັນວ່າຊໍ້າຊ້ອນກັນຢ່າງບໍ່ຈໍາເປັນ.
– ກິດຈະການທີ່ນອນຢູ່ໃນກິດຈະການຄວບຄຸມມີຫຼາຍເກີນໄປ, ອີງຕາມນິຍາມຂອງກິດຈະການຄວບຄຸມທີ່ລະບຸໃນດໍາລັດເລກທີ 03/ນຍ, ບັນຊີກິດຈະການຄວບຄຸມແມ່ນບັນຊີ “ ປະເພດທຸລະກິດທີ່ມີຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຮີດຄອງປະເພນີອັນດີງາມຂອງຊາດ ແລະ ສິ່ງແວດລ້ອມ, ສັງຄົມ ແລະ ທໍາມະຊາດ ” ແຕ່ໃນບັນຊີລາຍການກິດຈະການຄວບຄຸມປັດຈຸບັນ ເຫັນວ່າມີຫຼາຍກິດຈະການທີ່ມີຄວາມສ່ຽງຂ້ອນຂ້າງຕໍ່າ ຫຼື ບໍ່ມີຄວາມສ່ຽງຕໍ່ກັບຄວາມໝັ້ນຄົງຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຮີດຄອງປະເພນີອັນດີງາມຂອງຊາດ ແລະ ສິ່ງແວດລ້ອມ, ສັງຄົມ ແລະ ທໍາມະຊາດ.
– ນິຕິກໍາສະເພາະຂອງບາງຂະແໜງການທີ່ກ່ຽວຂ້ອງໃນການອອກອະນຸຍາດລົງທຶນ ຍັງບໍ່ສອດຄ່ອງກັບກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ, ອີງຕາມກົດໝາຍສົ່ງເສີມການລົງທຶນ ແລະ ດໍາລັດວ່າດ້ວຍການຮັບຮອງເອົາກິດຈະການຄວບຄຸມ ເລກທີ 03/ນຍ, ການອອກໃບອະນຸຍາດລົງທຶນແມ່ນກໍານົດໄລຍະເວລາ 25 ວັນລັດຖະການ, ແຕ່ໃນຕົວຈິງບໍ່ສາມາດປະຕິບັດໄດ້ ເນື່ອງຈາກບາງຂະແໜງການກ່ຽວຂ້ອງມີນິຕິກໍາສະເພາະທີ່ກໍານົດໄລຍະເວລາພິຈາລະນາສົ່ງຄໍາເຫັນການອອກອະນຸຍາດລົງທຶນເກີນເວລາຕາມທີ່ກໍານົດໃນກົດໝາຍສົ່ງເສີມການລົງທຶນ ( ກໍຄືຕ້ອງສົ່ງຄໍາເຫັນພາຍໃນ 8 ວັນລັດຖະການ ).
– ການດໍາເນີນເອກະສານພາຍໃນຂອງຂະແໜງການທີ່ມີສ່ວນກ່ຽວຂ້ອງໃນການອອກອະນຸຍາດລົງທຶນຍັງຊັກຊ້າ ເນື່ອງຈາກມີຂັ້ນຕອນການພິຈາລະນາທີ່ບໍ່ຈໍາເປັນ ເຊັ່ນ: ຂັ້ນຕອນການພິຈາລະນາຂອງຫ້ອງການກະຊວງ, ໝາຍຄວາມວ່າຄໍາຮ້ອງແມ່ນຖືກສົ່ງຫາຫ້ອງການກະຊວງເພື່ອພິຈາລະນາ ແລ້ວຈຶ່ງຖືກສົ່ງຕໍ່ຫາກົມກ່ຽວຂ້ອງ ເພື່ອຄົ້ນຄວ້າພິຈາລະນາ ແລ້ວຈຶ່ງຖືກສະເໜີຫາລັດຖະມົນຕີ ເພື່ອອະນຸມັດ ແລະ ສົ່ງກັບມາຫາຫ້ອງການກະຊວງຕື່ມອີກ.
– ຍັງບໍ່ມີຊ່ອງທາງໃນການເຂົ້າເຖິງຂໍ້ມູນຂັ້ນຕອນ, ເງື່ອນໄຂ ແລະ ຂໍ້ກໍານົດຕ່າງໆທີ່ຕິດພັນກັບການກໍ່ຕັ້ງທຸລະກິດ ຂອງບັນດາຂະແໜງການກ່ຽວຂ້ອງຕໍ່ກັບການລົງທຶນຂອງຕ່າງປະເທດ ທີ່ນັກລົງທຶນສາມາດເຂົ້າເຖິງໄດ້ງ່າຍ, ຈຶ່ງເຮັດໃຫ້ການຕັດສິນໃຈເຂົ້າມາລົງທຶນໃນ ສປປ ລາວ ເປັນໄປໄດ້ຍາກ.

["]

▶ ຂໍ້ສະເໜີວິທີແກ້
ສະເໜີໃຫ້ກະຊວງແຜນການ ແລະ ການລົງທຶນ ( ຜທ ) ພິຈາລະນາເປັນເຈົ້າການໃນການ:
1. ປະສານກັບຂະແໜງການທີ່ກ່ຽວຂ້ອງ ເພື່ອພິຈາລະນາຄືນບັນດາກິດຈະການທີ່ຢູ່ໃນບັນຊີກິດຈະການຄວບຄຸມແນໃສ່ຫຼຸດລາຍການກິດຈະການທີ່ຢູ່ໃນບັນຊີຄວບຄຸມປະຈຸບັນ ແລະ ມີການປັບປຸງເປັນແຕ່ລະໄລຍະ ຈົນກ້າວໄປເຖິງການລົບລ້າງຂອດການຂໍໃບອະນຸຍາດລົງທຶນ ສໍາລັບກິດຈະການທົ່ວໄປ, ເພື່ອເປີດກວ້າງການດຶງດູດການລົງທຶນ.
2. ກໍານົດເງື່ອນໄຂທີ່ແນ່ນອນ ( ເຊັ່ນການໃຫ້ຄະແນນຄວາມສ່ຽງ ຕາມແຕ່ລະເງື່ອນໄຂທີ່ກໍານົດ ) ແລະ ນໍາໃຊ້ຢ່າງເປັນເອກະພາບກັນໃນທຸກຂະແໜງການ ເພື່ອພິຈາລະນາວ່າກິດຈະການໃດທີ່ຄວນເປັນກິດຈະການທີ່ຍັງຕ້ອງຮັກສາໄວ້ໃນບັນຊີກິດຈະການຄວບຄຸມຂອງຕົນ.
3. ກໍານົດບັນດາເງື່ອນໄຂທີ່ແນ່ນອນ ແລະ ຈະແຈ້ງ ໃນການພິຈາລະນາອອກອະນຸຍາດລົງທຶນ ແລະ ເຜີຍແຜ່ເງື່ອນໄຂດັ່ງກ່າວໃຫ້ຜູ້ປະກອບການຮັບຊາບ.
4. ປະສານກັບກະຊວງທີ່ກ່ຽວຂ້ອງ ເພື່ອປັບປຸງຂັ້ນຕອນການຂໍໃບອະນຸຍາດລົງທຶນໃຫ້ຈະແຈ້ງ ແລະ ວ່ອງໄວຂຶ້ນ.
5. ຮວບຮວມຂໍ້ມູນ ແລະ ເປັນສູນລວມການໃຫ້ຂໍ້ມູນຂັ້ນຕອນ, ເງື່ອນໄຂ ແລະ ຂໍ້ກໍານົດຕ່າງໆທັງໝົດຂອງຂະແໜງການກ່ຽວຂ້ອງທີ່ຕິດພັນກັບການກໍ່ຕັ້ງທຸລະກິດ ທີ່ນັກລົງທຶນສາມາດເຂົ້າເຖິງໄດ້ງ່າຍ ໂດຍສະເພາະແມ່ນແບບອອນລາຍ.
6. ປັບປຸງການບໍລິການຂອງຫ້ອງການປະຕູດຽວ ເພື່ອເປັນໃຈກາງໃນການປະສານກັບຂະແໜງການກ່ຽວຂ້ອງ ສໍາລັບການອອກອະນຸຍາດລົງທຶນຕາມເປົ້າໝາຍຂອງການກໍ່ຕັ້ງ ແລະ ພາລະບົດບາດຂອງຫ້ອງການປະຕູດຽວຢ່າງແທ້ຈິງ, ໝາຍຄວາມວ່າໃຫ້ນັກລົງທຶນສາມາດຍື່ນຂໍຄໍາຮ້ອງ, ຮັບຊາບຂໍ້ມູນ ແລະ ຮັບເອົາໃບອະນຸຍາດດໍາເນີນທຸລະກິດຢູ່ຈຸດດຽວ ໂດຍທີ່ບໍ່ຕ້ອງໄດ້ໄປປະສານກັບຂະແໜງການອື່ນໆທີ່ກ່ຽວຂ້ອງດ້ວຍຕົວເອງຕື່ມອີກ.
7. ສະເໜີໃຫ້ລັດຖະບານ ປະເມີນຄືນການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 03/ນຍ ວ່າດ້ວຍການປັບປຸງວຽກງານການບໍລິການ ການອອກໃບອະນຸຍາດລົງທຶນ ແລະ ການອອກໃບອະນຸຍາດດໍາເນີນທຸລະກິດເປັນແຕ່ລະໄລຍະເລື້ອຍໆ.

▶ ຂັ້ນຕອນການອອກໃບອະນຸຍາດດໍາເນີນທຸລະກິດຂອງຂະແໜງການ
ສະພາບບັນຫາ: ສືບເນື່ອງຈາກການສະເໜີບັນຫາຂອງພາກທຸລະກິດ ກ່ຽວກັບການເລີ່ມຕົ້ນທຸລະກິດທີ່ໄດ້ສະເໜີໃນກອງປະຊຸມທຸລະກິດລາວໃນຄັ້ງຜ່ານມານັ້ນ, ພາກທຸລະກິດເຫັນວ່າຂະແໜງການກ່ຽວຂ້ອງຂອງພາກລັດ ໄດ້ເອົາໃຈໃສ່ປັບປຸງຫຼາຍຂັ້ນຕອນໃຫ້ສະດວກຂຶ້ນ ໂດຍສະເພາະແມ່ນຂັ້ນຕອນການຈົດທະບຽນວິສາຫະກິດ ເຊິ່ງເຫັນໄດ້ວ່າມີຄວາມສະດວກ ແລະ ວ່ອງໄວຂຶ້ນຫຼາຍ, ຢ່າງໃດກໍຕາມ ຫຼັງຈາກຂຶ້ນທະບຽນວິສາຫະກິດແລ້ວ ກໍຍັງຕ້ອງຂໍອະນຸຍາດດໍາເນີນທຸລະກິດກັບຂະແໜງການທີ່ກ່ຽວຂ້ອງ ຈຶ່ງສາມາດດໍາເນີນທຸລະກິດໄດ້ ເຊິ່ງຜ່ານມາໃນຂັ້ນຕອນການຂໍໃບອະນຸຍາດດໍາເນີນທຸລະກິດ ເຫັນວ່າຍັງເປັນສິ່ງທ້າທາຍຫຼາຍ, ຜູ້ປະກອບການສ່ວນໃຫຍ່ເຫັນວ່າຂັ້ນຕອນການຂໍໃບອະນຸຍາດດໍາເນີນທຸລະກິດກັບຂະແໜງການກ່ຽວຂ້ອງ ຍັງບໍ່ມີຂັ້ນຕອນຈະແຈ້ງ ເຊັ່ນ:
– ຫຼາຍຂະແໜງການຍັງບໍ່ມີລະບຽບການສະເພາະ ຫຼື ຂັ້ນຕອນທີ່ຈະແຈ້ງ ແລະ ການກໍານົດໄລຍະເວລາທີ່ແນ່ນອນ ໃນການອອກໃບອະນຸຍາດດໍາເນີນທຸລະກິດ ຈຶ່ງເຮັດໃຫ້ການອອກອະນຸຍາດດໍາເນີນທຸລະກິດມີ ຄວາມຊັກຊ້າ, ນອກຈາກນີ້ລະບົບການຮັບຄໍາຮ້ອງ ແລະ ການລາຍງານພາຍໃນບາງກະຊວງທີ່ອອກໃບອະນຸຍາດດໍາເນີນທຸລະກິດ ມີຫຼາຍຂັ້ນຕອນເກີນໄປ ໂດຍສະເພາະແມ່ນການຍື່ນຄໍາຮ້ອງຫາຫ້ອງການກະຊວງ ເພື່ອຄົ້ນຄວ້າກ່ອນ ແທນທີ່ຈະສາມາດຍື່ນຫາກົມທີ່ກ່ຽວຂ້ອງໄດ້ເລີຍ.
– ໃນຂັ້ນຕອນການຂໍອະນຸຍາດດໍາເນີນທຸລະກິດຢູ່ຂັ້ນທ້ອງຖິ່ນ ຍັງບໍ່ໄດ້ຖືກປັບປຸງໄປຕາມຂັ້ນຕອນ ແລະ ໄລຍະເວລາທີ່ຂັ້ນສູນກາງ ໄດ້ກໍານົດ.
– ຜູ້ປະກອບການ ໂດຍສະເພາະແມ່ນນັກລົງທຶນຕ່າງປະເທດ ທີ່ຕ້ອງການກໍ່ຕັ້ງທຸລະກິດຢູ່ ສປປ ລາວ ເຫັນວ່າການເຂົ້າຫາຂໍ້ມູນເງື່ອນໄຂຕ່າງໆຂອງຂະແໜງການກ່ຽວຂ້ອງທີ່ຕິດພັນກັບການຂໍອະນຸຍາດດໍາເນີນທຸລະກິດໃນ ສປປ ລາວ ຍັງຈໍາກັດ.

▶ຂໍ້ສະເໜີວິທີແກ້ໄຂ
1. ສະເໜີໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ) ພິຈາລະນາ ສືບຕໍ່ເປັນເຈົ້າການປະສານກັບກະຊວງທີ່ກ່ຽວຂ້ອງໃນການປັບປຸງຂັ້ນຕອນການອອກໃບອະນຸຍາດດໍາເນີນທຸລະກິດໃຫ້ມີຄວາມຈະແຈ້ງ ແລະ ສະດວກ, ໂດຍສະເພາະ ແມ່ນການຫັນໄປນໍາໃຊ້ລະບົບການພິຈາລະນາອອກອະນຸມັດແບບອີງໃສ່ຄວາມສ່ຽງເປັນຫຼັກ ( ເຊັ່ນສໍາລັບກິດຈະກໍາທີ່ມີ ຄວາມສ່ຽງຕໍ່າ ແມ່ນບໍ່ຈໍາເປັນຕ້ອງຂໍອະນຸຍາດດໍາເນີນທຸລະກິດ ) ຄືດັ່ງທີ່ ກະຊວງ ອຄ ໄດ້ມີການລິເລີ່ມຈັດຕັ້ງປະຕິບັດ.
2. ສະເໜີໃຫ້ແຕ່ລະຂະແໜງການທີ່ອອກໃບອະນຸຍາດດໍາເນີນທຸລະກິດພິຈາລະນາ:
1). ປັບປຸງລະບົບການອອກໃບອະນຸຍາດດໍາເນີນທຸລະກິດຂອງຕົນໃຫ້ໄວຂຶ້ນ ແລະ ໃຫ້ມີເງື່ອນໄຂທີ່ຊັດເຈນ ແລະ ແນ່ນອນໃນການພິຈາລະນາ.
2). ຈັດຕັ້ງປະຕິບັດຂັ້ນຕອນການອອກໃບອະນຸຍາດດໍາເນີນທຸລະກິດໃຫ້ເປັນເອກະພາບກັນທັງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ.
3). ມີຊ່ອງທາງໃນການເຂົ້າເຖິງຂໍ້ມູນຂັ້ນຕອນ, ເງື່ອນໄຂ ແລະ ຂໍ້ກໍານົດຕ່າງໆຂອງຂະແໜງການກ່ຽວຂ້ອງທີ່ຕິດພັນກັບການກໍ່ຕັ້ງທຸລະກິດທີ່ສາມາດເຂົ້າເຖິງໄດ້ງ່າຍ ໂດຍສະເພາະແມ່ນແບບອອນລາຍ ຫຼື ນໍາໃຊ້ຕົວກາງໃນການກະຈາຍຂໍ້ມູນເຫຼົ່ານັ້ນໃຫ້ພາກທຸລະກິດ ເຊັ່ນ: ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ສະພາການຄ້າຕ່າງປະເທດ ໃນ ສປປ ລາວ ເປັນຕົ້ນ.

▶ ການເຂົ້າຫານະໂຍບາຍດ້ານພາສີ ແລະ ອາກອນມູນຄ່າເພີ່ມ ພາຍໃຕ້ກົດໝາຍສົ່ງເສີມການລົງທຶນ.
ສະພາບຂອງບັນຫາ: ນະໂຍບາຍສົ່ງເສີມການລົງທຶນທີ່ມີໃນປັດຈຸບັນ ອະນຸຍາດໃຫ້ໂຄງການລົງທຶນຂໍຍົກເວັ້ນພາສີນໍາເຂົ້າ ແລະ ອາກອນມູນຄ່າເພີ່ມຕໍ່ວັດຖຸດິບ ແລະ ອຸປະກອນຕ່າງໆທີ່ຈໍາເປັນ ເພື່ອມາຮັບໃຊ້ການລົງທຶນທີ່ນໍາເຂົ້າຈາກຕ່າງປະເທດເທົ່ານັ້ນ, ແຕ່ກໍລະນີທີ່ໂຄງການລົງທຶນດັ່ງກ່າວມີການຊື້ວັດຖຸດິບ ແລະ ອຸປະກອນຕ່າງໆ ຈາກຜູ້ຜະລິດພາຍໃນ ເພື່ອມາຮັບໃຊ້ການລົງທຶນ ແມ່ນບໍ່ໄດ້ຮັບນະໂຍບາຍຍົກເວັ້ນອາກອນມູນຄ່າເພີ່ມ ເຊັ່ນດຽວກັບກໍລະນີນໍາເຂົ້າ, ຜູ້ປະກອບການເຫັນວ່າການຈັດຕັ້ງປະຕິບັດໃນລັກສະນະດັ່ງກ່າວ ບໍ່ເປັນການສົ່ງເສີມການຜະລິດພາຍໃນ ແລະ ຍັງໄດ້ເຮັດໃຫ້ຜູ້ຜະລິດພາຍໃນເສຍປຽບໃນການແຂ່ງຂັນກັບຜູ້ຜະລິດຢູ່ຕ່າງປະເທດທີ່ຈະເປັນຜູ້ສະໜອງວັດຖຸອຸປະກອນໃຫ້ແກ່ໂຄງການລົງທຶນດັ່ງກ່າວ ເນື່ອງຈາກຜູ້ຜະລິດພາຍໃນຕ້ອງເກັບອາກອນມູນຄ່າເພີ່ມ 10% ຂອງມູນຄ່າສິນຄ້າ ເຊິ່ງເຮັດໃຫ້ລາຄາສິນຄ້າຜະລິດພາຍໃນສູງຂຶ້ນຢ່າງໜ້ອຍ 10% ຖ້າທຽບໃສ່ສິນຄ້າທີ່ນໍາເຂົ້າຈາກຕ່າງປະເທດ, ຜົນຈາກການປຶກສາຫາລືໃນໄລຍະຜ່ານມາ ເຫັນວ່າຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະແມ່ນ ກະຊວງ ຜທ ແລະ ຂະແໜງການເງິນ ກໍໄດ້ສະແດງທັດສະນະເຫັນດີຕໍ່ກັບຂໍ້ສະເໜີຂອງພາກທຸລະກິດ, ຢ່າງໃດກໍຕາມໃນການຈັດຕັ້ງປະຕິບັດ ແມ່ນຍັງບໍ່ສາມາດເລີ່ມຈັດຕັ້ງປະຕິບັດໄດ້ ຖ້າຫາກບໍ່ມີການຕົກລົງເຫັນດີຢ່າງເປັນທາງການ ໂດຍສອງຂະແໜງການດັ່ງກ່າວ ແລະ ມີການປັບນິຕິກໍາທີ່ກ່ຽວຂ້ອງເພື່ອຮອງຮັບນະໂຍບາຍນີ້.

▶ຂໍ້ສະເໜີວິທີແກ້ໄຂ:
ສະເໜີໃຫ້ກະຊວງ ຜທ ເປັນເຈົ້າການປະສານກັບ ກະຊວງການເງິນ ເພື່ອປຶກສາຫາລື ພິຈາລະນາ ຍົກເວັ້ນອາກອນມູນຄ່າເພີ່ມແກ່ໂຄງການລົງທຶນທີ່ໄດ້ຮັບນະໂຍບາຍສົ່ງເສີມໃນການຊື້ສິນຄ້າທີ່ສະໜອງ ໂດຍຜູ້ຜະລິດພາຍໃນປະເທດເຊັ່ນດຽວກັບສິນຄ້ານໍາເຂົ້າ.