ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ແລະ ສະຖາບັນການເງິນ ຊັບທະວີ ເຊັນສັນຍາວ່າດ້ວຍການຮັບຊໍາລະຄ່າງວດ

1093

ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ແລະ ສະຖາບັນການເງິນ ຊັບທະວີ ໄດ້ຈັດພິທີເຊັນສັນຍາຮ່ວມມື ວ່າດ້ວຍການຮັບຊໍາລະຄ່າງວດສິນເຊື່ອ ຂຶ້ນໃນຕອນເຊົ້າ ຂອງວັນທີ 6 ສິງຫາ 2021 ທີ່ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ໂດຍຕ່າງຫນ້າການລົງນາມຂອງ ທ່ານ ສີປະເສີດ ຄ່ວງສະຫວັນ ຮອງຜູ້ອໍານວຍການໃຫຍ່ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ແລະ ທ່ານ ນາງ ລາສີ ມີສາວົງ ປະທານສະພາບໍລິຫານ ສະຖາບັນການເງິນ ຊັບທະວີ ພ້ອມດ້ວຍພະນັກງາານທີ່ກ່ຽວຂ້ອງທັງສອງຝ່າຍຮ່ວມເປັນສັກຂີພິຍານ.


ໃນໂອກາດນີ້ ທ່ານ ສີປະເສີດ ຄ່ວງສະຫວັນຮອງຜູ້ອໍານວຍການໃຫຍ່ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ(ທລວ) ໄດ້ກ່າວໃນພິທີເຊັນສັນຍາຄັ້ງນີວ່າ: ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ສ້າງຕັ້ງຂຶ້ນໃນວັນທີ 22 ມິຖຸນາ 1999 ຜ່ານການສ້າງຕັ້ງ ແລະ ພັດທະນາຕະຫລອດໄລຍະຫລາຍກວ່າ 22ປີ ທລວ ໄດ້ມີບາດກ້າວການຂະຫຍາຍຕົວຢ່າງເຂັ້ມແຂງ ມີເຄື່ອຄາຍໃຫ້ບໍລິການ 8ແຂວງພາຍໃນປະເທດ ມີທາງດ້ານການເງິນທີ່ເຂັ້ມແຂງ ມີລູກຄ້າທີ່ມາໃຊ້ບໍລິການນັບມື້ນັບຫລາຍຂຶ້້ນ ເຊິ່ງ ທລວ ໄດ້ກາຍເປັນຫນຶ່ງໃນບັນດາທະນາຄານທີ່ມີຄວາມກ້າວຫນ້າໃນ ສປປລາວ ປະຕິບັດຕາມເປົ້າຫມາຍຍຸດທະສາດ ເພື່ອໃຫ້ ທລວ ເປັນຫນຶ່ງໃນທະນາຄານແຖວຫນ້າ ທລວ ບໍ່ໄດ້ຢຸດຢັ້ງການພັດທະນາ ການບໍລິການໃຫ້ຕອບສະຫນອງກັບຄວາມຕ້ອງການກັບທຸກຊັ້ນຄົນ ທຸກຍຸກສະໄຫມ.

ຮອດປັດຈຸບັນ ທລວ ໄດ້ສະຫນອງຫລາຍຮູບແບບ ໃນການໃຫ້ບໍລິການ ແລະ ປັດຈຸບັນກໍໄດ້ມີການຕອບສັງຫນອງສັງຄົມໃນຫລາຍຮູບແບບດ້ວຍລະບົບເຕັກໂນໂລຊີ ແລະ ທລວ ກໍບໍ່ຢຸດຢັ້ງໃນການຮ່ວມມືກັບຄູ່ຮ່ວມທຸລະກິດ ແລະ ສະຖາບັນການເງິນໃຫ້ລູກຄ້າມາໃຊ້ບໍລິການ ໄດ້ຮັບຄວາມສະດວກສະບາຍ ໃນນັ້ນສະຖາບັນການເງິນ ຊັບທະວີກໍເປັນຫນຶ່ງໃນຄູ່ຮ່ວມທຸລະກິດ ທີ່ ທລວ ໃຫ້ຄວາມສຳຄັນໃນການຮ່ວມມືຮອບດ້ານບໍ່ພຽງແຕ່ທັງສອງຝ່າຍຈະເຊື່ອມລະບົບຊຳລະຄ່າສິນເຊື່ອເທົ່ານັ້ນ ໃນຕໍ່ຫນ້າກໍຈະມີການຮ່ວມມືອີກຫລາຍດ້ານເຊັ່ນ: ການເປັນຕົວແທນຮ້ານແລກປ່ຽນ, ການບໍລິການເງິນສົດ ແລະ ການບໍລິການເງິນຝາກຕາມຄວາມສາມາດ ແລະ ຮັບປະກັນຄຸນປະໂຫຍດ ແລະ ເຊື່ອຫມັ້ນວ່າກ່່ນເຊັນສັນຍາໃນຄັ້ງນີ້ຈະສຳເລັດຕາມເປົ້າຫມາຍໃນການໃຫ້ບໍລິການລູກຄ້າຢ່າງແນ່ນອນ.


ທ່ານ ນາງ ລາສີ ມີສາວົງ ປະທານສະພາບໍລິຫານ ສະຖາບັນການເງິນ ຊັບທະວີ ໄດ້ກ່າວວ່າ: ໃນປັດຈຸບັນ ຊັບທະວີ ໄດ້ໃຫ້ບໍລິການສິນເຊື່ອ, ປະກັນໄພຊິວິດເງິນກູ້, ທຸລະກໍາເງິນຕາ ແລະ ໃຫ້ບໍລິການ ຫວຍພັດທະນາ ແລະ ອື່ນໆຈຸດປະສົງການເຄື່ອນໄຫວ ແລະ ສ້າງຕັ້ງທຸລະກິດແມ່ນເພື່ອສົ່ງເສີມທຸລະກິດຕາມຂະແຫນງການທີ່ລັດໃຫ້ບູລິມະສິດ, ສ້າງວຽກເຮັດງານທໍາປະຕິບັດພັນທະໃຫ້ລັດຕາມລະບຽບ ແລະ ກົດຫມາຍ ຕາມແນວທາງນະໂຍບາຍ ຂອງລັດວາງອອກດ້ານການພົວພັນ ແລະ ຮ່ວມມື.

ຮອດປະຈຸບັນສະຖາບັນ ໄດ້ເຊັນສັນຍາ ແລະ ຮ່ວມມືກັບບັນດາທະ ນາຄານລັດ, ທະນາຄານທຸລະກິດ ແລະ ສະຖາບັນການເງິນອື່ນໆ ທີ່ກ່ຽວຂ້ອງເປັນຕົ້ນຄື: ທະນາຄານລັດວິສາ ກິດຫະກິດ 2 ແຫ່ງ, ທະນາຄານເອກະຊົນ 3 ແຫ່ງ, ບໍລິສັດປະກັນໄພ 3 ແຫ່ງ, ບໍລິສັດ ໂມບາຍມັນນີ ຈໍາກັດ ຜູ້ດຽວ (ກຸ່ມບໍລິສັດ ລາວໂທລະຄົມມະນາຄົມ ຈໍາກັດ) ແລະ ນອກຈາກນັ້ນ ຍັງຢູ່ລະຫວ່າງການປຶກສາຫາລື ນໍາ ທະນາຄານທຸລະກິດຈໍານວນຫນຶ່ງ ເພື່ອເປີດກວ້າງການພົວພັນຮ່ວມມື ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ ແລະການໃຫ້ບໍລິການລູກຄ້າ.