ຜົນກວດວິເຄາະທັງໝົດ 3.225 ຄົນ ພົບຜູ້ຕິດເຊື້ອໃໝ່ 260 ຄົນ ມີຕິດເຊື້ອໃນຊຸມຊົນ 18 ຄົນ ໃນ3ແຂວງ

924

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງ ສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ8 ສິງຫາ 2021 ວ່າ: ວັນທີ 7 ສິງຫາ 2021 ໄດ້ກວດວິເຄາະທັງໝົດ 3.225 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 260 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 18 ຄົນ ຄື: ໄຊຍະບູລີ 2 ຄົນ ບໍ່ແກ້ວ 15 ຄົນ (ເມືອງຕົ້ນເຜິ້ງ) ແລະ ແຂວງຈຳປາສັກ 1 ຄົນ.

ສ່ວນ ກໍລະນີນໍາເຂົ້າ ມີ 242 ຄົນ ຈາກ ສະຫວັນນະເຂດ 119 ຄົນ, ຈຳປາສັກ 93 ຄົນ, ນະຄອນຫຼວງວຽງຈັນ 26 ຄົນ, ບໍລິຄຳໄຊ 3 ຄົນ ແລະ ໄຊຍະບູລີ 1 ຄົນ ກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 8.392 ຄົນ, ຄົນເຈັບເສຍຊີວິດສະສົມ 8 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 4.090 ຄົນ.ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 85 ສູນ ແລະ 43 ໂຮງແຮມ ມີຜູ້ຈຳກັດບໍລິເວນ 15.394 ຄົນ.

ໃນວັນທີ 7 ສິງຫາ ສປປລາວ ໄດ້ຮັບວັກຊີນ Sinopharm ຈໍານວນ 1.000.000 ໂດສ ຈາກ ສປ ຈີນ, ໂດຍສະຫລຸບຮອດເດືອນສິງຫາ ຈະໄດ້ຮັບວັກຊິນສະສົມລວມທັງໝົດ 5.176. 490 ໂດສ໌ ສັກໄດ້ 3.092.245 ຄົນ ຍັງມີຄວາມຕ້ອງການສັກເປົ້າໝາຍຈໍານວນ 607.755 ຄົນ ຊຶ່ງຍັງມີຄວາມຕ້ອງການວັກຊິນ ຈຳນວນ 1.215.510 ໂດສ.

ເພື່ອກ້າວຂ້າມຜ່ານວິກິດນີ້ໄປດ້ວຍກັນ ຈຶ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຈົ່ງເຂັ້ມງວດໃນການປ້ອງກັນຕົນເອງ, ບໍ່ເອົາມືສຳຜັດໃບໜ້າ, ໃສ່ຜ້າປິດປາກ-ດັງ, ຫຼີກລ່ຽງການອອກຈາກບ້ານ ຖ້າບໍ່ຈຳເປັນ, ຮັກສາໄລຍະຫ່າງ, ໝັ່ນລ້າງມືເລື້ອຍໆດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ, ບໍ່ຈັດງານສັງສັນກັບໝູ່ຄູ່.

ຖ້າທ່ານຮູ້ສຶກບໍ່ສະບາຍ ຫຼື ສຳຜັດໃກ້ຊິດນຳຜູ້ຕິດເຊື້ອ ຕ້ອງຮີບໄປພົບແພດ ເພື່ອເກັບຕົວຢ່າງກວດ ແລະ ຮັບການປິ່ນປົວທັນການ.