ເປີດງານວາງສະແດງຮູບພາບ ເນື່ອງໃນໂອກາດລັດຖະທໍາມະນູນແຫ່ງຊາດ 15 ສິງຫາ ຄົບຮອບ 30ປີ

0
802

ງານວາງສະແດງຮູບພາບເນື່ອງໃນໂອກາດສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດວັນທີ 15 ສິງຫາ ຄົບຮອບ 30 ປີ ຈັດຂື້ນໃນຕອນເຊົ້າວັນທີ 8 ສິງຫາ 2021 ທີ່ຫໍພິພິທະພັນປະທານໄກສອນ ພົມວິຫານ ນະຄອນຫລວງວຽງຈັນ.

ໃຫ້ກຽດເຂົ້າຮ່ວມຂອງທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ມີຄະນະປະຈໍາ, ກໍາມາທິການຂອງສະພາແຫ່ງຊາດ, ລັດຖະມົນຕີທີ່ມາຈາກກະຊວງຕ່າງໆ , ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງ, ສະພາປະຊາຊົນແຂວງ, ນະຄອນຫລວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ຈະເລີນ ເຢຍປ່າວເຮີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານກໍາມາທິການກົດຫມາຍ ກ່າວເປີດງານວ່າ: ໂດຍປະຕິບັດຕາມຄໍາສັ່ງແນະນໍາຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 151/ຄລສພ, ລົງວັນທີ 09 ກໍລະກົດ 2001 ແລະ ຄໍາແນະນໍາ ຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 08/ ຄປຈ, ລົງວັນທີ 14 ກໍລະກົດ 2021 ກ່ຽວກັບການສະເຫຼີມສະຫຼອງວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ ແລະ ອີງຕາມການຊີ້ນໍາຂອງ ຫົວຫນ້າຄະນະຮັບຜິດຊອບສະເຫຼີມສະຫຼອງວັນລັດຖະ ທໍາມະນູນແຫ່ງຊາດ.

ມື້ນີ້, ອະນຸກໍາມະການໂຄສະນາ-ຂະບວນການ ໂດຍສົມທົບກັບກອງເລຂາ, ອະນຸກໍາມະການເນື້ອໃນ ແລະ ຄະນະຮັບຜິດຊອບຫໍພິພິຕະພັນປະທານ ໄກສອນ ພົມວິຫານ ໄດ້ຈັດງານວາງສະແດງ ຮູບພາບໃນໂອກາດສະເຫຼີມສະຫຼອງວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ ( 15 ສິງຫາ 1991 – 15 ສິງຫາ 2021 ).

ງານວາງສະແດງຮູບພາບ ດັ່ງກ່າວປະກອບດ້ວຍຮູບພາບຈໍານວນຫນຶ່ງໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ການສ້າງຕັ້ງ ສປປ ລາວ, ຮູບພາບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ສານປະຊາຊົນ, ອົງການໄອຍະການປະຊາຊົນ ແລະ ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ໂດຍສະເພາະແມ່ນການເຄື່ອນໄຫວໃນການສ້າງ ແລະ ປັບປຸງລັດທະທໍາມະນູນ ກໍຄືການຈັດຕັ້ງຜັນຂະຫຍາຍ ປະຕິບັດລັດທະທໍາມະນູນ ແລະ ກົດຫມາຍຂອງ ສປປລາວໃນໄລຍະ 30ປີທີ່ມາ ເພື່ອສະແດງເຖິງການສ້າງຜົນງານການສ້າງລັດປະຊາທິປະໄຕປະຊາຊົນ ຕາມທິດສ້າງລັດທີ່ປົກຄອງໂດຍກົດຫມາຍ.

ກ່ອນຫນ້າທີ່ຈະເລີ່ມພິທີເປີດງານວາງສະແດງຮູບພາບເນື່ອງໃນໂອກາດສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດວັນທີ 15 ສິງຫາ ຄົບຮອບ 30 ປີ ຄະນະນໍາ ຂອງສະພາແຫ່ງຊາດ ນໍາໂດຍ ທ່ານໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ພ້ອມດ້ວຍສະມາຊິກສະພາແຫ່ງຊາດ ແລະ ການນໍາຂັ້ນສູງພັກ-ລັດ ໄດ້ເຂົ້າຮ່ວມພິທີວາງກະຕ່າດອກໄມ້ ຢູ່ຕໍ່ຫນ້າຮູບປັ້ນປະທານໄກສອນ ພົມວິຫານຜູ້ນໍາທີ່ເເສນເຄົາລົບ ຮັກຂອງປວງຊົນລາວທັງຊາດ ເພື່ອສະແດງເຖີງຄວາມຈົ່ງຮັກພັກດີ,ກະຕັນຢູຮູ້ບຸນຄຸນ ທີ່ທ່ານໄດ້ ອຸທິດສະຕິປັນຍາ,ເຫື່ອເເຮງ,ເລືອດເນື້ອ ແລະ ຊີວີດເຂົ້າໃນພາລະກິດປະຕິວັດ ເພື່ອນໍາພາປວງຊົນລາວທັງຊາດ ຕໍ່ສູ້ປົດປ່ອຍຊາດຍາດເອົາເອກກະລາດຈາກພວກລ່າເມືອງຂຶ້ນນທັງເກົ່າ ແລະ ໃຫມ່ ຈົນສາມາດ ຍາດໄດ້ເອກະລາດຢ່າງສົມບູນ ສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວໃນວັນທີ 2 ທັນວາ 1975.

 

LEAVE A REPLY

Please enter your comment!
Please enter your name here