ຊົມເຊີຍແພດໝໍແຂວງສະຫວັນນະເຂດ ປິ່ນປົວຜູ້ຕິດເຊື້ອ ໂຄວິດ-19 ຫາຍດີອີກຈຳນວນ 85 ກໍລະນີ

371

ວັນທີ 7 ສິງຫາ 2021 ເວລາ 14:00 ໂມງ ໄດ້ມີພິທີມອບ – ຮັບຜູ້ທີ່ປິ່ນປົວດີຈາກພະຍາດ ໂຄວິດ-19 ຈຳນວນ 85 ກໍລະນີ ທີ່ໄດ້ຮັບການປິ່ນປົວດີ ຈາກໂຮງໝໍສະໜາມຫຼັກ 9 ໂດຍການເຂົ້າຮ່ວມຂອງ ທິມແພດປິ່ນປົວ, ຄອບຄົວ ຂອງຄົນເຈັບກໍ່ໄດ້ເຂົ້າຮ່ວມໃນການມອບ-ຮັບຄັ້ງນີ້.

ທິມແພດປິ່ນປົວ ໄດ້ກ່າວຕໍ່ໍ່ ຜູ້ທີ່ປີ່ນປົວດີເເລ້ວ, ຄອບຄົວວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ເຮືອນຕື່ມອີກ 14 ວັນ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈັວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ, ຖ້າມີອາການເຈັບເປັນໃດໜຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ.

ທ່ານຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.


ປະຈຸບັນແມ່ນມີ ຜູ້ຕິດເຊື້ອສະສົມ 2.843 ຄົນ, ຍັງຢູ່ສູນປິ່ນປົວ 1.788 ຄົນ, ປິ່ນປົວດີແລ້ວ 1.055 ຄົນ(ຍິງ 523 ຄົນ) ແລະ ເສຍຊີວິດ 2 ຄົນ, ຍິງ 1 ຄົນ.